ອວຍພອນກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ສສ ຫວຽດນາມ
ເວລາອອກຂ່າວ: 2021-09-03 08:38:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 193 | ຄວາມນິຍົມ: ![]()
ວັນທີ 1 ກັນຍາ 2021ນີ້, ສະຫາຍ ພັນເອກ ວົງໄຊ ອິນທະ ຄໍາ ທີ່ປຶກສາທູດຝ່າຍປ້ອງກັນ ຊາດ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້
ເຂົ້າອວຍພອນ ສະຫາຍ ພັນເອກພິ
ເສດ ບຸຍຈ້ອງຫຽວ ຮອງຫົວໜ້າ ກົມພົວພັນຕ່າງປະເທດ, ກະຊວງ ປ້ອງກັນປະເທດ ສສ ຫວຽດນາມ, ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 76 ປີ (2 ກັນຍາ 1945-2 ກັນຍາ 2021).
ໃນໂອກາດນີ້, ສະຫາຍ ພັນເອກ
ວົງໄຊ ອິນທະຄໍາ ໄດ້ສະແດງ ຄວາມຂອບໃຈ ຕໍ່ສະຫາຍຮອງ ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ສສ ຫວຽດນາມ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ ພ້ອມທັງໄດ້ຕີລາ
ຄາສູງຕໍ່ການພົວພັນຮ່ວມມືລະ ຫວ່າງສອງພັກ, ສອງລັດ, ສອງ
ກອງ ທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອ ຊ່ວຍເຫຼືອເຊິ່ງກັນ ແລະ ກັນມາ ແຕ່ດົນນານ, ບໍ່ວ່າໃນໄລຍະຕໍ່ສູ້ ກູ້ຊາດຕ້ານພວກຈັກກະພັດລ່າ ເມືອງຂຶ້ນແບບເກົ່າ ແລະ ແບບ ໃໝ່ ສອງປະເທດໄດ້ຄຽງບ່າ ຄຽງໄຫຼ່ກັນຕໍ່ສູ້ຕ້ານສັດຕູໂຕດຽວ ກັນ ຈົນໄດ້ຮັບໄຊຊະນະ ແລະ ໄດ້ ຮັບການປົດປ່ອຍປະເທດຊາດ ຢ່າງສົມບູນ, ພ້ອມດຽວກັນນັ້ນ, ກໍໄດ້ສະແດງຄວາມຍິນດີຕໍ່ການ ນໍາພາອັນສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ຕະ ຫຼອດໄລຍະ 76 ປີ ແຫ່ງການປະ
ຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດ ຊາດ ຕາມທິດກ້າວຂຶ້ນສູ່ຈຸດໝາຍ
ສັງຄົມນິຍົມ, ເຮັດໃຫ້ປະຊາຊົນ ຮັ່ງມີຜາສຸກ, ປະເທດຊາດເຂັ້ມ ແຂງ, ສັງຄົມມີຄວາມຍຸດຕິທໍາ, ປະຊາທິປະໄຕ ແລະ ສີວິໄລ.
ສະຫາຍ ພັນເອກພິເສດ ປຸ່ຍ ຈ້ອງຫຽວ ໄດ້ສະແດງຄວາມ ຂອບໃຈຕໍ່ສະຫາຍທີ່ປຶກສາທູດ ປ້ອງກັນຊາດ ລາວ ປະຈໍາ ສສ ຫວຽດນາມ ທີ່ເຫັນໄດ້ຄວາມໝາຍສໍາຄັນຂອງວັນດັ່ງກ່າວ, ຈຶ່ງໄດ້ເຂົ້າມາອວຍພອນໃນຄັ້ງ ນີ້, ຕະຫຼອດໄລຍະຜ່ານມາ ທີ່ປຶກ
ສາທູດປ້ອງກັນຊາດ ລາວ ໄດ້ ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງສະ ເໝີຕົ້ນສະເໝີປາຍໃນການປະ ສານສົມທົບ ແລະ ຊຸກຍູ້ການຈັດ ຕັ້ງຜັນຂະຫຍາຍແຜນການຮ່ວມ ມືລະຫວ່າງສອງກະຊວງປ້ອງ ກັນປະເທດ ລາວ-ຫວຽດນາມ ໃຫ້ ປະກົດຜົນເປັນຈິງ, ພ້ອມທັງເສີມ ຂະຫຍາຍສາຍພົວພັນລະຫວ່າງ ສອງປະເທດ ໃຫ້ແໜ້ນແຟ້ນ ແລະ ພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















