ກອງທັບປະຊາຊົນລາວ

ວັນເສົາ, ວັນທີ 09 ຕຸລາ 2021



ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເຄື່ອນໄຫວເຮັດວຽກຢູ່ທະຫານແຂວງຜົ້ງສາລີ
ເວລາອອກຂ່າວ: 2021-09-02 08:38:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 12 | ຄວາມນິຍົມ:



ວັນທີ 30 ສິງຫາ 2021 ນີ້, ສະຫາຍ ພົນຈັດຕະວາ ພັນ ແສງ ບຸນພັນ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ ພ້ອມ ດ້ວຍຄະນະ ໄດ້ລົງເຄື່ອນໄຫວ ເຮັດວຽກຢູ່ກອງບັນຊາການທະ ຫານແຂວງຜົ້ງສາລີ. ໂດຍ ການ ຕ້ອນຮັບຂອງ ສະຫາຍ ພັນເອກ ຊຽງເພັງ ບົວລະວົງ ຫົວໜ້າ ການທະຫານ ກອງບັນຊາການ ທະຫານແຂວງຜົ້ງສາລີ, ມີຄະ ນະພັກ-ຄະນະບັນຊາ, ພະນັກງານ ຫຼັກແຫຼ່ງອົງການ 5 ຫ້ອງ, ໂຮງ ໝໍທະຫານແຂວງ, ກອງບັນຊາການທະຫານເມືອງ ແລະ ກົມ ກອງອ້ອມຂ້າງເຂົ້າຮ່ວມ. ໃນການເຄື່ອນໄຫວເຮັດວຽກ ຄັ້ງນີ້, ສະຫາຍຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ ກໍໄດ້ ຮັບຟັງການລາຍງານສະພາບ ລວມໂດຍຫຍໍ້ຈາກ ສະຫາຍ ພັນ ເອກ ຊຽງເພັງ ບົວລະວົງ ເຊິ່ງສະ ຫາຍໄດ້ຍົກໃຫ້ເຫັນບາງບັນຫາທີ່ ພົ້ນເດັ່ນໃນໄລຍະຜ່ານມາໂດຍ ສະເພາະແມ່ນໃນຂອບເຂດຄວາມ ຮັບຜິດຊອບຂອງຕົນ ໂດຍລວມ ແມ່ນມີຄວາມສະຫງົບ ໂດຍພື້ນ ຖານ, ສະພາບປະຊາຊົນໄດ້ທໍາມາ ຫາກິນ, ດໍາເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍບ້ານເມືອງ ເພື່ອຍູ້ແຮງການພັດທະນາຕາມ ການຊີ້ນໍາ-ນໍາພາຂອງພັກຕໍ່ແຕ່ ລະຂົງເຂດຢ່າງເປັນຂະບວນ ການຟົດຟື້ນ, ສະພາບກົມກອງພະ ນັກງານ-ນັກຮົບແມ່ນມີຄວາມ ອຸ່ນອຽນທຸນທ່ຽງປະຕິບັດໜ້າທີ່ວິ ຊາສະເພາະຂອງຕົນຢ່າງເປັນປົກ ກະຕິພ້ອມກັນເຮັດສໍາເລັດໜ້າທີ່ ຕາມຂັ້ນເທິງມອບໝາຍເພື່ອເຮັດ ໃຫ້ຂອບເຂດຄວາມຮັບຜິດຊອບ ມີຄວາມສະຫງົບ ແລະ ເປັນລະ ບຽບຮຽບຮ້ອຍ, ແຕ່ຍັງມີບາງ ພາກສ່ວນທີ່ຮູ້ເທົ່າບໍ່ເຖິງການຢູ່ ລຽບຕາມຊາຍແດນຍັງມີການຄ້າ ຂາຍເຖື່ອນ, ເຂົ້າ-ອອກເມືອງ ແບບຜິດກົດໝາຍ ແລະ ອື່ນໆ. ໃນໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຍັງໄດ້ໂອ້ລົມຕໍ່ພະນັກງານຫຼັກ ແຫຼ່ງເຊິ່ງສະຫາຍ ໄດ້ຍ້ອງຍໍຊົມ ເຊີຍຕໍ່ການປະຕິບັດໜ້າທີ່ຂອງ ພະນັກງານ-ນັກຮົບໃນກໍາລັງ ທ້ອງຖິ່ນແຂວງຜົ້ງສາລີ ທີ່ສາ ມາດເຮັດລ້ອນໜ້າທີ່ຂອງຕົນກໍຄືເຮັດໃຫ້ຂອບເຂດຄວາມຮັບຜິດ ຊອບມີຄວາມສະຫງົບໂດຍພື້ນ ຖານ, ພ້ອມນັ້ນໄດ້ຍົກໃຫ້ເຫັນ ບາງສະພາບການຂອງໂລກ, ພາກພື້ນທີ່ພວມຜັນແປໄປຢ່າງ ໄວວາ, ທີ່ເປັນສາເຫດສ້າງຄວາມ ສັບສົນ ແລະ ເປັນສິ່ງທ້າທາຍ ໃນການສ້າງສາພັດທະນາແຕ່ ລະຂົງເຂດວຽກງານ ໂດຍສະ ເພາະແມ່ນການແຜ່ລະບາດ ຂອງພະຍາດໂຄວິດ-19 ເຊິ່ງ ເປັນໄພຄຸກຄາມທີ່ທົ່ວໂລກພວມ ປະເຊີນໜ້າ, ພ້ອມດຽວກັນນັ້ນ ສະຫາຍໄດ້ເນັ້ນໜັກຫຼາຍບັນຫາ ເປັນຕົ້ນແມ່ນ ໃຫ້ຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນຈົ່ງເອົາໃຈໃສ່ໃນການສຶກສາອົບຮົມການ ເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບຮັບຮູ້ເຊື່ອມຊຶມຕໍ່ແນວ ທາງປ່ຽນແປງໃໝ່ຂອງພັກ, ມີ ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະ ເທດຊາດ, ເອົາໃຈໃສເຝິກແອບ ຮໍ່າຮຽນທາງດ້ານການເມືອງ, ການທະຫານ ແລະ ວິຊາສະເພາະ ໃຫ້ມີຄວາມຄ່ອງແຄ່ວ, ຊໍານິຊໍາ ນານ ເພື່ອກຽມພ້ອມສູ້ຮົບ ແລະ ກຽມພ້ອມຮັບມືກັບໄພພິບັດ ຕ່າງໆ, ຫັນລົງກໍ່ສ້າງຮາກຖານ ການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ຮ່ວມມືກັບອໍານາດການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໃນການສ້າງຄວາມເຂັ້ມແຂງ ຂອງກໍາລັງກອງຫຼອນ-ປ້ອງ ກັນຕົວ ເພື່ອເຮັດໃຫ້ຮາກຖານມີ ຄວາມສະຫງົບ, ພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມລະ ຫວ່າງກອງທັບກັບປະຊາຊົນ, ສືບຕໍ່ພົວພັນການຮ່ວມມືກັບ ສສ ຫວຽດນາມ ແລະ ສປ ຈີນ ໃນການ ປົກປັກຮັກສາຊາຍແດນລະ ຫວ່າງປະເທດໃຫ້ມີຄວາມສະ ຫງົບ ແລະ ເປັນລະບຽບຮຽບ ຮ້ອຍ, ຄຽງຄູ່ກັນນັ້ນຕ້ອງໄດ້ ມີການເພີ່ມພູນຜະລິດຜົນດ້ວຍ ການປູກ-ການລ້ຽງຕາມທິດນໍາ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງເທື່ອລະກ້າວ. ໂດຍ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ