ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊາວໝຸ່ມອາຊຽນກະກຽມດັດຊະນີໝາຍການພັດທະນາຊາວໜຸ່ມ
ເວລາອອກຂ່າວ: 2021-09-01 08:36:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 56 | ຄວາມນິຍົມ:



ກອງປະຊຸມກະກຽມດັດຊະ ນີ ໝາຍການພັດທະນາຊາວໜຸ່ມ ອາຊຽນໄດ້ຈັດ ຂຶ້ນໃນ ວັນທີ 30 ສິງຫາ 2021, ທີ່ສູກາງຊາວ ໜຸ່ມປະຊາຊົນປະຕິວັດລາວ ພາຍ ໃຕ້ການເປັນປະທານຂອງທ່ານ ອາລຸນໄຊ ສູນນະລາດ ເລຂາ ຄະນະບໍລິຫານງານ ສຊປລ ຈຸດປະສົງເພື່ອສ້າງເວທີໃຫ້ແກ່ ເຈົ້າໜ້າທີ່ອາວຸໂສຊາວໜຸ່ມອາ ຊຽນ, ເຄືອຂ່າຍການເຊື່ອມໂຍງ ຊາວໜຸ່ມອາຊີ-ປາຊີຟິກ, ແລະ ບັນດາອົງການຈັດຕັ້ງຊາວໜຸ່ມ ເພື່ອສົນທະນາ ແລະ ວາງແຜນ ການດຳເນີນງານ ວ່າດ້ວຍ ການ ຕິດຕາມ ແລະ ປະເມີນແຜນ ການດຳເນີນງານການພັດທະ ນາຊາວໜຸ່ມ 5 ປີ ໃນຕໍ່ໜ້າ. ກອງປະຊຸມດັ່ງກ່າວຈະໄດ້ພ້ອມ ກັນວາງຄາດໝາຍສູ້ຊົນ, ແຜນ ການກະກຽມການຕິດຕາມ ແລະ ປະເມີນຜົນ, ໄລຍະເວລາ ໃນການ ກະກຽມຂັ້ນສຸດທ້າຍ ເພື່ອທີ່ຈະ ສະເໜີໃຫ້ແກ່ບັນດາລັດຖະມົນຕີ ຊາວໜຸ່ມອາຊຽນເພື່ອຮັບຮອງ ໃນຂັ້ນຕໍ່ໄປ. ໂດຍທົ່ວໄປ, ການຮ່ວມມືລະ ຫວ່າງ ເຈົ້າໜ້າທີ່ອາວຸໂສ ຊາວໜຸ່ມ ອາ ຊຽນ, ກອງເລຂາອາຊຽນ ແລະ ເຄືອຂ່າຍການເຊື່ອມໂຍງຊາວ ໜຸ່ມອາຊີ-ປາຊິຟິກ ມີຈຸດປະສົງ ຢາກຈະສ້າງຕັ້ງ ແລະ ດຳເນີນ ການຕິດຕາມ ແລະ ການປະເມີນ ແຜນການດຳເນີນງານການພັດ ທະນາຊາວໜຸ່ມອາຊຽນ ແຕ່ປີ 2021-2025 ບົນພື້ນຖານການ ມີສ່ວນຮ່ວມຂອງຫຼາຍຝ່າຍ-ຫຼາຍຄູ່ຮ່ວມງານຂອງແຕ່ລະ ຂະ ແໜງການ ແລະ ຜູ້ຊ່ຽວຊານ, ບົນພື້ນຖານມາດຕະຖານ ແລະ ຄວາມເປັນເອກະພາບທາງ ດ້ານເນື້ອໃນຂອງຕົວຊີ້ວັດດັດ ຊະນີໝາຍການພັດທະນາຊາວ ໜຸ່ມອາຊຽນ ໂດຍການຄວບຄຸມ ກົນໄກການເກັບກຳຂໍ້ມູນທີ່ມີຢູ່ ທັງ ໃນລະດັບປະເທດ ແລະ ພາກພື້ນ ອາຊຽນ, ຄາດຄະເນຜົນໄດ້ຮັບ.ໄລຍະສັ້ນ: ແຜນງານການພັດ ທະນາຊາວໜຸ່ມອາຊຽນ ແລະ ດຳເນີນການຕິດຕາມ ແລະ ການ ປະເມີນແຜນການດຳເນີນງານ ການພັດທະນາຊາວໜຸ່ມອາຊຽນ ແຕ່ປີ 2021 -2025 ເຊິ່ງມີໂຄງປະກອບດັ່ງນີ້:ລົງເລິກບັນດາທິດສະດີການປ່ຽນແປງ ທີ່ຕິດພັນກັບ ແຜນແມ່ບົດປະຊາຄົມອາຊຽນ 2025 ແລະ ແຜນການດຳເນີນ ງານທີ່ເປັນໄປໄດ້ ວ່າດ້ວຍ ການ ຈັດຕັ້ງປະຕິບັດແຜນງານການ ພັດທະນາຊາວໜຸ່ມອາຊຽນ 2021-2025 (ANNEX), ການວິໄຈ 14 ຕົວຊີ້ວັດທີ່ຊີ້ໃຫ້ ເຫັນເຖິງໝາກຜົນຂອງແຕ່ລະ ກິດຈະກຳພາຍໃຕ້ບັນດາແຜນກິດ ຈະກຳທີ່ໄດ້ຜ່ານການພິຈາລະນາ ໃຫ້ຈັດຕັ້ງປະຕິບັດ (ກິດຈະກຳ ທີ່ນອນຢູ່ໃນແຜນການດຳເນີນງານການພັດທະນາຊາວໜຸ່ມອາຊຽນ), ນິຍາມ (ຖ້າມີ), ຂໍ້ມູນຕ່າງໆທີ່ນອນຢູ່ໃນບັນດາ ກົນໄກການເກັບກຳຕົວຊີ້ວັດ ແລະ ຂໍ້ມູນທີ່ມີຢູ່ແລ້ວ. ບັນດາເອກະ ສານອ້າງອີງອາດຈະລວມເອົາ ແຕ່ບໍ່ຈຳເປັນຈຳກັດຢູ່ທີ່ບັນດາຂໍ້ ມູນຕໍ່ໄປນີ້: ຂໍ້ມູນທີ່ເກັບກຳໄດ້ ໃນລະດັບຊາດ ບົນພື້ນຖານເອກະ ສານລາຍງານທີ່ມີຢູ່ ລວມທັງ ດັດຊະນີໝາຍການພັດທະນາ ຊາວໜຸ່ມໃນລະດັບຊາດ, ຂໍ້ມູນທີ່ ເກັບກຳໂດຍລະບົບສະຖິຕິຂອງ ປະຊາຄົມ ອາຊຽນ ຫຼື The ASEAN Community Statistical System(ACSS), ບັນດາຕົວ ຊີ້ວັດການພັດທະນາທີ່ຍືນຍົງ.ການເກັບກຳບັນດາຂໍ້ມູນທີ່ມີຢູ່ ຂອງເຄືອຂ່າຍການເຊື່ອມໂຍງ ຊາວ ໜຸ່ມອາຊີ-ປາຊີຟິກ. ຕົວຊີ້ວັດ ຕ່າງໆ ຈຳເປັນຕ້ອງປະກອບມີ ກົນໄກການເກັບກຳຂໍ້ມູນ ປະຖົມ ມະລຶກ, ໄລຍະຍາວ: ການສະ ໜັບສະໜູນທາງດ້ານເຕັກ ໂນ ໂລຊີ ຂອງ ເຄືອຂ່າຍການເຊື່ອມ ໂຍງຊາວໜຸ່ມອາຊີ-ປາຊີຟິກ ຕໍ່ກອງເລຂາອາຊຽນ ໃນການ ຕິດຕາມ ແລະ ປະເມີນຄວາມ ຄືບໜ້າຂອງການຈັດຕັ້ງປະຕິບັດ ແຜນການດຳເນີນງານການພັດ ທະນາຊາວໜຸ່ມອາຊຽນ ປິ 2021-2025 ໃນໄລຍະການສ້າງແຜນການ ຕິດຕາມ ແລະ ປະເມີນແຜນການ ດຳເນີນງານການພັດທະນາຊາວ ໜຸ່ມອາຊຽນ, ເຄືອຂ່າຍການ ເຊື່ອມໂຍງຊາວໜຸ່ມ ອາຊີ-ປາ ຊີຟິກຈະໄດ້ຮັບໜ້າທີ່ເປັນທີ່ປຶກ ສາ ແລະ ກຳນົດບັນດາຕົວຊີ້ວັດ ຕ່າງໆໃນໄລຍະດ້ານ ຈັດຕັ້ງປະ ຕິບັດແຜນການຕິດຕາມ ແລະ ປະ ເມີນແຜນການດຳເນີນງານການ ພັດທະນາຊາວໜຸ່ມອາຊຽນ 5 ປີ, ການແບ່ງໜ້າທີ່ການແນະນຳບົດ ບາດລະຫວ່າງເຈົ້້າໜ້າທີ່ອາວຸ ໂສຊາວໜຸ່ມອາຊຽນ(SOMY), ກອງເລຂາອາຊຽນ ແລະ ເຄືອ ຂ່າຍການເຊື່ອມໂຍງຊາວໜຸ່ມ ອາຊີ-ປາຊີຟິກ (APINY).



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ