ສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ຫຼັກສູດກໍ່ສ້າງປະລິນຍາຕີ ແພດທົ່ວໄປ
ເວລາອອກຂ່າວ: 2021-09-01 08:27:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 588 | ຄວາມນິຍົມ: ![]()
ວັນທີ 31 ສິງຫາ 2021 ນີ້, ວິທະຍາຄານການແພດກອງທັບ (ວພທ) ໄດ້ສະຫຼຸບຖອດຖອນບົດ ຮຽນການຈັດຕັ້ງປະຕິບັດຫຼັກ ສູດກໍ່ສ້າງປະລິນຍາຕີ ແພດທົ່ວ ໄປ, ໂດຍການເຂົ້າຮ່ວມເປັນປະ ທານຂອງສະຫາຍ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ຫົວໜ້າກົມ ເສນາຮັກ ກົມໃຫຍ່ພະລາທິການ ກອງທັບ, ມີສະຫາຍ ພັນເອກ ປອ ດຣ ຈັນສະໝອນ ມະຫາວົງ ຫົວ ໜ້າການທະຫານ ວິທະຍາຄານ ການແພດກອງທັບ, ມີຄະນະພັກ-ຄະນະອໍານວຍການ ວພທ, ພາກ
ສ່ວນທີ່ ກ່ຽວຂ້ອງ ແລະ ຄູ-ອາ
ຈານ ເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນພອນ ພົນຫາວົງ ຫົວໜ້າຫ້ອງຄົ້ນຄວ້າວິ ທະຍາສາດ ວພທ ໄດ້ສະຫຼຸບຕີລາ
ຄາຄືນຜ່ານການຈັດຕັ້ງປະຕິບັດຫຼັກສູດກໍ່ສ້າງ ປະລິນຍາຕີ ແພດ ທົ່ວໄປ ໃນໄລຍະຜ່ານມາເຫັນ ວ່າ: ການຈັດຕັ້ງປະຕິບັດຫຼັກສູດ ແມ່ນແທດເໝາະກັບສະພາບ ຄວາມເປັນຈິງຂອງໂຄງປະກອບ
ກໍຄືເຫລົ່າຮົບເສນາຮັກ, ຮັບປະ ກັນໄດ້ມາດຕະຖານຫຼັກສູດ ແຫ່ງ
ຊາດ, ໃນນີ້, ວິທະຍາຄານໄດ້ສຸມ
ໃສ່ປັບປຸງສະຖານທີ່ພັກເຊົາ, ສະ ຖານທີ່ກິນດື່ມ, ສິ່ງເອື້ອອໍານວຍ ໃຫ້ແກ່ນັກສຶກສາ, ໄດ້ຈັດຕັ້ງນັກ ສຶກສາເປັນຈຸ, ໝູ່, ໝວດ, ກອງ ຮ້ອຍ ເພື່ອສະດວກໃນການດໍາ ເນີນຊີວິດການເມືອງ, ເຂັ້ມງວດ ຕໍ່ລະບຽບການຮໍ່າຮຽນ, ລະບຽບ ການຢູ່ລວມກັນໃນຫໍພັກ, ລະ ບຽບການນຸ່ງຖືໃນໂມງການ ຕິດ ພັນກັບການປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກງານໃນມື້ໜຶ່ງ ຂອງກອງທັບ, ພ້ອມກັນນັ້ນ, ກໍໄດ້ເລັ່ງສ້າງຕໍາລາ, ເອກະສານ, ບົດສອນໃຫ້ມີຄຸນນະພາບ, ຈັດ ຕັ້ງກວດກາຢັ້ງຢືນຄຸນນະພາບ ຄູສອນ ໂດຍຜ່ານບົດສອນ, ການ
ແຕ່ງບົດສອນ, ການເຝິກອົບຮົມ ຄູ, ຢັ້ງຢືນຄູອາຊີບຕາມມາດຖານ
ຂອງວິທະຍາຄານ, ປະຕິບັດລະ ບອບການກວດກາ, ສອບເສັງທີ່ ເຄັ່ງຄັດ, ຮັບປະກັນຄຸນນະພາບ ການປະເມີນຜົນການຮຽນ-ການ ສອນ ແລະ ໄດ້ຖືເອົາຜົນການຮໍ່າຮຽນເປັນມາດຖານໜຶ່ງເພື່ອຂະ ຫຍາຍເຂົ້າພັກ, ໝູນໃຊ້ຢ່າງສອດ ຄ່ອງກັບສະພາບຄວາມເປັນຈິງ ຈັດຕັ້ງຂຶ້ນຫ້ອງບໍາລຸງຄວາມຮູ້, ແນະນໍາທວນເສັງ, ແກ້ໄຂຂໍ້ຂ້ອງ
ໃຈໃຫ້ນັກສຶກສາ ແລະ ຮັກສາໄລ
ຍະຫ່າງໃນເວລາຮໍ່າຮຽນເພື່ອສະ
ກັດກັ້ນການແຜ່ລະບາດຂອງພະ ຍາດ ໂຄວິດ-19.
ວິທະຍາຄານການແພດກອງ ທັບ ໄດ້ຈັດຕັ້ງປະຕິບັດຫຼັກສູດກໍ່ ສ້າງປະລິນຍາຕີແພດທົ່ວໄປ ຜ່ານມາແລ້ວ II ຊຸດ, ຊຸດທີ I ມີ ນັກຮຽນທັງໝົດ 60 ສະຫາຍ, ໃນນັ້ນ, ມາຈາກໂຮງໝໍໃນກອງ ທັບ 20 ສະຫາຍ, ຈາກກົມກອງ ທ້ອງຖິ່ນຕ່າງໆ 40 ສະຫາຍ, ຊຸດ
ທີ II ມີ 39 ສະຫາຍ, ມາຈາກ ໂຮງໝໍໃນກອງທັບ 16 ສະຫາຍ, ຈາກກົມກອງທ້ອງຖິ່ນຕ່າງໆ 23 ສະຫາຍ, ໄລຍະເວລາຮໍ່າຮຽນ ແມ່ນ 6 ປີ, ແບ່ງອອກເປັນ 12 ພາກຮຽນ, ລວມມີ 226 ໜ່ວຍ ກິດ (ນັບທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງຢູ່ໂຮງໝໍ), ສາມາດປະເມີນຜົນການຮຽນທັງ II ຊຸດ ສະເລ່ຍຄະແນນແຕ່ລະ ວິຊາຮຽນໄດ້ 7-8 ຄະແນນ ກວມ ອັດຕາສ່ວນ 100%.
ຈາກນັ້ນ, ຜູ້ເຂົ້າຮ່ວມກອງ ປະຊຸມ ໄດ້ພ້ອມກັນຄົ້ນຄວ້າປະ ກອບຄໍາຄິດເຫັນ ໃສ່ຜົນສໍາເລັດ ຂອງການຈັດຕັ້ງປະຕິບັດຫຼັກ ສູດກໍ່ສ້າງປະລິນຍາຕີແພດທົ່ວ ໄປໃນ II ຊຸດຜ່ານມາ, ຍົກໃຫ້ ເຫັນທັງຂໍ້ສະດວກ, ດ້ານຫຍຸ້ງ ຍາກ ແລະ ພ້ອມກັນຊອກວິທີການ
ປັບປຸງແກ້ໄຂບັນຫາທີ່ຍັງຄົງ ຄ້າງໃຫ້ຂາດຕົວ, ພ້ອມກັນນັ້ນ, ກໍໄດ້ປຶກສາຫາລືກ່ຽວກັບຫຼັກສູດ ການຮຽນ-ການສອນ, ການປະ ກອບບຸກຄະລາກອນຄູ, ການຄັດ ເລືອກເປົ້າໝາຍນັກສຶກສາເຂົ້າ ຮໍ່າຮຽນ, ການປັບປຸງໂຄງປະ ກອບພະນັກງານບໍລິຫານ ແລະ ວຽກງານປິ່ນອ້ອມອື່ນໆ ເພື່ອກະ ກຽມໃຫ້ແກ່ການເປີດສົກຮຽນ 2021-2022, ທັງຮັບປະກັນໃຫ້ ການກໍ່ສ້າງບຸກຄະລາກອນທາງ ການແພດຮັບໃຊ້ແກ່ກອງທັບໃນຕໍ່ ໜ້ານີ້ມີຄຸນນະພາບສູງກວ່າເກົ່າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















