ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ກອງປະຊຸມໃຫຍ່ ຄັ້ງທີ I ຂອງ 6 ໜ່ວຍພັກ ທີ່ຂື້ນກັບ ຄະນະພັກໂຮງຮຽນທະຫານຊາຍແດນ 712
ເວລາອອກຂ່າວ: 2021-09-20 12:36:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3645 | ຄວາມນິຍົມ:



ໃນລະຫວ່າງຕົ້ນເດືອນ ກັນຍາ 2021 ທີ່ຜ່ານມາ, ແຕ່ລະໜ່ວຍພັກ ທີ່ຂື້ນກັບຄະນະພັກ ໂຮງຮຽນທະຫານຊາຍແດນ ໄດ້ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນຂື້ນຢ່າງເປັນທາງການ, ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ຄໍາພັນ ເຊໃຫຍ່ທຸມມະແສງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງໂຮງຮຽນ, ມີຄະນະໜ່ວຍພັກ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກສົມບູນ, ສຳຮອງເຂົ້າຮ່ວມ. ກອງປະຊຸມແຕ່ລະໜ່ວຍພັກໄດ້ຈັດຂື້ນຢ່າງຕໍ່ເນື່ອງເປັນແຕ່ລະໄລຍະ, ໃນນັ້ນມີ ໜ່ວຍພັກພະແນກອົບຮົມ, ໜ່ວຍພະແນກບໍລິຫານ-ສັງລວມ, ໜ່ວຍພະແນກ ພະລາ, ໜ່ວຍພະແນກ ເຕັກນິກ, ໜ່ວຍພະແນກ ການເມືອງ ແລະ ໜ່ວຍພັກ ກອງພັນນັກຮຽນ, ໃນກອງປະຊຸມ ເລຂາໜ່ວຍພັກແຕ່ລະໜ່ວຍ ໄດ້ຂື້ນຜ່ານບົດລາຍງານການເມືອງ ໃນການຊີ້ນໍາ-ນໍາພາຂອງໜ່ວຍພັກໃນຊຸມປີທີ່ຜ່ານມາ, ເຊີ່ງຄະນະພັກ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການຊີ້ນຳ-ນໍາພາ ທຸກຂົງເຂດວຽກງານ ຕິດພັນກັບການສຶກສາອົບຮົມການເມືອງ-ນຳພາແນວຄິດ ເຮັດໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ນັກຮົບມີແນວຄິດຫຼັກໝັ້ນທາງດ້ານຄຸນທາດການເມືອງ, ອຸ່ນອ່ຽນ, ທຸນທ່ຽງ, ຮັບຮູ້-ເຂົ້າໃຈຕໍ່ພາລະບົດບາດ, ໜ້າທີ່ການເມືອງຂອງຕົນ ໂດຍສະເພາະແມ່ນວຽກງານ ຮັບປະກັນດ້ານພາຫະນະຮັບໃຊ້ ໃຫ້ແກ່ວຽກງານເຄື່ອນໄຫວຕ່າງໆພາຍໃນໂຮງຮຽນ, ວຽກງານປ້ອງກັນ-ກວດກາ, ວຽກງານແກ້ໄຂຊີວິດການຢູ່, ວຽກງານການເມືອງແນວຄິດ ແລະ ວຽກອົບຮົມຫັດແອບ, ສ່ວນດ້ານການນໍາພາ ແມ່ນປະຕິບັດຕາມຫຼັກການ ລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ແບ່ງວຽກບຸກຄົນຮັບຜິດຊອບ, ມີການສ້າງແຜນການ, ປະຕິບັດແຜນການ ແລະ ສະຫຼຸບຖອດຖອນບົດຮຽນເປັນປົກກະຕິ ເຮັດໃຫ້ພາຍໃນໜ່ວຍພັກ ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ. ພ້ອມດຽວກັນນັ້ນກອງປະຊຸມຄັ້ງປະຖົມມະລຶກຂອງແຕ່ລະໜ່ວຍພັກ ໄດ້ຕົກລົງເປັນເອກະສັນ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ໃນນັ້ນໜ່ວຍພັກພະແນກ ເຕັກນິກ ສະຫາຍ ພັນໂທ ກາບແກ້ວ ພັນທະວົງ ຖືກຄັດເລືອກເປັນ ເລຂາໜ່ວຍພັກ, ສະຫາຍ ພັນຕີ ອຸ້ຍ ພິມເພັງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ຄໍາຂ້ອງ ຈັນທະລັງສີ ເປັນກໍາມະການ, ໜ່ວຍພັກພະແນກ ບໍລິຫານ-ສັງລວມສະຫາຍ ພັນຕີ ບຸນແກ້ວ ໂພທິລາດ ຖືກຄັດເລືອກເປັນ ເລຂາໜ່ວຍພັກ, ສະຫາຍ ພັນຕີ ພອນສະຫວັນ ອ້ວນຄູນຄໍາ ເປັນຮອງເລຂາໜ່ວຍພັກ, ສະຫາຍ ພັນໂທ ຄໍາສະຖິດ ວົງຄໍາຈັນ ເປັນກຳມະການກວດກາປ້ອງກັນໜ່ວຍພັກ, ສະຫາຍ ພັນຕີ ສະຫຼອງ ສຸລິນທອງເປັນກໍາມະການຈັດຕັ້ງໂຄສະນາ ແລະ ສະຫາຍ ພັນຕີ ນາງ ພອນຜິວ ທຸມມະແສງ ເປັນກຳມະການການຄັງ, ໜ່ວຍພັກພະແນກພະລາ ສະຫາຍ ພັນໂທ ພຸດສະດີ ເລືອງວັນໄຊ ຖືກຄັດເລືອກເປັນ ເລຂາໜ່ວຍພັກ, ສະຫາຍ ພັນຕີ ບຸນເພັງ ໄຊສົມບຸນ ເປັນຮອງເລຂາໜ່ວຍພັກ, ສະຫາຍ ພັນໂທ ສົມບັດ ອຸໄລວົງເພັດ ເປັນກຳມະການກວດກາປ້ອງກັນໜ່ວຍພັກ, ສະຫາຍ ພັນໂທ ສີພອນ ແກ້ວປັນຍາ ເປັນກໍາມະການຈັດຕັ້ງໂຄສະນາ ແລະ ສະຫາຍ ພັນໂທ ສຸລິວັນ ສຸກຈະເລີນ ເປັນກຳມະການການຄັງ, ໜ່ວຍພັກພະແນກ ອົບຮົມ ສະຫາຍ ພັນໂທ ປອ ຈັນພອນ ທອງສອນ ຖືກຄັດເລືອກເປັນ ເລຂາໜ່ວຍພັກ, ສະຫາຍ ພັນໂທ ລອນ ແສງດາວເຮືອງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ພັນຕີ ສົມໄຊ ໄຊນາມທິລາດ ເປັນກຳມະການກວດກາປ້ອງກັນໜ່ວຍພັກ, ສະຫາຍ ພັນຕີ ວັນນະສິນ ສຸທໍາມະວົງ ເປັນກຳມະການຈັດຕັ້ງໂຄສະນາ ແລະ ສະຫາຍ ພັນຕີ ມິດສຸລິນ ແກ້ວປັນຍາ ເປັນກຳມະການການຄັງ, ພະແນກການເມືອງ ສະຫາຍ ພັນໂທ ຂຽນທອງ ໄຊສົມບູນ ຖືກຄັດເລືອກເປັນ ເລຂາໜ່ວຍພັກ, ສະຫາຍ ພັນຕີ ຄໍາພູວິກ ດາລາເພັດ ເປັນຮອງເລຂາ, ສະຫາຍ ພັນໂທ ຄໍາໄຕ ກາບແກ້ວ ເປັນກໍາມະການປ້ອງກັນກວດກາໜ່ວຍພັກ, ສະຫາຍ ພັນໂທ ຈ່ອຍ ແກ້ວໂພນທອງ ເປັນກໍາມະການຈັດຕັ້ງໂຄສະນາ, ສະຫາຍ ພັນໂທ ໂພນທອງ ຄໍາເຟືອງ ເປັນກໍາມະການການຄັງ ແລະ ໜ່ວຍພັກ ກອງພັນນັກຮຽນ ສະຫາຍ ພັນໂທ ບຸນເຊີຍ ພົມມະວົງ ຖືກຄັດເລືອກເປັນ ເລຂາໜ່ວຍພັກ, ສະຫາຍ ພັນຕີ ກຸມພັນ ໄຊຍະວົງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ພັນຕີ ຄໍາວັນໄຊ ໄຊຍະກອນ ເປັນກໍາມະການ. ໂດຍ: ສົມພອນ ດວງສີລາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ