ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະ​ຖາ​ບັນ​ກາ​ນເງິນ​ຈຸ​ລະ​ພາກມອບ​ເງິນເພື່ອນໍາໃຊ້ຕ້ານໂຄວິດ​ໃຫ້​ກອງ​ພົນ​ທີ 3
ເວລາອອກຂ່າວ: 2021-09-14 13:53:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 509 | ຄວາມນິຍົມ:



ວັນ​ທີ 6 ກັນ​ຍາ 2021 ນີ້, ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ​ພັດ​ທະ​ນາ​ອຸ​ດົມ​ໄຊ ປະ​ຈຳ​ເມືອງ​ຮຸນ ໄດ້​ມອບ​ເງິນ​ສົດ ຈຳ​ນວນ 5.000.000 ​​ກີບ ໃຫ້ກອງ​ພົນ​​ທີ 3 ເພື່ອ​ໝູນ​ໃຊ້​ເຂົ້າ​ໃນ​​ການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານ​ຕ້ານ​ແລະ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ 19 ໂດຍການ​ກ່າວມອບ ຂອງ ທ່ານ ນາງ ພອນມາ​ລາ​ ວົງ​ວິ​ໄລພອນ ຫົວ​ໜ້າ​ໜ່ວຍ​ງານສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ​ພັດ​ທະ​ນາ​ອຸ​ດົມ​ໄຊ ປະ​ຈຳ​ເມືອງ​ຮຸນ ພ້ອມ​ດ້ວຍ​ຄະ​ນະ, ກ່າວ​ຮັບ​ໂດຍ ສະ​ຫາຍ ພົນ​ຈັດ​ຕະ​ວາ ໄຊ​ຍະ​ວົງ ໄຊ​ນາມ​ທິ​ລາດ ຫົວ​ໜ້າ​ການ​ທະ​ຫານ ກອງ​ພົນ​ທີ 3, ມີ​ຄະ​ນະ​ພັກ-ຄະ​ນະ​ບັນ​ຊາ ແລະ​ພະ​ນັກ​ງານ​ທີ​ກ່ຽວ​ຂ້ອງ​ທັງສອງຝ່າຍເຂົ້າ​ຮ່ວມ. ໂອ​ກາດ​ດັ່ງ​ກ່າວ, ສະ​ຫາຍ ຫົວ​ໜ້າ​ການ​ທະ​ຫານ ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ ແລະ​ອວຍ​ພອນ​ໄຊ ໃຫ້​ແກ່ຜູ້ຕາງໜ້າມອບເງິນ ພ​ອ້ມດວ້ຍ​ພະ​ນັກ​ງານ ສະ​ຖາ​ບັນ​ການ​ເງິນດັ່ງກ່າວໃຫ້​ມີ​ແຕ່​ຄວາມ​ຜາ​ສຸກ​ໃນ​ຊີ​ວິດ​ສ່ວນ​ຕົວ​ແລະ​ຄອບ​ຄົວ​ ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ກ້າວ​ໜ້າ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂື້ນ​ໄປ​ເລື້ອຍໆ ແລະ​ສືບ​ຕໍ່​ໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່​ສັງ​ຄົມ​ຕະ​ຫລອດ​ໄປ. ໂດຍ: ລີ​ໂດ ດວງ​ສະ​ຫວັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ