ກອງພັນໃຫຍ່ 645 ມອບເງີນນະໂຍບາຍອຸດໜູນໃຫ້ພະນັກງານພັກການຮັບບຳນານ
ເວລາອອກຂ່າວ: 2021-09-09 10:50:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 411 | ຄວາມນິຍົມ: ![]()
ໃນວັນທີ 7 ກັນຍາ ນີ້, ກອງພັນໃຫຍ່ 645 ໄດ້ຈັດພິທີມອບເງິນນະໂຍບາຍອຸດໜູນໃຫ້ພະນັກງານ ພັກການຮັບບຳນານ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ຄຳຜາຍ ເຄນນະຄອນ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 645, ມີຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານທີ່ພັກການຮັບບຳນານເຂົ້າຮວ່ມ.
ສະຫາຍ ພັນໂທ ທອງປານ ຈັນທະວົງ ຫົວໜ້າຂະແໜງພະນັກງານ ກອງພັນໃຫຍ່ 645 ໄດ້ຜ່ານ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການເຂົ້າຮັບບຳນານ ໂດຍອີງຕາມ ກົດໝາຍວ່າດ້ວຍປະກັນສັງຄົມ ( ສະບັບປັບປຸງ ), ກົດໝາຍວ່າດ້ວຍກອງທັບປະຊາຊົນລາວ ( ສະບັບປັບປຸງ) ແລະ ອີງຕາມການຄົ້ນຄວ້ານຳສະເໜີຂອງກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດຕົກລົງອະນຸມັດໃຫ້ພະນັກງານຢູ່ກອງພັນໃຫຍ່ 645 ຈຳນວນ 3 ສະຫາຍ ພັກການຮັບບຳນານ ແລະ ມອບເງີນອຸດໜູນຈຳນວນ 54.506.520 ກີບ ເພື່ອເປັນທຶນຮອນໃນການສ້າງເສດຖະກິດຄອບຄົວ, ປັບປຸງຊີວິດການເປັນຢູ່ຂອງພະນັກງານໃຫ້ດີຂື້ນ ແລະ ເປັນການປະຕິບັດນະໂຍບາຍຂອງພັກ-ລັດທີ່ມີຕໍ່ນາຍ ແລະ ພົນທະຫານໃນຖັນແຖວກອງທັບປະຊາຊົນລາວ ທີ່ໄດ້ສຸມເຫື່ອແຮງສະຕິປັນຍາ ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ກໍ່ຄືການປະກອບສ່ວນເຂົ້າໃນການປັບປຸງ ກໍ່ສ້າງກົມກອງຕະຫຼອດໄລຍະຜ່ານມາ.
ໂອກາດດັ່ງກ່າວ, ສະຫາຍ ພັນໂທ ຄຳຜາຍ ເຄນນະຄອນ ໄດ້ໂອ້ລົມຕໍ່ພະນັກງານທີ່ພັກການຮັບບຳນານ ເຊີ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກໃຫ້ເພີ່ມທະວີຄວາມສາມັກຄີກັບຮາກຖານປະຊາຊົນ, ເຄົາລົບກົດລະບຽບຂອງບ້ານເມືອງຢ່າງເຂັ້ມງວດ, ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາປະເທດຊາດກໍ່ຄືພັດທະນາເສດຖະກິດຄອບຄົວໃຫ້ມີຄວາມຜາສຸກ ແລະ ຈະເລີນກ້າວໜ້າ.
ໂດຍ: ມະນັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














