ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພິທີເປີດນຳໃຊ້ເພຈຊ່ວຍເຫຼືອທາງດ້ານກົດໝາຍ
ເວລາອອກຂ່າວ: 2021-09-03 19:29:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2774 | ຄວາມນິຍົມ:



ໃນວັນທີ 26 ສິງຫາ 2021, ກະຊວງຍຸຕິທໍາ ຮ່ວມກັບອົງການ ພັດທະນາສາກົນ ປະເທດ ສະຫະ ລັດ ອາເມຣິກາ ແລະ ອົງການມູນ ນິທິເອເຊຍ ໄດ້ເປີດນຳໃຊ້ເພຈ ຊ່ວຍເຫຼືອທາງດ້ານກົດໝາຍ, ໂດຍມີ ທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິ ທຳ; ທ່ານ ໄມເຄີລ ຣອນນິ້ງ ຜູ້ ຕາງໜ້າອົງການພັດທະນາສາ ກົນ ປະເທດ ສະຫະລັດ ອາເມຣິກາ, ທ່ານ ທອດ ວໍເຊວ ຜູ້ຕາງໜ້າອົງ ການມູນນິທິເອເຊຍ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ເພຈຊ່ວຍເຫຼືອທາງດ້ານ ກົດໝາຍ ເປັນຖານຂໍ້ມູນຂ່າວ ສານທາງດ້ານອອນລາຍ ເຊິ່ງ ເປັນໂຄງການຊ່ວຍເຫຼືອ ແລະ ປັບປຸງ ເວັບໄຊ ກະຊວງຍຸຕິທຳ ລະ ຫວ່າງກະຊວງຍຸຕິທຳ ແລະ ມູນ ນິທິເອເຊຍ ໃຫ້ມີຮູບແບບທີ່ທັນ ສະໄໝ, ສະດວກ ແລະ ວ່ອງໄວ; ພ້ອມທັງ ເພີ່ມເພຈຊ່ວຍເຫຼືອທາງ ດ້ານກົດໝາຍເຂົ້າເປັນລາຍການ ຫຼັກຂອງເວັບໄຊ ກະຊວງຍຸຕິທຳ. ສຳລັບເພຈຊ່ວຍເຫຼືອທາງດ້ານ ກົດໝາຍ ແມ່ນການເປີດກວ້າງ ໃນການຊ່ວຍເຫຼືອທາງດ້ານກົດ ໝາຍແບບອອນລາຍ ເພື່ອສ້າງ ເງື່ອນໄຂສະດວກໃຫ້ແກ່ທຸກ ຄົນສາມາດເຂົ້າມາໃຊ້ບໍລິການ ໂດຍສະໜອງຂໍ້ມູນຂ່າວສານ ທາງດ້ານກົດໝາຍ, ໃຫ້ຄຳປຶກ ສາ ແລະ ຮ່າງເອກະສານທາງ ດ້ານກົດໝາຍໂດຍບຸກຄົນທີ່ມີ ຄຳຖາມ ຫຼື ຂໍ້ສົນໃຈກ່ຽວກັບກົດ ໝາຍ ສາມາດສົ່ງຄຳຖາມຂໍຄຳ ແນະນຳຈາກກະຊວງຍຸຕິທຳໄດ້. ການຊ່ວຍເຫຼືອທາງດ້ານກົດ ໝາຍເປັນໜຶ່ງໃນວຽກບູລະມະ ສິດຂອງລັດຖະບານ ເພື່ອຮັບ ປະກັນການເຂົ້າເຖິງການບໍລິ ການທາງດ້ານກົດໝາຍ ກໍຄືການ ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງທຸກຄົນ ໂດຍສະເພາະ 7 ກຸ່ມບູລະມະສິດທີ່ໄດ້ຮັບການ ຊ່ວຍເຫຼືອໂດຍບໍ່ຄິດຄ່າຕາມດໍາ ລັດ ວ່າດ້ວຍ ການຊ່ວຍເຫຼືອທາງ ດ້ານກົດໝາຍ ຄື: ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ເດັກທີ່ຕ້ອງການ ການປົກປ້ອງພິເສດ, ຜູ້ກະທຳ ຜິດທີ່ກົດໝາຍກຳນົດໃຫ້ມີທະນາຍຄວາມເຂົ້າໄປຊ່ວຍເຫຼືອ, ຄົນພິການ, ແມ່ຍິງ ແລະ ເດັກ ນ້ອຍທີ່ຖືກເຄາະຮ້າຍຈາກການ ໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະ ຮ້າຍຈາກການຄ້າມະນຸດ. ເພຈຊ່ວຍເຫຼືອທາງດ້ານກົດ ໝາຍ ຂອງກະຊວງຍຸຕິທໍາໄດ້ຮັບ ການສະໜັບສະໜູນໂດຍແຜນ ງານການຊ່ວຍເຫຼືອທາງດ້ານກົດ ໝາຍ ໂດຍທຶນສະໜັບສະໜູນ ຈາກອົງການພັດທະນາສາກົນ ປະເທດ ສະຫະລັດອາເມຣິກາ ແລະ ຈັດຕັ້ງປະຕິບັດໂດຍມູນນິທິ ເອເຊຍ. ເຊິ່ງສາມາດ ເຂົ້າໃຊ້ບໍລິ ການໄດ້ທີ່ www.moj.gov.la.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ