ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດແຕ່ງຕັ້ງອຸປະໂພກຢູ່ກອງພັນ 468 ແລະ ກອງພັນ 561 ຂື້ນກັບກອງພົນທີ 1
ເວລາອອກຂ່າວ: 2021-09-14 13:49:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 300 | ຄວາມນິຍົມ:



ວັນທີ 10 ຕຸລາ 2021 ນີ້, ກອງພັນ 468 ໄດ້ຈັດຕັ້ງປະກາດການແຕ່ງຕັ້ງອຸປະໂພກຢູ່ກອງພັນ 468 ແລະ ແຕ່ງຕັ້ງຮັບຜິດຊອບວຽກງານພາລາທິການ ຢູ່ກອງພັນ 561 ທີ່ຂື້ນກັບກອງພົນທີ 1 ເພື່ອປັບປຸງລະບຽບການຈັດຕັ້ງໃຫ້ເຂົ້າສູ່ລະບົບແບບແຜນ ແລະ ແທດເໝາະກັບບັນດາໜ້າວຽກຕົວຈິງ. ໂດຍການເປັນປະທານຂອງ ສະຫາຍ ພັນໂທ ແສງເພັດ ແສງມະນີ ຫົວໜ້າຫ້ອງເສນາທິການ ກອງພົນທີ1, ມີສະຫາຍ ພັນໂທ ຄໍາຫວານ ຈັນທະບຸນໄຊ ຮອງຫ້ອງພາລາທິການ, ພະແນກການທີ່ກ່ຽວຂ້ອງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ພະນັກງານຫລັກແຫລ່ງ ພາຍໃນກົມກອງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ວຽງສະຫວັນ ໄຊຍະຫວັນ ຫົວໜ້າພະແນກພະນັກງານ ກອງພົນທີ 1 ໄດ້ຂຶ້ນຜ່ານໜັງສືສະເໜີຂອງກົມໃຫຍ່ພາລາທິການກອງທັບ ສະບັບເລກທີ 566 ລົງວັນທີ 29 ກໍລະກົດ 2021, ອີງຕາມຂໍ້ຕົກລົງຂອງກອງພົນທີ1 ວ່າດ້ວຍການແຕ່ງຕັ້ງ-ຍົກຍ້າຍ, ສັບຊ້ອນໜ້າທີ່ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ຕົວຈິງ ໃນສະເພາະໜ້າ ແລະ ຍາວນານຂອງກົມກອງ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 4 ມາດຕາທີ 26, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງ ນຳພາ- ບັນຊາ ໃນກໍາລັງປະກອບອາວຸດໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເຮັດສໍາເລັດໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພື່ອພ້ອມກັນເຮັດສຳເລັດໜ້າທີ່ອັນສຳຄັນ ແລະ ມີກຽດສະຫງ່າຂອງພັກ, ຂອງລັດມອບໝາຍໃຫ້. ໃນນີ້ໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ຄຳໄມ ໄຊຍະວົງ ເປັນຮອງຮັບຜິດຊອບວຽກງານພາລາທິການ ກອງພັນຊ່າງແສງ (561), ແຕ່ງຕັ້ງສະຫາຍ ພັນຕີ ວຽງອຸດອນ ດວງພະຈັນ ເປັນອຸປະໂພກກອງພັນ 468. ໂອກາດນີ້ ສະຫາຍປະທານພິທີ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ພາກສ່ວນທີ່ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ເຊິ່ງທັງໝົດນັ້ນມັນແມ່ນໝາກຜົນລວມຂອງກອງທັບ ຂອງກົມກອງ ແລະ ບຸກຄົນ ເຊິ່ງມັນແມ່ນກົດເກນພາວະວິໄສ ແມ່ນຄວາມເປັນຈິງ ແລະ ຄວາມຈໍາເປັນຂອງໜ້າທີ່ວຽກງານ ທີ່ຈະໄດ້ຈັດຕັ້ງປະຕິບັດໃຫ້ແທດເໝາະກັບໜ້າວຽກ ແລະ ເງື່ອນໄຂຕົວຈິງຂອງກົມກອງ. ພ້ອມກ່າວເນັ້ນໃຫ້ແຕ່ລະພາກສ່ວນ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ດ້ວຍການເພີ່ມທະວີບົດບາດການນໍາພາຂອງຕົນໃຫ້ສູງຂຶ້ນ, ເອົາໃຈໃສ່ຍົກສູງບົດບາດຄວາມສາມັກຄີເປັນປຶກແຜ່ນ ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ເພີ່ມທະວີບົດບາດການນໍາພາຂອງພັກ, ມີແນວຄິດການເມືອງໜັກແໜ້ນ, ມີລະບຽບແບບແຜນ, ອອກ ແຮງສຶກສາຄົ້ນຄ້ວາຮໍ່າຮຽນ ຍົກລະດັບຄວາມຮູ້ຄວາມສາມາດຂອງຕົນໃຫ້ສູງຂຶ້ນ, ເຊື່ອມຊືມເຊື່ອໝັ້ນຕໍ່ແນວທາງການນໍາພາຂອງພັກ ແລະ ການຈັດຕັ້ງຢ່າງເລິກເຊິ່ງ, ຕັ້ງໜ້າຍູ້ແຮງຂະບວນການຕ່າງໆໃຫ້ມີຄວາມຟົດຟື້ນ ໄປຄຽງຄູ່ກັບການສ້າງພະລາທິການກັບທີ່ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂື້ນໄປເທື່ອລະກ້າວ, ຕັ້ງໜ້າເຄື່ອນໄຫວປະຕິບັດໜ້າທີ່ຢ່າງຫ້າວຫັນ ເພື່ອເສີມຂະຫຍາຍ ແລະ ຮັກສາມູນເຊື້ອອັນດີງາມຂອງກົມກອງໄວ້ໃຫ້ໝັ້ນຄົງ, ພ້ອມກັນສ້າງກອງທັບ, ສ້າງກົມກອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກຮອບດ້ານ, ເຕີບໃຫຍ່ຂະຫຍາຍຕົວຕາມເສັ້ນທາງກ້າວເດີນຂອງປະເທດຊາດ. ໂດຍ: ຕິກ ມູນຄໍາເຮືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ