ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

2 ບໍລິສັດມອບເງິນຊ່ວຍເຫຼືອປ້ອງກັນ ພະຍາດໂຄວິດ-19 ໃຫ້ແຂວງຄຳມ່ວນ
ເວລາອອກຂ່າວ: 2021-08-18 08:38:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1351 | ຄວາມນິຍົມ:



ວັນທີ 11 ສິງຫາ 2021 ນີ້, ຜູ້ຕາງໜ້າ ບໍລິສັດ ໄຊຈະເລີນກຣຸບ ຈຳກັດ ແລະ ບໍລິສັດ ຢາຕົງຊິງຟາ ກໍ່ສ້າງຈຳກັດ ໄດ້ນຳເອົາເງິນສົດ ຈຳນວນ 200 ລ້ານກີບ ມາມອບ ໃຫ້ແຂວງຄຳມ່ວນ ເພື່ອປະກອບ ສ່ວນເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງກ່າວຮັບໂດຍທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳ ມ່ວນ, ມີກອງເລຂາຄະນະສະ ເພາະກິດຂັ້ນແຂວງ ເຂົ້າຮ່ວມເປັນ ສັກຂີພະຍານ. ໂອກາດນີ້, ທ່ານເຈົ້າແຂວງໆ ຄໍາມ່ວນ ໄດ້ມອບໃບຍ້ອງຍໍ ແລະ ກ່າວສະແດງຄວາມຂອບໃຈມາ ຍັງ ບໍລິສັດ ໄຊຈະເລີນກຣຸບ ຈຳ ກັດ ແລະ ບໍລິສັດ ຢາຕົງຊິງຟາ ກໍ່ ສ້າງຈຳກັດ ທີ່ເຫັນໄດ້ຄວາມສໍາ ຄັນຂອງວຽກງານປ້ອງກັນພະ ຍາດໂຄວິດ-19 ຈຶ່ງໄດ້ນໍາເອົາ ເງິນມາຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງ ເປັນການປະກອບສ່ວນອັນສຳ ຄັນໃນການແບ່ງເບົາພາລະຂອງ ພັກ-ລັດຖະບານ ກໍຄືອົງການປົກ ຄອງແຂວງຄໍາມ່ວນ ຕໍ່ກັບວຽກ ງານຄວບຄຸມ, ປ້ອງກັນ ແລະ ແກ້ ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ໄດ້ແຜ່ລາມອອກ ເປັນວົງກວ້າງໃນຫຼາຍແຂວງທົ່ວ ປະເທດ ເຊິ່ງໄດ້ສົ່ງຜົນກະທົບທາງ ດ້ານເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໃນປັດຈຸບັນ. ສຳລັບຢູ່ແຂວງຄຳມ່ວນ ມາຮອດວັນທີ 11 ສິງຫາ ແມ່ນມີຈຳ ນວນຜູ້ຕິດເຊື້ອພະຍາດໂຄວິດ- 19 ສະສົມທັງໝົດ 423 ຄົນ, ໃນ ນີ້ ປິ່ນປົວຫາຍດີແລ້ວ 100 ຄົນ, ຍັງສືບຕໍ່ປິ່ນປົວ 323 ຄົນ ແລະ ມີຈຳນວນແຮງງານທີ່ເຂົ້າກັກ ກັນຢູ່ສູນ ເພື່ອກວດຫາເຊື້ອໃນ ປັດຈຸບັນຈຳນວນ 949 ຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ