ກອງທັບປະຊາຊົນລາວ

ວັນເສົາ, ວັນທີ 09 ຕຸລາ 2021



ກອງປະຊຸມສຳມະນາລະດົມແນວຄິດ ໃສ່ຮ່າງນິຕິກໍາໃຕ້ກົດໝາຍຂອງສະພາແຫ່ງຊາດ
ເວລາອອກຂ່າວ: 2021-09-02 08:39:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 211 | ຄວາມນິຍົມ:



ໃນລະຫວ່າງວັນທີ 26-27 ສິງຫາ 2021 ທີ່ແຂວງບໍລິຄໍາໄຊ; ກໍາມາທິການວຽກງານນິຕິກຳສະ ມາຊິກສະພາແຫ່ງຊາດ (ກວສຊ) ໄດ້ຈັດກອງປະຊຸມສຳມະນາ ເພື່ອ ລະດົມແນວຄິດໃສ່ຮ່າງນິຕິກໍາ ໃຕ້ກົດໝາຍຂອງສະພາ ແຫ່ງ ຊາດ; ໂດຍການເປັນປະທານ ຂອງທ່ານ ຄຳໃບ ດຳລັດ ກໍາມະ ການສູນກາງພັກ, ຮອງປະທານ ສະພາແຫ່ງຊາດ, ມີ ທ່ານ ສຸບັນ ສະວະບຸດ ກຳມະການຄະນະ ປະຈຳສະພາແຫ່ງຊາດ ປະທານກວສຊ; ບັນດາທ່ານປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ; ຮອງປະ ທານກຳມາທິການ, ຮອງປະ ທານຄະນະສະມາຊິກສະພາ ແຫ່ງຊາດປະຈຳເຂດເລືອກຕັ້ງ, ຄະນະກົມ, ຄະນະເລຂາທິການ ສະພາປະຊາຊົນຂັ້ນແຂວງ ແລະ ຕາງໜ້າຈາກ ອົງການອ໋ອກ ຟາມ, ອົງການສະຫະປະຊາ ຊາດ, ອົງການເຮວວີຕັດ ປະຈຳ ສປປລາວ ພ້ອມດ້ວຍແຂກຖືກ ເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ. ໃນກອງປະຊຸມ, ທ່ານ ຄຳໃບ ດຳລັດ ໄດ້ມີຄຳເຫັນກ່າວເປີດ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ກຳມາທິ ການວຽກງານສະມາຊິກສະພາ ແຫ່ງຊາດ ແມ່ນກຳມາທິການ ທີ່ສ້າງຕັ້ງໃໝ່ໃນກົງຈັກຂອງສະ ພາແຫ່ງຊາດ ເຊິ່ງສະພາແຫ່ງ ຊາດຊຸດທີ VIII ມີຊື່ເອີ້ນວ່າ: ຄະ ນະຮັບຜິດຊອບວຽກງານເຂດ ເລືອກຕັ້ງ), ກໍາມາທິການດັ່ງ ກ່າວໄດ້ຖືກຮັບຮອງໃນກອງປະ ຊຸມຄັ້ງປະຖົມມະລືກຂອງສະ ພາແຫ່ງຊາດ ຊຸດທີ IX (22-26/03/2021), ມີພາລະບົດ ບາດເປັນເສນາທິການໃຫ້ແກ່ສະ ພາແຫ່ງຊາດ ແລະ ຄະນະປະ ຈໍາສະພາແຫ່ງຊາດ ໃນ 4 ວຽກ ງານຕົ້ນຕໍຄື: 1. ວຽກງານກົງ ຈັກການຈັດຕັ້ງຂອງສະພາ ແຫ່ງຊາດ; 2. ຄຸ້ມຄອງກ່ຽວ ກັບສະມາຊິກສະພາແຫ່ງ ຊາດ; 3. ການປະເມີນຜົນ, ການລົງ ມະຕິບໍ່ໄວ້ວາງໃຈ ແລະ ການປົດ ຕໍາແໜ່ງບຸກຄະລາກອນທີ່ສະ ພາແຫ່ງຊາດເລືອກຕັ້ງ ແລະ ຮັບ ຮອງເອົາການແຕ່ງຕັ້ງ; 4. ກະ ກຽມວຽກງານການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ສະມາ ຊິກສະພາປະຊາຊົນຂັ້ນ ແຂວງ. ກອງປະຊຸມໃນຄັ້ງນີ້ ຈະໄດ້ພ້ອມ ກັນຄົ້ນຄວ້າ, ປຶກສາຫາລື, ແລກ ປ່ຽນຄໍາຄິດເຫັນຕໍ່ກັບຮ່າງມະ ຕິຈຳນວນ 3 ສະບັບ ໃນນັ້ນ ສ້າງ ໃໝ່ 1 ສະບັບ ແລະ ປັບປຸງ 2 ສະ ບັບ ຄື: 1. ຮ່າງມະຕິ ວ່າດ້ວຍລະ ບຽບການດໍາເນີນກອງປະຊຸມສະພາແຫ່ງຊາດ (ສະບັບປັບປຸງ); 2. ຮ່າງມະຕິ ວ່າດ້ວຍການປະ ເມີນຜົນການປະຕິບັດໜ້າທີ່ຂອງ ບຸກຄະລາກອນ (ສະບັບປັບປຸງ); 3. ຮ່າງມະຕິ ວ່າດ້ວຍການພົບ ປະປະຊາຊົນຂອງສະມາຊິກ ສະ ພາແຫ່ງຊາດ (ສະບັບສ້າງໃໝ່). ໃນ 3 ນິຕິກໍາລ້ວນແຕ່ ເປັນນິຕິ ກຳທີ່ສຳຄັນ ແລະ ຈຳເປັນຫຼາຍ ເພາະເປັນຂັ້ນຕອນໜຶ່ງຂອງການ ອອກນິຕິກຳ ຈື່ງລະດົມແນວ ຄວາມຄິດ, ບົດຮຽນ ແລະ ປະສົບ ການຕົວຈິງຈາກບັນດາທ່ານຢູ່ ແຕ່ລະເຂດເລືອກຕັ້ງ, ເຊິ່ງເປັນ ຜູ້ທີ່ມີບົດຮຽນ ແລະ ປະສົບການ ຕົວຈິງ ໃນການຈັດຕັ້ງປະຕິບັດ ວຽກງານຕ່າງໆ ໂດຍ: ສົມນຶກ ແກ້ວໄຊຍະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ