ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທູດ ມົງໂກລີ ແລະ ການເຂົ້າຢ້ຽມຂໍ່ານັບຂອງທູດ ຕວກກີ ຄົນໃໝ່
ເວລາອອກຂ່າວ: 2021-09-01 08:31:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 52 | ຄວາມນິຍົມ: ![]()
ວັນທີ 31 ສິງຫາ ນີ້, ຢູ່ທີ່ ກະຊວງປ້ອງກັນປະເທດ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ
ຂອງ ທ່ານ ກາລ ບັດຣາຕ ເອກ
ອັກຄະລັດຖະທູດ ແຫ່ງ ມົງໂກລີ
ປະຈຳລາວ, ເນື່ອງໃນໂອກາດ
ທີ່ທ່ານໄດ້ສໍາເລັດໜ້າທີ່ການທູດຢູ່ ສປປ ລາວ.
ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານ ການທູດຢູ່ ສປປ ລາວ ຕະຫຼອດ ໄລຍະ 3 ປີຜ່ານມາ, ເຊິ່ງການປະ
ຕິບັດໜ້າທີ່ການທູດດັ່ງກ່າວເປັນ ການປະກອບສ່ວນທີ່ສໍາຄັນເຂົ້າ ໃນການເສີມຂະຫຍາຍສາຍພົວ ພັນ ແລະ ການຮ່ວມມືໃນຫຼາຍໆ ດ້ານຂອງສອງປະເທດ, ກໍຄືສອງ ກອງທັບ ລາວ-ມົງໂກລີ ໃຫ້ນັບມື້ ນັບຂະຫຍາຍຕົວຍິ່ງໆຂຶ້ນ.
ໂອກາດດັ່ງກ່າວ, ທ່ານ ກາລ
ບັດຣາຕ ກໍໄດ້ສະແດງຄວາມ ຂອບໃຈຕໍ່ທ່ານຮອງນາຍົກລັດ ຖະມົນຕີທີ່ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ພ້ອມທັງຢືນຢັນວ່າ ຈະສືບຕໍ່ຮັດແໜ້ນສາຍພົວພັນ ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຂົງເຂດວຽກງານດ້ານ ຕ່າງໆລະຫວ່າງ ລາວ-ມົງໂກລີ ໃຫ້ນັບມື້ດີຂຶ້ນ ໂດຍສະເພາະ ແມ່ນການຊ່ວຍເຫຼືອກໍ່ສ້າງບຸກ ຄະລາກອນໃນຖັນແຖວກອງທັບປະຊາຊົນລາວ.
ຂ່າວແຈ້ງຕື່ມວ່າ: ໃນວັນດຽວ
ກັນນັ້ນ, ທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງ ປ້ອງກັນປະເທດ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂອຫານ ອີຊິດ ເອກອັກຄະລັດຖະ
ທູດ ແຫ່ງ ສາທາລະນະລັດ ຕວກກີ ເນື່ອງໃນໂອກາດທີ່ມາດໍາລົງຕໍາ ແໜ່ງ ເປັນເອກອັກຄະລັດຖະທູດ ຄົນໃໝ່ ປະຈໍາ ສປປ ລາວ.
ໃນໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວ ສະແດງຄວາມຕ້ອນຮັບອັນອົບ ອຸ່ນຕໍ່ທ່ານ ໂອຫານ ອີຊິດ ເຊິ່ງເປັນ ໂອກາດອັນດີທີ່ທ່ານໄດ້ມາປະຕິ ບັດໜ້າທີ່ດັ່ງກ່າວ ຢູ່ ສປປ ລາວ ພ້ອມທັງຍົກໃຫ້ເຫັນສາຍພົວພັນ, ການຮ່ວມມືລະຫວ່າງສອງປະ ເທດ ລາວ ແລະ ຕວກກີ ໃນໄລຍະ
ຜ່ານມາ. ໃນໂອກາດດຽວກັນ, ທ່ານ ໂອຫານ ອີຊິດ ກໍໄດ້ກ່າວ ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ຂອງທ່ານ ຮອງນາຍົກລັດຖະມົນຕີ ພ້ອມ ທັງຢືນຢັນວ່າ ຈະຕັ້ງໜ້າປະກອບ ສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນການຮ່ວມມືລະ ຫວ່າງສອງປະເທດ, ສອງກອງ ທັບ ໂດຍສະເພາະວຽກງານພົວ ພັນການຕ່າງປະເທດ ກໍຄືການ ຊ່ວຍເຫຼືອສະໜັບສະໜູນອຸປະ ກອນການແພດທີ່ນໍາໃຊ້ໃນວຽກ ງານຕ້ານ ແລະ ສະກັດກັ້ນການ ແຜ່ລະບາດຂອງພະຍາດ ໂຄ ວິິດ-19 ຢູ່ ສປປ ລາວ, ການໃຫ້
ທຶນ-ການເຝິກອົບຮົບວຽກງານ ເກັບກູ້ລະເບີດທີ່ຍັງຕົກຄ້າງຢູ່ໃນ ສປປ ລາວ, ວຽກງານກອບກູ້ ໄພພິບັດ ແລະ ການກໍ່ສ້າງບຸກຄະ ລາກອນໃນຖັນແຖວຂອງທັບ ປະຊາຊົນລາວ.
ໂດຍ: ວິຊຽນ ແກ້ວປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















