ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງໝໍກອງພົນທີ 3 ສຳເລັດການປີ່ນປົວຜູ້ຕິດເຊື້ອໂຄວິດ 19 ຮອບທີ 3
ເວລາອອກຂ່າວ: 2021-09-23 13:02:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 499 | ຄວາມນິຍົມ:



ວັນທີ 16 ກັນຍາ 2021 ນີ້, ທີ່ໂຮງໝໍກອງພົນທີ 3 ທິມງານແພດໝໍ,ພະຍາບານ,ໜ່ວຍງານຕ້ານແລະສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ຂອງແຂວງອຸດົມໄຊ,ເມືອງຮຸນແລະກອງພົນທີ3 ໄດ້ອະນຸຍາດ ໃຫ້ຜູ້ຕິດເຊື້ອ ໂຄວິດ-19 ທີ່ໄດ້ຮັບການປີ່ນປົວຫາຍດີ ຈຳນວນ 3 ກໍລະນີ, ເຊີ່ງຜູ້ຕິດເຊື້ອ ໄດ້ເຂົ້າມາປີ່ນປົວ ໃນວັນທີ 1 ກັນຍາ 2021 ຢູ່ໂຮງໝໍກອງພົນ ໂດຍທິມງານແພດໝໍ ໄດ້ທຳການປິ່ນປົວ ໃຫ້ຢາຕາມຫລັກການແພດ. ຕະຫລອດໄລຍະຂອງການປິ່ນປົວຢູ່ໃນໂຮງໝໍ ຜູ້ຕິດເຊື້ອ ບໍ່ມີອາການໄຂ້ຫລືໄອ,ບໍ່ເຈັບຫົວ,ບໍ່ຖອກທ້ອງ ສະແດງວ່າ: ຜູ້ຕິດເຊື້ອມີອາການເບົາບາງ ຜ່ານການປິ່ນປົວເປັນເວລາ 14 ວັນ ແລະໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ ຄັ້ງສຸດທ້າຍ ໃນວັນທີ 14 ກັນຍາ 2021 ຜົນອອກມາແມ່ນເປັນລົບ ບໍ່ພົບເຊື້ອ ສະແດງວ່າ: ພວກຜູ້ກ່ຽວແມ່ນຫາຍດີຈາກ ພະຍາດໂຄວິດ 19 ດັ່ງນັ້ນ ພາກສ່ວນທີ່ກ່ຽວຂ້ອງຈື່ງໄດ້ອອກໃບຍັ້ງຢືນໃຫ້ພວກຜູ້ກ່ຽວ ພ້ອມທັງສົ່ງກັບຄືນສູ່ຄອບຄົວແລະໃຫ້ສືບຕໍ່ກັກຕົວ ຢູ່ໃນຄອບຄົວເປັນເວລາ 7 ວັນ ຫາກບໍ່ມີອາການໃດໆ ແມ່ນສາມາດດຳລົງຊີວິດຮ່ວມສັງຄົມຕາມປົກກະຕິ. ໂດຍ: ລີໂດ ດວງສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ