ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມຮ່ວມ ລະຫວ່າງຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ກັບ ທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2021-09-23 12:56:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 169 | ຄວາມນິຍົມ:



ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມຮ່ວມ ລະຫວ່າງ ຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສະພາປະຊາຊົນແຂວງກັບ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 21 ກັນຍາ 2021 ນີ້, ຢູ່ທີ່ ກອງບັນຊາການທະຫານແຂວງ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ກູດ ພົມມາ ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊຍະບູລີ, ແລະເປັນກຽດເຂົ້າຮ່ວມຂອງ ສະຫາຍ ສົມມະນາ ປິ່ນທິບ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ປະທານຄະນະກຳມະການຍຸຕິທຳ ປກຊ-ປກສ ມີຄະນະພັກ-ຄະນະບັນຊາ ພະນັກງານທີ່ກ່ຽວຂອງທັງສອງຝ່າຍເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນເອກ ສົມເພັດ ປັນແກ້ວ ຮອງປະທານຄະນະກຳມະການຍຸຕິທຳ ແລະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາປະຊາຊົນແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄືນກ່ຽວກັບຜົນສຳເລັດ,ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຮ່ວມກັນລະຫວ່າງຄະນະກຳມະ ການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສະພາປະຊາຊົນແຂວງກັບ ກອງບັນຊາການທະຫານແຂວງໄຊຍະບູລີໃນໄລຍະ 5 ປີຜ່ານມາ, ເຊິ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເປັນຕົ້ນແມ່ນໄດ້ປະກອບສ່ວນອັນສຳຄັນເຂົ້າໃນການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ເຊິ່ງສາມາດຮັກສາບົດບາດ, ມີຜົນງານປະກອບສ່ວນສ້າງໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ, ນຳເອົາບັນດາກົດໝາຍ ແລະ ນິຕິກຳຕ່າງໆລົງເຜີຍແຜ່ໂຄສະນາສຶກສາອົບຮົມການເມືອງ-ແນວຄິດພະນັກ ງານ-ນັກຮົບໄດ້ຢ່າງທົ່ວເຖິງ. ໃນນິ້ໄດ້ລົງກວດກາຕີລາຄາຄຸນນະພາບຂອງພະນັກງານ-ນັກຮົບໃນການປະຕິບັດໜ້າທີ່ວຽກງານໄດ້ 3.525 ສະຫາຍ, ປະເພດໜຶ່ງ 3.314 ສະຫາຍ, ປະເພດສອງ 125 ສະຫາຍ, ປະເພດສາມ86 ສະຫາຍ, ແກ້ໄຂຄະດີທີ່ເກີດຂຶ້ນທັງໝົດ 10 ເລື່ອງ, ມີຜູ້ຕ້ອງຫາ 42 ຄົນ, ດໍາເນີນການສືບສວນ-ສອບສວນ 123 ຄັ້ງ, ສະຫຼຸບສຳນວນຄະດີສົ່ງໃຫ້ໄອຍະການພາກເໜືອ 17 ເລື່ອງ, ອອກຄໍາສັ່ງປ່ອຍຕົວພາງ 29 ສະບັບ, ອອກຄຳສັ່ງຊັດມ້ຽນ 36 ສະບັບ, ອອກຄຳສັ່ງຈັບຕົວ 30 ສະບັບ, ອອກຄຳສັ່ງໂຈະການດຳເນີນຄະດີ 7 ສະບັບ, ລົງໂຄສະນາເຜີຍແຜ່ກົດໝາຍໄດ້ 3 ຊຸດ ມີຜູ້ເຂົ້າຮ່ວມ 3.105 ສະຫາຍ. ໃນໄລຍະຜ່ານມາ, ໄດ້ເອົາໃຈໃສ່ພົວພັນປະສານງານຮ່ວມກັນຢ່າງຕັ້ງໜ້າ ແລະ ສົ່ງບົດສະຫຼຸບລາຍງານປະຈຳເດືອນ, ປະຈຳໄຕມາດເປັນປົກກະຕິ ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະຮ່າງບົດບັນທຶກຮ່ວມກັນສະບັບໃໝ່, ພ້ອມທັງລົງນາມຮ່ວມກັນເຊັນບົດບັນທຶກເພື່ອແນໃສ່ເຮັດໃຫ້ການພົວພັນປະສານງານລະຫວ່າງຄະນະກຳມະການຍຸຕິທຳ ແລະປ້ອງກັນຊາດ-ປ້ອງກັນຄວາມສະຫງົບສະພາປະຊາຊົນແຂວງ ກັບ ກອງບັນຊາການທະຫານແຂວງໃຫ້ເຂົ້າສູ່ລວງເລິກ ແລະມີຜົນສຳເລັດໃນຕໍ່ໜ້າ. ຂ່າວ+ພາບ ພັຕ ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ