ກອງທັບປະຊາຊົນລາວ

ວັນເສົາ, ວັນທີ 09 ຕຸລາ 2021



ປະເມີນຜົນການສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ບໍລິສັດສະຕາຣໂທລະຄົມ
ເວລາອອກຂ່າວ: 2021-09-01 08:28:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 306 | ຄວາມນິຍົມ:



ວັນທີ 31 ສິງຫາ 2021 ນີ້, ຄະນະກວດກາປະເມີນຜົນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ຫ້ອງວ່າການກະຊວງປ້ອງ ກັນປະເທດ ນໍາໂດຍ ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນ ຫຼ້າ ຄະນະປະຈຳພັກອົງການ, ຮອງຫົວໜ້າຫ້ອງວ່າການກະ ຊວງປ້ອງກັນປະເທດ ພ້ອມດ້ວຍ ຄະນະ ໄດ້ລົງເຄື່ອນໄຫວກວດ ກາປະເມີນຜົນການສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ບໍລິສັດ ສະຕາຣໂທລະຄົມ. ໂດຍ ການຕ້ອນຮັບຂອງສະຫາຍ ພົນ ຈັດຕະວາ ອຸລະຫາ ທອງວັນທາ ເລຂາຄະນະພັກຮາກຖານ ຜູ້ອໍາ ນວຍການບໍລິສັດສະຕາຣໂທລະ ຄົມ ເຊິ່ງມີຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກໃນບໍລິສັດ ເຂົ້າຮ່ວມ. ສະຫາຍ ພັນໂທ ວັນໄຊ ຈັນທະ ວົງ ຄະນະພັກຮາກຖານ, ປະທານ ກວດກາພັກ, ຫົວໜ້າພະແນກຈັດ ຕັ້ງບຸກຄະລາກອນ ໄດ້ຜ່ານບົດ ສະຫຼຸບການນໍາພາກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນຊຸມປີຜ່ານ, ເຊິ່ງຄະນະພັກ ຍາມໃດກໍເອົາໃຈໃສ່ຕໍ່ວຽກງານ ສຶກສາອົບຮົມການເມືອງ-ນໍາພາ ແນວຄິດ ສອດຫ້ອຍເຂົ້າໃນທຸກ ຂົງເຂດວຽກງານ ເຮັດໃຫ້ພະນັກ ງານ, ສະມາຊິກພັກມີແນວຄິດ ການເມືອງໜັກແໜ້ນ, ອຸ່ນອຽນ ທຸ່ນທ່ຽງເຊື່ອໜັ້ນຕໍ່ການນໍາພາ ຂອງພັກ, ກົມກອງ ເປັນເຈົ້າການ ປະຕິບັດແນວທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ຂໍ້ ກໍານົດກົດລະບຽບຂອງບໍລິສັດ. ພະນັກງານ-ສະມາຊິກພັກແຕ່ລະສະຫາຍມີຄວາມກະຕືລືລົ້ນ ສຸມທຸກເຫື່ອແຮງ ສະຕິປັນຍາ ເຂົ້າໃນວຽກງານວິຊາສະເພາະ ໂດຍສະເພາະແມ່ນການຂະ ຫຍາຍ ເລກໝາຍ 3G, 4G ເຮັດ ໃຫ້ເລກໝາຍມີການເພີ່ມຂຶ້ນ ເມື່ອທຽບໃສ່ປີ 2019-2020 ສ້າງໄດ້ຄວາມເຊື່ອໝັ້ນໃຫ້ລູກ ຄ້າດ້ວຍຮູບການໂຄສະນາ ຢ່າງ ກວ້າງຂວາງ, ໄດ້ປັບປຸງບັນດາ ນະໂຍບາຍການຊົມໃຊ້ໃຫ້ລູກ ຄ້າມີຄວາມສະດວກ, ກະທັດ ຮັດ, ເຂົ້າໃຈງ່າຍ ແລະ ເພິ່ງພໍໃຈ ໃນການນຳໃຊ້ບໍລິການ. ພ້ອມນີ້ ຄະນະພັກແຕ່ລະຂັ້ນປະຕິບັດຕາມ ຫຼັກການນຳພາລວມສູນປະຊາ ທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບຢ່າງ ຈະແຈ້ງ, ທຸກຂົງເຂດວຽກງານ ແມ່ນມີການກວດກາ, ສະຫຼຸບ ຖອດຖອນບົດຮຽນເປັນປົກກະ ຕິ, ໄດ້ຊີ້ນຳໃຫ້ບັນດາສະມາຊິກ ພັກໃນບັນດາພະແນກການ, ສູນ ແລະ ບັນດາສາຂາໃຫ້ມີ ຄວາມຮັບຜິດຊອບສູງ ທັງເປັນ ເຈົ້າການປະສານງານກັບຄະ ນະນຳແຕ່ລະກົມກອງ; ຄະນະອຳ ນວຍການສາຂາ, ຊີ້ນຳວຽກ ງານການຄຸ້ມຄອງ ປົກປັກຮັກສາ ຊັບສິນຕ່າງໆຂອງບໍລິສັດ ໃນໄລ ຍະຜ່ານມາເຫັນວ່າໃນໂຂງເຂດ ຮັບຜິດຊອບແມ່ນມີຄວາມສະ ຫງົບປອດໄພໂດຍພື້ນຖານ. ປັດຈຸບັນ, ບໍລິສັດ ສະຕາຣ ໂທລະຄົມ ປະກອບມີ 1 ຄະນະ ຮາກຖານ, ມີ 10 ໜ່ວຍພັກຂື້ນ ກັບ, ມີສະມາຊິກພັກທັງໝົດ 140 ສະຫາຍ, ສຳຮອງ 43 ສະຫາຍ. ຜ່ານການເຄື່ອນໄຫວບົນໜ້າ ວຽກຕົວຈິງເຫັນວ່າປະຕິບັດໄດ້ ຕາມມາດຖານເງື່ອນໄຂການ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນທີ່ຂັ້ນເທິງວາງອອກ, ຕີລາຄາສະມາຊິກພັກແຂງ ກວມ ເອົາ 98,96% ແລະ ສະເໜີຂັ້ນ ເທິງຮັບຮອງເປັນໜ່ວຍພັກປອດ ໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາ ສົກປີ 2020-2021. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ