ຄສພ ມອບປຶ້ມເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2021-09-02 08:41:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 50 | ຄວາມນິຍົມ: ![]()
ວັນທີ 01 ກັນຍາ 2021 ນີ້, ຄະນະໂຄສະນາອົບຮົມສູນ ກາງພັກ (ຄສພ) ໄດ້ຈັດພິທີມອບ ປຶ້ມເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ກະຊວງ ປ້ອງກັນປະເທດ, ໂດຍການເຂົ້າ ຮ່ວມ ແລະ ກ່າວມອບຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະ ການສູນກາງພັກ, ຮອງຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ ແລະ ກ່າວຮັບໂດຍທ່ານ ພົນຕີ ວົງຄໍາ ພົມມະກອນ ກໍາມະການ ສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ມີບັນດາພະນັກງານທີ່ກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ.
ທ່ານ ລາວປາວຊົ່ງ ນະວົງ ໄຊ ໄດ້ກ່າວວ່າ: ພາຍຫຼັງສໍາເລັດ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກົມການເມືອງສູນກາງພັກ ໄດ້ມີ ທິດຊີ້ນໍາໃຫ້ກຽມຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ດັ່ງກ່າວໃຫ້ເຂົ້າສູ່ວຽກ ງານຕົວຈິງໂດຍໄວ, ໃນນັ້ນກົມ ການເມືອງສູນກາງພັກ ໄດ້ມອບໃຫ້ ຄສພ ເປັນເຈົ້າການ ແລະ ເປັນ
ໃຈກາງປະສານສົມທົບ ກັບ ທຸກ
ພາກສ່ວນທີ່ກ່ຽວຂ້ອງໃນການ ສ້າງເອກະສານເຊື່ອມຊຶມ, ຜັນ
ຂະຫຍາຍມະຕິກອງປະຊຸມໃຫຍ່
ຄັ້ງທີXI ຂອງພັກ ແລະ ຕົກລົງ
ໃຫ້ຄະນະໂຄສະນາອົບຮົມສູນ
ກາງພັກສືບຕໍ່ເປັນຜູ້ກະກຽມ
ຈັດພິມ ແລະ ຈໍາໜ່າຍປື້ມເອກະ ສານກອງປະຊຸມໃຫຍ່ ຄັ້ງທີ XI
ຂອງພັກ. ສຳລັບເອກະສານຮັບ ໃຊ້ການເຊື່ອມຊຶມ ແລະ ຜັນຂະ
ຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງ
ທີ XI ຂອງພັກໄດ້ເຮັດເປັນ 2 ຫົວ, ສ່ວນການກະກຽມຈັດພິມປື້ມເອ ກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກສະບັບສົມບູນ, ຈຳນວນ 30 ພັນຫົວ. ໄດ້ຈັດສົ່ງໃຫ້ບັນ ດາກະຊວງ-ອົງການອ້ອມຂ້າງ ສູນກາງສ່ວນໃຫຍ່ແມ່ນໄດ້ຈັດ ສົ່ງໃຫ້ຫ້ອງການກະຊວງ ຫຼື ກົມກ່ຽວຂ້ອງໂດຍກົງ ເພື່ອແຈກ ຢາຍຕໍ່. ການມອບປື້ມເອກະສານ ກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກໃຫ້ກະຊວງປ້ອງກັນປະເທດ ໃນມື້ນີ້ແມ່ນພິທີມອບຢ່າງເປັນ ທາງການ, ເຊິ່ງກ່ອນໜ້ານີ້ ຫຼາຍ
ພາກສ່ວນຂອງກະຊວງປ້ອງກັນ ປະເທດ ກໍໄດ້ໄປພົວພັນຮັບເອົາ ກ່ອນແລ້ວຈຳນວນ 290 ຫົວ ຄື:
ວິທະຍາຄານປ້ອງກັນຊາດ ໄກ
ສອນ ພົມວິຫານ, ວິທະຍາຄານ
ກົມມະດຳ, ໂຮງຮຽນທະຫານ
ຊາຍແດນ 712 ແລະ ໂຮງຮຽນ
ທິດສະດີການເມືອງກອງທັບ ພາກສ່ວນລະ 50 ຫົວ, ວິທະ
ຍາຄານເຕັກນິກ ແລະ ວິທະຍາ
ຄານພະລາທິການກອງທັບ ພາກ
ສ່ວນລະ 40 ຫົວ; ຫໍພິພິທະພັນ ກອງທັບ 10 ຫົວ ແລະ ມອບໃຫ້ ກະຊວງປ້ອງກັນປະເທດ ໃນມື້ ນີ້ຈຳນວນ 740 ຫົວ ລວມທັງ ໝົດເປັນ 1.030 ຫົວ.
ໂອກາດນີ້, ທ່ານ ພົນຕີ ວົງຄໍາ
ພົມມະກອນ ໄດ້ສະແດງຄວາມ ຂອບໃຈຕໍ່ ຄສພ ທີ່ນໍາເອົາປຶ້ມເອ
ກະສານກອງປະຊຸມໃຫຍ່ ຄັ້ງທີ
XI ຂອງພັກ ມາມອບໃຫ້ກະຊວງ ປ້ອງກັນປະເທດ ເພື່ອເປັນການ ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະ ຫຍາຍເນື້ອໃນຂອງ ກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ແລະ ຈະ ນໍາເອົາປຶ້ນຈໍານວນດັ່ງກ່າວນີ້ ໄປ ແຈກຢາຍໃຫ້ບັນດາກອງບັນຊາ ການທະຫານແຂວງ, ກົມ, ກອງ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ ແລະ ບ່ອນທີ່ມີຄວາມຈໍາເປັນຕ້ອງ ໃຊ້ໃຫ້ທົ່ວເຖິງ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















