ປະຫວັດຫຍໍ້ຂອງ ທ່ານ ຈອງ ອຸຍຢອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫລີ
ເວລາອອກຂ່າວ: 2021-08-25 09:02:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1993 | ຄວາມນິຍົມ: ![]()
ທ່ານ ຈອງ ອຸຍຢອງ ເກີດເມື່ອວັນທີ 14 ເມສາ 1946.
+ ການສຶກສາ:
• ເດືອນທັນວາ 2010 ປະລິນຍາເອກກິຕິມະສັກ ສາຂາວິທະຍາສາດການ ເມືອງ, ສະຖາບັນກະສັດ ແຫ່ງກຳປູເຈຍ, ພະນົມ ເປນ, ກໍາປູເຈຍ.
• ເດືອນມິຖຸນາ 1981 ປະລິນຍາໂທ ສາຂາການບໍລິຫານພາກ ລັດ, ມະຫາວິທະຍາໄລ ຮາເວີດ, ລັດ ມາຊາຕູແຊັດ, ສະຫະລັດອາ ເມຣິກາ.
• ເດືອນກຸມພາ 1968 ປະລິນຍາຕີ ສາຂາພົວພັນສາກົນ, ມະຫາວິ
ທະຍາໄລເຊອຸນ, ນະຄອນຫລວງເຊອູນ, ສ. ເກົາຫລີ.
ປະສົບການເຮັດວຽກ:
• ເດືອນກຸມພາ 2021 ລັດຖະມົນຕີກະຊວງການຕ່າງປະເທດ.
• ເດືອນກໍລະກົດ 2020 ທີ່ປຶກສາພິເສດປະທານາທິບໍດີວຽກງານ ການຕ່າງປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດ. • ເດືອນພຶດສະພາ 2017 ຫົວໜ້າສະພາຄວາມໝັ້ນຄົງແຫ່ງຊາດ ແລະ ປະທານຄະນະປະຈໍາສະພາຄວາມໝັ້ນຄົງແຫ່ງຊາດ.
• ເດືອນທັນວາ 2009 ປະທານຮ່ວມຄະນະປະຈຳ ແລະ ເລຂາທິ
ການໃຫຍ່ຂອງກອງປະຊຸມສາກົນຂອງພັກການເມືອງອາຊີ.
• ເດືອນມິຖຸນາ 2004 ສະມາຊິກສະພາແຫ່ງຊາດ ຊຸດທີ 17.
• ເດືອນມັງກອນ 2001 ເອກອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ສ ເກົາຫລີ ປະຈໍາ ກອງເລຂາສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນ ທີ່ ນະຄອນເຊີແນວ, ສະວິດເຊີແລນ.
• ເດືອນເມສາ 1998 ຮອງລັດຖະມົນຕີການຄ້າ, ກະຊວງການ
ຕ່າງປະເທດ ແລະ ການຄ້າ (MOFAT).
• ເດືອນມັງກອນ 1997 ເອກອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ສ.ເກົາຫລີ ປະຈຳ ອິດສະລາແອນ.
• ເດືອນມັງກອນ 1995 ອັກຄະລັດຖະທູດ, ສະຖານທູດ ສ. ເກົາ
ຫລີ ປະຈຳ ສະຫະລັດອາເມລິກາ.
• ເດືອນສິງຫາ 1993 ຫົວໜ້າກົມການຄ້າສາກົນ, ກະຊວງການ
ຕ່າງປະເທດ.
• ເດືອນກໍລະກົດ 1991 ອັກຄະລັດຖະທູດ, ສຳນັກງານຜູ້ຕາງ ໜ້າຖາວອນ ປະຈໍາ ສະຫະພາບເອີຣົບ, ບຣຸກແຊນ, ແບນຊິກ.
• ເດືອນທັນວາ 1989 ໂຄສົກກະຊວງການຕ່າງປະເທດ.
• ເດືອນກຸມພາ 1989 ຮອງຫົວໜ້າກົມວິເຄາະຂໍ້ມູນ, ກະຊວງ ການ ຕ່າງປະເທດ.
• ເດືອນມັງກອນ 1986 ທີ່ປຶກສາ, ສະຖານທູດ ສ.ເກົາຫລີ ປະ
ຈຳ ສະຫະລັດອາເມລິກາ.
• ເດືອນພຶດສະພາ 1984 ທີ່ປຶກສາ, ສະຖານທູດ ສ.ເກົາຫລີ ປະ
ຈຳ ຣາຊະອານາຈັກໄທ.
• ເດືອນກໍລະກົດ 1982 ຫົວໜ້າພະແນກນະໂຍບາຍການຄ້າ, ກົມ
ການຄ້າສາກົນ,
ກະຊວງການຕ່າງປະເທດ.
• ເດືອນມິຖຸນາ 1974 ເລຂາຕີ, ສະຖານທູດ ສ.ເກົາຫລີ ປະຈຳ ການາດາ.
• ເດືອນມີນາ 1972 ເຂົ້າເຮັດວຽກ ຢູ່ ກະຊວງການຕ່າງປະເທດ.
• ເດືອນພະຈິກ 1971 ຜ່ານການສອບເສັງດ້ານວຽກງານການທູດ ລະດັບສູງ.
ຮັບການຍ້ອງຍໍ:
• ເດືອນມັງກອນ 2006 ຫຼຽນກຽດຕິຍົດ Bernado O’Higgins,
ສ.ຊີລີ.
• ເດືອນພຶດສະພາ 2005 ການຍ້ອງຍໍພິເສດທີ່ໄດ້ປະກອບສ່ວນ ຕໍ່ວຽກງານການທູດຂອງລັດຖະສະພາ ຈາກ ປະທານສະພາແຫ່ງຊາດ.
• ເດືອນກັນຍາ 2004 ຫຼຽນກຽດຕິຄຸນ ຂັ້ນ2 (ສາຍສະພາຍສີ ເຫຼືອງ).
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















