ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດຮວຍຍີນກໍ່ສ້າງ ມອບເຄື່ອງໃຫ້ທະຫານແຂວງບໍ່ແກ້ວເພື່ອຕ້ານ ແລະ ສະກັດກັ້ນການພະຍາດລະບາດໂຄວິດ-19
ເວລາອອກຂ່າວ: 2021-09-15 10:30:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 729 | ຄວາມນິຍົມ:



ວັນທີ 8 ກັນຍາ 2021 ນີ້, ທ່ານ ຮວຍຍີນ ປະທານບໍລິສັດ ຮວຍຍີນ ກໍ່ສ້າງເຄຫະສະຖານ ຈຳກັດຜູ້ດຽວ ໄດ້ນຳເອົາເຄື່ອງມາຊ່ວຍເຫຼືອກອງບັນຊາການທະຫານແຂວງບໍ່ແກ້ວ ປະເພດ ເຈວລ້າງມື ແລະ ຜ້າອັດປາກ ຄິດເປັນມູນຈໍານວນທັງໝົດ 3.770.000 ກີບ ເພື່ອປະກອບສ່ວນໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.ຢູ່ຕາມຊາຍແດນລະຫວ່າງປະເທດ, ຢູ່ບັນດາເມືອງ, ບ້ານ ແລະພື້ນທີ່ລະບາດຕ່າງໆ. ເປັນກຽດກ່າວຮັບຂອງ ທ່ານ ພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວພ້ອມດ້ວຍຄະນະ ແລະ ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ ບໍລິສັດ ຮວຍຍີນ ກໍ່ສ້າງເຄຫະສະຖານ ຈຳກັດຜູ້ດຽວ ທີ່ໄດ້ປະກອບສ່ວນມອບການຊ່ວຍເຫຼືອໃນຄັ້ງນີ້. ພ້ອມທັງ ຕີລາຄາການປະກອບສ່ວນດັ່ງກ່າວ ບໍ່ວ່າຈະເປັນຈຳນວນເທົ່າໃດແມ່ນລ້ວນແຕ່ມີຄຸນຄ່າ, ສອດຄ່ອງກັບຄວາມ ຮຽກຮ້ອງຕ້ອງການຕົວຈິງຂອງສະພາບການໃນປັດຈຸບັນ, ສະແດງເຖິງສະຕິຕື່ນຕົວຂອງບັນດາຫ້າງຮ້ານບໍລິສັດຕ່າງໆທີມີ ຄວາມເສຍສະຫຼະ, ຄວາມເອື້ອເຟື້ອເພື່ອແຜ່, ຄວາມເປັນຫ່ວງເປັນໄຍ,ຊຸກຍູ້ກໍາລັງແຮງ-ກໍາລັງໃຈອັນໃຫຍ່ຫຼວງ ໃຫ້ແກ່ປະເທດຊາດ,ເວົ້າສະເພາະຢູ່ແຂວງພວກເຮົາ,ພະນັກງານລັດ,ເອກກະຊົນກໍ່ຄືຂະແໜງການຕ່າງໆທີ່ພວມປະຕິບັດໜ້າທີ່ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ພາຍໃນແຂວງບໍ່ແກ້ວໃຫ້ນັບມືລຸດນ້ອຍລົງ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນໍາເຄື່ອງຊ່ວຍເຫຼືອດັ່ງກ່າວໄປແຈກຍາຍໃຫ້ຂະແໜງການທີ່ກ່ຽວຂ້ອງກໍ່ຄືພະນັກງານ-ນັກຮົບທີ່ພວມປະຕິບັດໜ້າທີ່ຢູ່ຕາມຄວາມຮັບຜິດຊອບຂອງຕົນໃຫ້ເກີດຜົນປະໂຫຍດສູງສຸດ. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ