ກົມທະຫານຊາຍແດນໄດ້ຮັບການຊ່ວຍເຫຼືອ ເຮືອລາດຕະເວນຈຳນວນ 20 ລໍາ ຈາກ ສປ ຈີນ
ເວລາອອກຂ່າວ: 2021-08-26 08:43:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1134 | ຄວາມນິຍົມ: ![]()
ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະ ຫານຊາຍແດນ, ກົມໃຫຍ່ເສນາທິ ການກອງທັບ ໄດ້ຊີ້ແຈງໃນວັນທີ 23 ສິງຫາ ນີ້ວ່າ: ກົມທະຫານຊາຍ ແດນໄດ້ຮັບການຊ່ວຍເຫຼືອເຮືອ ລາດຕະເວນຈໍານວນ 20 ລໍາ ຈາກສູນກາງຮ່ວມມືປະຕິບັດກົດ ໝາຍ ແລະ ຮັກສາຄວາມສະຫງົບ ຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າ ຂອງປະຈໍານະຄອນ ຄຸນໝິງ ສປ ຈີນ. ເຮືອລາດຕະເວນຈໍານວນ 20 ລໍາດັ່ງກ່າວໄດ້ມາຮອດນະ ຄອນຫຼວງວຽງຈັນໃນວັນທີ 18 ສິງຫາ ຜ່ານມາ, ສະຫາຍຫົວໜ້າ ກົມທະຫານຊາຍແດນ ໄດ້ສະ ແດງຄວາມຂອບໃຈທີ່ສູນກາງການຮ່ວມມືປະຕິບັດກົດໝາຍ ແລະ ຮັກສາຄວາມສະຫງົບຕາມລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປະຈຳນະຄອນຄຸນໝິງ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃຫ້ແກ່ກົມທະ ຫານຊາຍແດນ ກໍຄືກະຊວງ ປ້ອງກັນປະເທດມາໂດຍຕະ ຫຼອດ ແລະ ກ່າວວ່າ ຈະນໍາເອົາ ເຮືອລາດຕະເວນຈໍານວນດັ່ງ ກ່າວ ໄປປະກອບໃຫ້ບັນດາກອງ ຮ້ອຍທະຫານຊາຍແດນທີ່ປະ ຈຳການຕາມຊາຍແດນແມ່ນໍ້າ ຂອງ ເພື່ອດໍາເນີນການລາດຕະ ເວນແກ້ໄກບັນຫາຄວາມບໍ່ສະ ຫງົບລຽບຕາມລໍາແມ່ນໍ້າຂອງ, ໂດຍສະເພາະແມ່ນການຄ້າ-ຂາຍ ເຖື່ອນ, ບັນຫາຢາເສບຕິດ ແລະ ຄົນເຂົ້າ-ອອກເມືອງທີ່ຜິດກົດ ໝາຍ, ພິເສດແມ່ນສຸມໃສ່ສະກັດ ກັ້ນການເຂົ້າ-ອອກເມືອງທີ່ບໍ່ ຜ່ານດ່ານຊາຍແດນທາງການ ກຳນົດໃຫ້, ເພື່ອຕ້ານສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນປັດຈຸບັນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















