ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບໜ້າທີ່ຮອງຫົວໜ້າ ຄະນະວິຊາຄູຍຸດທະວິທີ ວິທະຍາຄານກົມມະດຳ
ເວລາອອກຂ່າວ: 2021-09-03 19:25:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3418 | ຄວາມນິຍົມ:



ວັນທີ 2 ກັນຍາ ນີ້, ຢູ່ທີ່ຄະນະ ວິຊາຄູຍຸດທະວິທີ ຫ້ອງອົບຮົມ-ກໍ່ສ້າງ ວິທະຍາຄານກົມມະດໍາ ໄດ້ ຈັດຕັ້ງພິທີມອບ-ຮັບໜ້າທີ່ ລະ ຫວ່າງ ສະຫາຍ ພັນໂທ ໄຊຕິຈິດ ມິດຕະພາບ ຮອງຫົວໜ້າຄະນະ ວີຊາຍຸດທະວີທີ ຜູ້ເກົ່າ ທີ່ຖືກສັບ ຊ້ອນໄປຮັບໝ້າທີ່ ເປັນຫົວໜ້າ ການທະຫານກອງພັນທີ 3 ແລະ ສະຫາຍ ພັນໂທ ສິງຄຳ ສີສຸວັນ ຮອງຫົວໝ້າຄະນະວິຊາຄູຍຸດ ທະວີທີຜູ້ໃໝ່. ພ້ອມທັງໄດ້ຜ່ານ ມະຕິຕົກລົງຂອງຄະນະພັກຮາກ ຖານຫ້ອງອົບຮົມ-ກໍ່ສ້າງ ວ່າ ດ້ວຍ ການບົ່ງຕົວແຕ່ງຕັ້ງສະຫາຍ ພັນໂທ ສິງຄຳ ສິສຸວັນ ເປັນຮອງ ເລຂາໜ່ວຍພັກ. ພາຍໃຕ້ການ ເປັນປະທານຂອງສະຫາຍ ພັນໂທ ຄຳໄຊ ອ່ອນມົນແສງ ຮອງຫົວ ໜ້າຫ້ອງອົບຮົມ-ກໍ່ສ້າງວິທະຍາ ຄານກົມມະດຳ. ສະຫາຍ ພັນໂທ ຄຳໄຊ ອ່ອນ ມົນແສງ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຮອງຫົວໜ້າຄະນະວິ ຊາຄູ ຜູ້ເກົ່າ ແລະ ຜູ້ໃໝ່ ທີ່ໄດ້ຮັບ ໜ້າທີ່ໃໝ່ ພ້ອມທັງຮຽກຮ້ອງໃຫ້ ສືບຕໍ່ຊີ້ນຳ-ນຳພາ, ປັບປຸງກົມ ກອງໃຫ້ໜັກແໜ້ນ ເຂັ້ມແຂງເປັນ ເສນາທິການໃຫ້ຄະນະພັກ-ຄະ ນະຫ້ອງອົບຮົມ-ກໍ່ສ້າງກໍຄືຄະນະ ນໍາວິທະຍາຄານດ້ານການກໍ່ສ້າງ ພະນັກງານສືບທອດໃຫ້ມີຄຸນນະ ພາບ, ຊີ້ນໍາຄູ-ອາຈານໃນການ ແຕ່ງບົດສອນ, ຮູບການ-ວິທີການ ສິດສອນທີ່ມີປະສິດທິພາບ, ເຕົ້າໂຮມຄວາມສາມັກຄີພາຍໃນ ໃຫ້ເປັນປຶກແຜ່ນແໜ້ນໜາ ລະ ຫວ່າງພະນັກງານ, ຄູ-ອາຈານ ກັບນັກຮຽນນັກສຶກສາ ເພື່ອພ້ອມ ກັນເຮັດສໍາເລັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້. ໂດຍ: ວັນນະເລດ ລໍວັນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ