ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເດີນທາງໄປຢ້ຽມຢາມແຂວງຫຼວງນໍ້າທາ ຢ່າລືມແວ່ກາບໄຫວ້ສອງພະທາດເກົ່າແກ່ຫຼາຍຮ້ອຍປີ
ເວລາອອກຂ່າວ: 2021-09-01 08:37:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ພະທາດຈອມສິງ ແລະ ພະ ທາດ ຫີນຟູ ເປັນພະທາດຄູ່ບ້ານຄູ່ ເມືອງຂອງແຂວງຫຼວງນ້ຳທາ ເປັນພະທາດເກົ່າແກ່ອາຍຸຫຼາຍ ຮ້ອຍປີຕັ້ງຄອຍຖ້າໃຫ້ລູກຫຼານ ຊາວແຂວງຫຼວງນໍ້າທາເດີນ ທາງມາກາບໄຫວ້ເຄົາລົບບູຊາ ຖ້າຫາກທ່ານໃດມີໂອກາດເດີນ ທາງໄປຢ້ຽມຢາມແຂວງຫຼວງ ນ້ຳ ທາ ກໍບໍ່ຄວນພາດແວ່ກາບໄຫວ້ ຂໍພອນສິ່ງສັກສິດນະສະຖານທີ່ ດັ່ງກ່າວ . ພະທາດຈອມສິງ ເມືອງສິງ ແຂວງຫຼວງນໍ້າທາ ຕັ້ງຢູ່ທາງ ທິດຕາເວັນຕົກສ່ຽງໃຕ້ຂອງ ເມືອງສິງ ຕັ້ງຢູ່ເທິງຈອມພູ ແຄມ ເສັ້ນທາງ ເມືອງສິງ- ເມືອງລອງ ຫ່າງຈາກຕົວເມືອງສິງໄປທາງ ເມືອງລອງ ປະມານ 10 ກິໂລ ແມັດ ມີເສັ້ນທາງດິນແດງ ຈາກ ຕີນພູຂຶ້ນຫາຈອມພູ ສາມາດ ນຳລົດຈັກ ແລະ ລົດໃຫຍ່ຂຶ້ນໄດ້ ໄລຍະທາງຈາກຕີນພູຫາຈອມ ມີຄວາມຍາວ ປະມານ300 ເເມັດ. ເຊິ່ງມີປະຫວັດຄວາມ ເປັນມາເລົ່າ ລືສືບຕໍ່ກັນມາວ່າ: ຕະຫຼອດລາ ຊະການຂອງພະຍາແທນໃຫ້ ປົກຄອງເມືອງສິງຫຼວງ ແມ່ນມີ ຄວາມອຸດົມສົມບູນສ້າງສາຕົວ ເມືອງ (ຄູວຽງ) ຂອງເພິ່ນເອງ ພ້ອມທັງຂຸດຄູອ້ອມຮອບ (ປັດ ຈຸບັນຮ່ອງຮອຍຄູວຽງເກົ່າຍັງ ມີຢູ່ບາງສ່ວນບໍລິເວນພະ ທາດ ຫຼວງຊຽງຕຶງ) ປີ ຄ.ສ 1519 ໄດ້ ມີຄົນຜູ້ໜຶ່ງມີຊື່ວ່າ “ທ້າວ ໄຮ່(ພະ ຍາແທນໃຫ້)” ໄດ້ນໍາພາຄົນ ຈໍານວນ 600 ຄົນ ເຂົ້າມາຕັ້ງ ບ້ານເຮືອນຢູ່ໃນດິນແດນເມືອງ ອາລາວີ ເຊິ່ງເປັນເມືອງປະຮ້າງ ໄວ້ເຖິງ 350 ປີ ພະຍາແທນໃຫ້ ສ້າງເມືອງ (ຄູວຽງ) ຂຶ້ນບໍລິ ເວນ ພູທາດຫຼວງຊຽງຕຶງ( ໃນ ປັດຈຸບັນ)ໃນ ປີ ຄ.ສ 1519 ແລະ ຕັ້ງຊື່ເມືອງວ່າ: “ເມືອງ ມະຊິມມະ ອາລະວີ” ພາຍຫຼັງສ້າງ ແລ້ວປະຊາຊົນ ໄດ້ຫົດ ສົງໃຫ້ ທ້າວໄຮ່ ຂຶ້ນເປັນ “ພະຍາ ທ້າວ ໄຮ່” ຂຶ້ນປົກຄອງເມືອງ “ມະຊິມ ມະທະນີອາລະວີ” ແລະ ເນື່ອງ ຈາກວ່າ ລາວເປັນຄົນໃຈບຸນ ູໃຈກຸ ສົນມັກກິນມັກທານ ຢູ່ໃນສິນກິນ ໃນທຳມີຈິດໃຈເອື້ອເຟື້ອ ເພື່ອແຜ່ ເວລາໃຜຂໍຫຍັງກໍໃຫ້ດັ່ງໃຈ ດັ່ງ ນັ້ນ, ຈາກຊື່ພະຍາໄຮ່ ປະຊາຊົນ ຈິ່ງພາກັນເອີ້ນວ່າ “ພະຍາ ແທນ ໃຫ້” ພາຍຫຼັງທີ່ພະຍາແທນໃຫ້ ປົກຄອງເມືອງ “ມະຊິມມະທະ ນີອາລະວີ” ມາຮອດປີ ຄສ 1521 ກໍໄດ້ປ່ຽນຊື່ເມືອງຈາກ “ເມືອງ ມະຊິມມະທະນີອາລະວີ” ມາ ເປັນ “ເມືອງສິງກຸດຕະລະລາຊາ ທະນີອາລະວີ ຫຼືເມືອງສິງຫຼວງ (ສິງໃຫຍ່)” ນອກຈາກນັ້ນ ພະ ຍາແທນໃຫ້ຍັງໄດ້ບູລະນະພະ ທາດຫຼວງຊຽງຕຶງ ຂຶ້ນໃໝ່ ແລະ ສ້າງພະທາດດວງໜຶ່ງຂຶ້ນ ແລະ ຕັ້ງຊື່ວ່າ ພະທາດຈອມສິງ ເຊິ່ງ ໄດ້ເອົານາມ ເມືອງສິງ ທີ່ຕັ້ງຂຶ້ນ ໃໝ່ນັ້ນ ມາຕັ້ງເປັນຊື່ພະທາດ ເພື່ອເປັນພະທາດບ້ານຄູ່ເມືອງ ສິງ ອີກດວງໜຶ່ງທີ່ສະແດງເຖິງ ສ້າງຂຶ້ນພ້ອມກັບການສ້າງ ເມືອງ ສິງ . ພະທາດຫີນຟູ ຕັ້ງຢູ່ເທິງ ດອນ ບ້ານຊາຍ ໂດຍມີແມ່ນໍ້າ ຂອງອ້ອມຮອບ ຫ່າງຈາກເທ ສະບານເມືອງສິງ ໄປທາງທິດ ຕາເວັນອອກສ່ຽງເໜືອປະມານ 70 ກິໂລແມັດ, ເສັ້ນທາງເຂົ້າ ໄປພະທາດຫີນຟູ ມີຄວາມຫຍຸ້ງ ຍາກສົມຄວນ ເນື່ອງຈາກພະທາດ ຕັ້ງຢູຫ່າງໄກສອກຫຼີກ ແລະ ເປັນ ເສັ້ນທາງພູດອຍ ພະທາດຫີນຟູ ແມ່ນພະທາດທີ່ເກົ່າແກ່ອີກແຫ່ງ ໜຶ່ງຢູ່ໃນເມືອງສິງ ໄດ້ສ້າງຂຶ້ນ ໃນປີ ຄ.ສ 1792 ພ້ອມກັບພະ ທາດ ຈອມໝອກ (ເມືອງລອງ) ພະທາດຜາຄໍາ(ເມືອງລອງ) ພະທາດຈອມຈວງ (ເມືອງລອງ), ແລະ ພະທາດແມວສີ ເມືອງສະ ( ມຽນມາ), ບັນດາພະທາດເຫຼົ່ານີ້ ສ້າງຂຶ້ນໂດຍເຈົ້າແສງສີຂະຕິ ຍະວົງສາ ໃນສະໄໝສ້າງເມືອງ ສິງຂຶ້ນໃໝ່ ຕາມຄວາມເຊື່ອ ແລະ ການບອກເລົ່າຂອງຜູ້ເຖົ້າຜູ້ແກ່ ເວົ້າວ່າ: ພະທາດຫີນຟູແມ່ນຕັ້ງ ຢູ່ກາງແມ່ນ້ຳຂອງ ເຊິ່ງເປັນດິນ ທີ່ພູນຂຶ້ນຈາກໜ້າພາຍໃນພຽງ ໜ້ອຍດຽວ ແຕ່ບໍ່ເຄີຍຖືກຖ້ວມຈັກ ເທື່ອຍ້ອນວ່າ ເມື່ອເວລານໍ້າຂຶ້ນ ດອນແຫ່ງນີ້ກໍຟູຂຶ້ນຕາມນໍ້າ ແລະ ນໍ້າລົງກໍລົງຕາມນໍ້າດັ່ງນັ້ນ, ພະ ທາດ ແຫ່ງນີ້ ຈຶ່ງໄດ້ຊື່ວ່າ “ພະ ທາດຫີນຟູ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ