ທະຫານແຂວງບໍລິຄຳໄຊ ມອບເຮືອລາດຕະເວນ ໃຫ້ 3 ກອງຮ້ອຍທະຫານຊາຍແດນລຽບຕາມລຳແມ່ນ້ຳຂອງ
ເວລາອອກຂ່າວ: 2021-09-03 19:11:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 301 | ຄວາມນິຍົມ: ![]()
ພາຍຫຼັງກົມທະຫານຊາຍ ແດນ ກົມໃຫຍ່ເສນາທິການ ກະ
ຊວງປ້ອງກັນປະເທດ ໄດ້ມອບ ເຮືອລາດຕະເວນ ຈຳນວນ 3 ລຳ
ໃຫ້ກອງບັນຊາການທະຫານ
ແຂວງບໍລິຄຳໄຊ ໃນວັນທີ 22
ທັນວາ 2020. ຈາກນັ້ນ ກອງ ບັນຊາການທະຫານແຂວງ ຈິ່ງ ໄດ້ຄັດເລືອກບຸກຄະລະກອນ ໄປເຝິກອົບກ່ຽວວິທີການຂັບຂີ່, ການນຳໃຊ້ ແລະ ການບົວລະບັດ ຮັກສາເຮືອ ຢູ່ກົມກ່ຽວຂ້ອງ ກະ ຊວງປ້ອງກັນປະເທດ.
ມາຮອດໃນວັນທີ 24 ສິງຫາ
2021 ນີ້, ກອງບັນຊາການທະ ຫານແຂວງບໍລິຄຳໄຊ, ໄດ້ມອບ ເຮືອລາດຕະເວນ ຈຳນວນ 3
ລຳ ໃຫ້ 3 ກອງຮ້ອຍທະຫານ ຊາຍແດນ ເຊິ່ງປະກອບມີ ກອງ ຮ້ອຍທະຫານຊາຍແດນ 254, 255 ແລະ 256 ເພື່ອນໍາໃຊ້ ເຂົ້າໃນປະຕິບັດໜ້າທີ່ວຽກງານ ການກວດກາລາດຕະເວນຕາມ ຂອບເຂດທີ່ຕົນຮັບຜິດຊອບ
ໃຫ້ມີຄວາມສະຫງົບ ແລະ ເປັນ
ລະບຽບຮຽບຮ້ອຍ, ໂດຍໃຫ້ກຽດ ກ່າວມອບຂອງ ສະຫາຍ ພັນໂທ
ວິສັນ ທິບວົງສາ ຮອງຫົວໜ້າ ຫ້ອງເສນາທິການ ທະຫານ ແຂວງບໍລິຄຳໄຊ ແລະ ກ່າວຮັບ
ໂດຍຄະນະບັນຊາທັງ 3 ກອງ ຮ້ອຍທະຫານຊາຍແດນ, ມີ
ສະຫາຍ ພັນໂທ ຄຳເດີມ
ກອງມະນີ ຮອງຫົວໜ້າຫ້ອງ
ເຕັກນິກ ທະຫານແຂວງບໍລິຄຳ ໄຊ, ມີຜູ້ຕາງໜ້າພະແນກກ່ຽວ
ຂ້ອງ ແລະ ບັນດາຄະນະພັກ-ຄະ
ນະບັນຊາກອງຮ້ອຍທະຫານຊາຍ
ແດນ ທັງ 3 ກອງຮ້ອຍ ພ້ອມດ້ວຍ
ພະນັກງານ-ນັກຮົບເຂົ້າຮ່ວມ.
ພິທີດັ່ງກ່າວຈັດຂຶ້ນຢູ່ທີ່ສຳນັກ ງານໝວດ 2 ກອງຮ້ອຍທະຫານ ຊາຍແດນ 255.
ໂດຍ: ສີທອງ ຈັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















