ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 19 ຕຸລາ 2021



ເປີດບັ້ນອົບຮົມ-ຫັດແອບ ບໍາລຸງຄູການທະຫານໄລຍະສັ້ນ ຄັ້ງທີ I ທົ່ວທະຫານແຂວງໄຊສົມບູນ
ເວລາອອກຂ່າວ: 2021-09-03 19:13:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 232 | ຄວາມນິຍົມ:



ວັນທີ 30 ສິງຫາ 2021, ຢູ່ໂມສອນກອງພັນ 597 ທະ ຫານແຂວງໄຊສົມບູນ, ໄດ້ເປີດ ບັ້ນອົບຮົມ-ຫັດແອບບໍາລຸງຄູ ການທະຫານໄລຍະສັ້ນ ທົ່ວທະ ຫານແຂວງໄຊສົມບູນ ໂດຍໃຫ້ ກຽດເປັນປະທານຂອງ ສະຫາຍ ພັນເອກ ຄໍາອີ່ງ ກີ່ງແກ້ວ ຫົວ ໜ້າການທະຫານ ກອງບັນຊາ ການທະຫານແຂວງໄຊສົມບູນ, ມີຄະນະພັກ-ຄະນະບັນຊາອົງ ການ 5 ຫ້ອງ, ມີຜູ້ຕາງໜ້າຈາກ 5 ກອງບັນຊາການທະຫານ ເມືອງ, ກອງພັນ, ກອງຮ້ອຍເອ ກະລາດ ພ້ອມດ້ວຍຄູ-ອາຈານ ຄະນະຮັບຜິດຊອບ ແລະ ບັນດາ ຄູການທະຫານທົ່ວກອງບັນຊາ ການທະຫານນະຄອນແຂວງ ເຂົ້າຮ່ວມ. ສະຫາຍ ພັນໂທ ສີມອນ ສີປະເສີດ ຫົວໜ້າພະແນກອົບ ຮົມ ໄດ້ຜ່ານແຜນການອົບຮົມ ຄັ້ງນີ້ ມີຈຸດປະສົງເພື່ອເຮັດໃຫ້ ບັນດາຄູ-ອາຈານ ກຳແໜ້ນບັນ ດາບົດຮຽນ, ທັງພາກທິດສະ ດີ ແລະ ພາກປະຕິບັດຕົວຈິງ, ເຮັດໃຫ້ມີຄວາມເອກະພາບ ກັນທາງດ້ານເນື້ອໃນ, ຫຼັກການ ຮັບປະກັນເວລານຳໃຊ້ໃນໜ້າທີ່ ວຽກງານຕົວຈິງ ພ້ອມທັງຖອດ ຖອນບົດຮຽນໃນໄລຍະໃໝ່ ເເນ ໃສ່ການປັບປຸງຄູການທະຫານໃຫ້ເຂົ້າໃຈເປັນເອກະພາບບົດຮຽນ, ເຊິ່ງການອົບຮົມຫັດແອບຈະດໍາ ເນີນໄປເປັນເວລາ 45 ວັນ. ສະຫາຍ ພັນເອກ ຄໍາອີ່ງ ກີ່ງແກ້ວ ໄດ້ເນັ້ນໜັກໃຫ້ຄູ-ອາ ຈານ ຈົ່ງເອົາໃຈໃສ່ນຳເອົາບົດ ຮຽນ ເພື່ອຖ່າຍຖອດຄວາມຮູ້ໃຫ້ ບັນດານັກເຝິກອົບຮົມໄດ້ຮັບຮູ້ ເຊື່ອມຊຶມຢ່າງເລິກເຊິ່ງ, ໂດຍສະ ເພາະທາງດ້ານສິລະປະຍຸດ-ຍຸດ ທະວິທີ, ເອົາໃຈໃສ່ຍົກສູງຄວາມ ສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການເຝີກແອບຮໍ່າຮຽນ ເພື່ອເຮັດສໍາເລັດໜ້າທີ່ການ ເມືອງຂອງຕົນ ແລະ ຮັບປະກັນ ທາງດ້ານຄວາມປອດໄພ 100%. ໂດຍ: ພຸດທະພອນ ລັດດານາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ