ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍພັກໂຄສະນາ-ອົບຮົມຈັດຕັ້ງດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ
ເວລາອອກຂ່າວ: 2019-01-08 09:30:21 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 349218885 | ຄວາມນິຍົມ:



ໜ່ວຍພັກ ໂຄສະນາ-ອົບຮົມ ທະຫານ ແຂວງບໍລິຄຳໄຊ ໄດ້ຈັດ ຕັ້ງດຳເນີນຊີວິດການເມືອງກວດ ກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2018 ຂຶ້ນ ໃນທ້າຍເດືອນທັນວາ 2018 ຜ່ານມານີ້, ໂດຍພາຍໃຕ້ການເປັນ ປະທານຂອງສະຫາຍ ພັນໂທ ບຸນຍັງ ລໍສິມມາ ຄະນະພັກຮາກ ຖານ, ຮອງຫ້ອງການເມືອງທະ ຫານແຂວງບໍລິຄຳໄຊ, ມີບັນຄະ ນະພັກຮາກຖານ, ແຂກຖືກເຊີນ, ຄະນະໜ່ວຍພັກພ້ອມດ້ວຍສະມາ ຊິກພັກພາຍໃນໜ່ວຍເຂົ້າຮ່ວມ. ໃນກອງປະຊຸມສະຫາຍ ພັນໂທ ບຸນຍັງ ລໍສິມມາ ກໍໄດ້ ຂຶ້ນຜ່ານເນື້ອໃນ 3 ເອກະສານ ເປັນຕົ້ນຄື: ຄຳສັ່ງຂອງກົມການ ເມືອງສູນກາງພັກ ເລກທີ 01/ ກມສພ, ຄຳສັ່ງແນະນຳຂອງ ຄະນະຈັດຕັ້ງສູນກາງພັກເລກ ທີ 291/ ຄຈສພ ແລະ ຄຳສັ່ງ ແນະນຳຂອງຄະນະປະຈຳພັກ ແຂວງບໍລິຄຳໄຊ ເນື້ອໃນທັງສາມ ເອກະສານກໍລ້ວນເນັ້ນໜັກໃຫ້ ບັນດາໜ່ວຍພັກເພີ່ມທະວີໃນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ສະຫາຍ ພັນໂທ ວົງເດືອນ ເທບທອງແສນ ເລຂາໜ່ວຍພັກ, ຫົວໜ້າພະແນກໂຄສະນາ-ອົບ ຮົມ ກໍໄດ້ຜ່ານບົດສະຫຼຸບວຽກ ງານຕ່າງໆຂອງໜ່ວຍພັກທີ່ຍາດ ມາໄດ້ໃນໜຶ່ງປີຜ່ານມາໂດຍສະ ເພາະກໍແມ່ນການສູູ້ຊົນສ້າງ ໜ່ວຍພັກ ໃຫ້ເປັນໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ວາງທິດທາງແຜນການໃນປີຕໍ່ ໜ້າຈາກນັ້ນຄະນະໜ່ວຍພັກ ຕະ ຫຼອດຮອດສະມາຊິກພັກໃນໜ່ວຍ ກໍໄດ້ພ້ອມກັນຜ່ານບົດສຳຫຼວດ ຕົນເອງຍົກໃຫ້ເຫັນຜົນງານ ດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ເພື່ອ ເສີມຂະຫຍາຍດ້ານດີ ແລະ ຊອກ ຫາວິທີການປັບປຸງແກ້ໄຂຈຸດ ອ່ອນຂໍ້ຄົງຄ້າງ ພ້ອມທັງຕຳນິ ສົ່ງຂ່າວເຊິ່ງກັນ ແລະ ກັນເພື່ອ ພ້ອມກັນກ້າວໜ້າເຮັດສຳເລັດໜ້າ ທີ່ ທີ່ພັກ-ລັດມອບໝາຍໃຫ້, ຜ່ານ ການກວດກາຕີລາຄາສະມາຊິກ ພັກແຂງມີ 12 ສະຫາຍ. ໂດຍ: ສີທອງ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ