ຄະນະນຳ ວປກ ອວຍພອນ ຄະນະຊ່ຽວຊານ ສ ອິນເດຍ
ເວລາອອກຂ່າວ: 2021-08-25 08:59:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1792 | ຄວາມນິຍົມ: ![]()
ໃນວັນທີ 18 ສິງຫາ 2021 ນີ້, ສະຫາຍ ພົນຈັດຕະວາ ປອ
ສົງກາ ບຸນຄຸນ ຮອງຫົວໜ້າການ ທະຫານ, ຫົວໜ້າກົມອົບຮົມ - ກໍ່ສ້າງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ພ້ອມຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າ ອວຍພອນ ຄະນະຊ່ຽວຊານ ສ ອິນເດຍປະຈຳ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນຊາດ ສ ອິນ
ເດຍ ຄົບຮອບ 74 ປີ. ໂດຍການ ຕ້ອນຮັບຂອງ ສະຫາຍ ພັນໂທ
ວິກາດ ບັນດາລີ ຫົວໜ້າຄະນະ ຊ່ຽວຊານ ສ ອິນເດຍ ປະຈຳ ວປກ.
ສະຫາຍ ພົນຈັດຕະວາ ປອ ສົງ ກາ ບຸນຄຸນ, ຕາງໜ້າຄະນະນໍາ ວິທະຍາຄານປ້ອງກັນຊາດ ໄກ
ສອນ ພົມວິຫານ ແລະ ໄດ້ກ່າວ ອວຍພອນໄຊອັນປະເສີດ ໄປ
ຍັງລັດຖະບານ ແລະ ກະຊວງ
ປ້ອງກັນປະເທດ ສ ອິນເດຍ ກໍຄືຄະ ນະຊ່ຽວຊານ ສ ອິນເດຍປະຈຳ ວິທະຍາຄານປ້ອງກັນຊາດ ໄກ
ສອນ ພົມວິຫານ ຈົ່ງມີສຸຂະພາບ
ເຂັ້ມແຂງ, ປະສົບຜົນສຳເລັດໃນ ໜ້າທີ່ອັນມີກຽດ. ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງ ຊາດ, ສອງກອງທັບໃຫ້ໝັ້ນຄົງ ຕະຫຼອດໄປ.
ສະຫາຍ ພັນໂທ ວິກາດ
ບັນດາລີ ກໍໄດ້ສະແດງຄວາມຂອບ
ໃຈຕໍ່ຄະນະນຳວິທະຍາຄານປ້ອງ ກັນຊາດ ໄກສອນ ພົມວິຫານ ທີ່
ເຫັນໄດ້ຄວາມໝາຍຄວາມສຳ ຄັນ ເນື່ອງໃນໂອກາດດັ່ງກ່າວ. ເຊິ່ງຍາມໃດ ຄະນະນໍາ ວປກ ກໍ
ເປັນຫ່ວງເປັນໃຍ ແລະ ອໍານວຍ
ຄວາມສະດວກໃຫ້ພວກເຮົາເຮັດ ສຳເລັດໜ້າທີ່ການເມືອງຕະ
ຫຼອດມາ. ການລະບາດຂອງພະ ຍາດໂຄວິດ -19 ໃນຄັ້ງນີ້, ເຮັດ
ໃຫ້ການຮຽນ-ການສອນ ໄດ້
ຮັບຜົນກະທົບ, ແຕ່ເຖິງຢ່າງໃດ ກໍຕາມພວກເຮົາຂໍໃຫ້ຄໍາໝັ້ນສັນ ຍາວ່າຈະຊ່ວຍໃນການສິດສອນ ໃຫ້ພະນັກງານ-ນັກຮົບພາຍໃນກອງທັບເຮົາຢ່າງສຸດຄວາມສາ ມາດ ແນໃສ່ເພື່ອສ້າງບຸກຄະລາ ກອນໃຫ້ມີຄວາມຮູ້ທາງດ້ານພາ ສາອັງກິດໃຫ້ທຽບເທົ່າກັບສາ ກົນຍິ່ງໆຂຶ້ນ.
ໂດຍ: ພິດສະໄໝ ແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















