ກອງທັບປະຊາຊົນລາວ

ວັນພະຫັດ, ວັນທີ 21 ຕຸລາ 2021



ໜື່ງອາທິດ ວຕກ ສ້າງພະລາທິການກັບທີ່ໄດ້ຢ່າງດີເດັ່ນ
ເວລາອອກຂ່າວ: 2021-09-09 10:45:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 409 | ຄວາມນິຍົມ:



ອີງຕາມບົດສະຫຼຸບປະຈໍາອາທິດຂອງຫ້ອງພະລາທິການ ວິທະຍາຄານເຕັກນິກການທະຫານ (ວຕກ)ໃຫ້ຮູ້ວ່າ: ໃນອາທິດຕົ້ນເດືອນ ກັນຍາ 2021 ນີ້, ຂະແໜງວຽກງານອຸປະໂພກ-ຜະລິດກະສິກໍາ ສາມາດຕອບສະໜອງຜົນໄດ້ຮັບໃຫ້ກົມກອງຫຼາຍດ້ານ, ໃນນັ້້ນພົ້ນເດັ່ນກວ່າໝູ່ແມ່ນ ວຽກງານການຜະລິດ ໃນ1 ອາທິດຜ່ານມາ, ສາມາດຜະລິດນ້ຳດື່ມຕຸກໃຫຍ່ໄດ້ 500 ຕຸກ, ນ້ຳດື່ມຕຸກ 350 ມິລີລິດ ໄດ້ 15 ແພັກ ຂາຍອອກຈໍາໜ່າຍທົ່ວວິທະຍາຄານ, ຄອບຄົວພະນັກງານ ແລະ ປະຊາຊົນບ້ານອ້ອມຂ້າງ ສ້າງລາຍຮັບຄິດເປັນເງິນ 1,500,000 ກີບ, ດູແລສັດລ້ຽງທີ່ມີຢູ່ເຊັ່ນ: ໝູຈໍານວນ 24 ໂຕ, ນົກກະທາ 2000 ໂຕ, ເປັດ, ໄກ່ 100 ໂຕ ແລະ ປາປະສົມ 46,000 ໂຕ. ດ້ານວຽກງານການກິນດື່ມໃນເຮືອນຄົວ ແມ່ນໄດ້ປະຕິບັດຕາມທິດຊີ້ນໍາຂອງຄະນະພັກ-ຄະນະບັນຊາ ຂອງກົມກອງ ໂດຍການຈັດຕັ້ງໃຫ້ອ້າຍນ້ອງນັກຮຽນ-ນັກສຶກສາໄດ້ກິນເຂົ້າໃນເຮືອນຄົວລວມ ມື້ໜຶ່ງ 3 ຄາບ, ມີອາຫານຫຼາຍເຍື່ອງຕອບສະໜອງທາດບໍາລຸງລ້ຽງຕ່າງໆ ປຸງແຕ່ງ, ຫຸງຕົ້ມຖືກຕາມຫຼັກອະນາໄມ. ຄຽງຄູ່ກັນນັ້ນ ການປູກພືດຜັກຕາມລະດູການກໍ່ສາມາດສະໜອງເຂົ້້າເຮືຶອນຄົວລວມໄດ້ເຖິງ 200 ກິໂລກຣາມ ຄິດເປັນເງິນ 600,000 ກີບ. ຜ່ານການຈັດຕັ້ງປະຕິບັດວຽກງານການຜະລິດ ປູກຝັງ-ລ້ຽງສັດ ແລະ ການບໍລິການ ເຫັນໄດ້ວ່າ: ວຽກງານອຸປະໂພກ-ຜະລິດກະສິກໍາຂອງ ວຕກ ສາມາດຮັບປະກັນການລ້ຽງດູທັບຂອງກົມກອງໃນທິດ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໄດ້ໃນລະດັບດີສົມຄວນ. ຂ່າວໂດຍ : ເພັດນາລີ. ພາບໂດຍ: ໄຂຄໍາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ