ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຂະແໜງເສນາຮັກກອງພັນໃຫຍ່ 401 ພົ່ນຢາຂ້າເຊື້ອ ພະຍາດໂຄວິດ - 19 ຢູ່ກອງພັນ 118
ເວລາອອກຂ່າວ: 2021-09-23 13:01:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1317 | ຄວາມນິຍົມ:



ວັນທີ 21 ກັນຍາ 2021 ນີ້, ຂະແໜງເສນາຮັກກອງພັນໃຫຍ່ 401 ທີ່ຂຶ້ນກັບກອງພົນທີ 4ໄດ້ເຄື່ອນໄຫວພົ່ນຢາຂ້າເຊື້ອພະຍາດໂຄວິດ - 19 ຢູ່ກອງພັນ 118 ໂດຍການນຳພາຂອງ ສະຫາຍ ພັນຕີ ຄຳຜົງ ວິໄລວົງ ຫົວໜ້າຂະ ແໜງເສນາຮັກກອງພັນໃຫຍ່ 401, ພ້ອມດ້ວຍໜ່ວຍງານສະເພາະກິດຕ້ານ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດໂຄວິດ. ສະຫາຍ ຫົວໜ້າຂະແໜງເສນາຮັກກອງພັນໃຫຍ່ 401 ໃຫ້ຮູ້ວ່າ: ການລົງເຄື່ອນໄຫວພົ່ນຢາຂ້າເຊື້ອໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ບັນດາພະນັກງານ - ນັກຮົບພາຍໃນກົມກອງມີຄວາມປອດໄພຈາກເຊື້ອພະຍາດດັ່ງກ່າວ ແລະ ເພື່ອປະຕິບັດຕາມຄຳສັ່ງແຈ້ງການຂອງກະຊວງປ້ອງກັນປະເທດສະບັບເລກທີ 2151/ກປທ ລົງວັນທີ 22/4/2021 ວ່າດ້ວຍການເພີ່ມທະວີມາດຕະການຕ້ານ, ສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມສູ້ຮົບຮອບດ້ານເພື່ອຕ້ານພະຍາດໂຄວິດ - 19, ທີ່ກໍາລັງແຜ່ລະບາດເປັນວົງກວ້າງ. ການປະຕິບັດໜ້າທີ່ຄັ້ງນີ້,ຂະແໜງເສນາຮັກກອງພັນໃຫຍ່, ພ້ອມທັງໜ່ວຍງານສະເພາະກິດຂອງກອງພັນໃຫຍ່ 401 ຈຶ່ງໄດ້ລົງເຄື່ອນໄຫວພົ່ນຢາຂ້າເຊື້ອຕາມຂອບເຂດກົມກອງເປັນຕົ້ນ, ເຮືອນນອນ, ເຮືອນກິນເຂົ້າ, ຫໍຂ່າວ, ຮ້ານຕັດຜົມ, ຫ້ອງນໍ້າ ແລະ ສະຖານທີ່ອື່ນໆ ເພື່ອຮັບປະກັນໃຫ້ບໍລິເວນດັ່ງກ່າວມີຄວາມປອດໄພ, ຫ່າງໄກຈາກເຊື້ອພະຍາດໂຄວິດ ພ້ອມທັງເຄື່ອນໄຫວເຮັດສຳເລັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້. ຂ່າວ - ພາບໂດຍ: ອານຸສັກ ຈູມມະນີວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ