ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄອບຄົວການນຳ ແລະ ຫ້ອງການແມ່ຍິງ ກປທ ມອບເຄືອງອຸປະໂພກ-ບໍລິໂພກໃຫ້ອ້າຍນ້ອງສວນສະໜາມ
ເວລາອອກຂ່າວ: 2019-01-08 09:32:39 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 239838673 | ຄວາມນິຍົມ:



ໃນວັນທີ 4 ມັງກອນ 2019 ນີ້, ຄອບຄົວການນຳກະຊວງປ້ອງ ກັນປະເທດ ເຊິ່ງນຳໂດຍ ທ່ານ ນາງ ຄຳສອນ ຈັນຍາລາດ ພັນ ລະຍາລັດຖະມົນຕີກະຊວງປ້ອງ ກັນປະເທດ ພ້ອມດ້ວຍຫ້ອງ ການແມ່ຍິງກະຊວງປ້ອງກັນປະ ເທດ ໄດ້ນຳເອົານໍ້າດື່ມ, ໂຈ໋ກ ກ່ອງ, ຫມີ່ກ່ອງ, ຢານວດເສັ້ນ, ຢາດົມ ແລະ ການໂຊມ ລວມມູນ ຄ່າ 16 ລ້ານກວ່າກີບ ແລະ ເງິນ ສົດຈຳນວນ 10 ລ້ານກີບມາ ມອບໃຫ້ອ້າຍນ້ອງນາຍ ແລະ ພົນທະຫານທີ່ກຳລັງຂຸ້ນຂ້ຽວ ເຝິກຊ້ອມສວນສະຫນາມຢູ່ວິ ທະຍາຄານກົມມະດຳ ເນື່ອງໃນ ໂອກາດກະກຽມສະເຫລີມສະ ຫລອງວັນສ້າງຕັ້ງກອງທັບປະ ຊາຊົນລາວຄົບຮອບ 70 ປີ ກ່າວ ຮັບໂດຍ ພັນເອກ ຖາວອນ ແກ້ວ ອິນທະວົງ ຫົວຫນ້າການເມືອງ ວິທະຍາຄານກົມມະດຳ. ໂອກາດດັ່ງກ່າວ ພັນເອກ ຖາ ວອນ ແກ້ວອິນທະວົງ ໄດ້ກ່າວສະ ແດງຄວາມຂອບອົກຂອບໃຈ ແລະ ຕີລາຄາສູງມາຍັງຄອບຄົວ ການນຳ ແລະ ຫ້ອງການແມ່ຍິງ ກປທ ທີ່ເປັນຫ່ວງເປັນໄຍໃນ ກຳລັງປະກອບອາວຸດຂອງພວກ ເຮົາ ແລະ ໃຫ້ຄຳຫມັ້ນສັນຍາວ່າ ຈະນຳເອົາເຄື່ອງດັ່ງກ່າວໄປແຈກ ຢາຍໃຫ້ອ້າຍນ້ອງຢ່າງທົ່ວເຖິງ ແລະ ນຳເອົາເງິນຈຳນວນດັ່ງ ກ່າວປະກອບສ່ວນເຂົ້າໃນງານສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ທີ່ຈະມາເຖິງໃນມໍ່ໆນີ້ໃຫ້ ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມຫມາຍເລິກເຊິ່ງ. ໂດຍ: ນາລີ ທະວີພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ