ກອງປະຊຸມ ລັດຖະມົນຕີ ບັນດາປະເທດ ກຳລັງພັດທະນາ ທີ່ບໍ່ມີຊາຍແດນຕິດຈອດທະເລ (ແບບທາງໄກ)
ເວລາອອກຂ່າວ: 2021-09-24 12:27:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 264 | ຄວາມນິຍົມ:
ໃນວັນທີ 23 ກັນຍາ 2021, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີຂອງບັນດາປະເທດກໍາລັງພັດທະ ນາທີ່ບໍໍ່ມີຊາຍແດນຕິດຈອດກັບທະເລ (The Annual Ministerial Meeting of the Landlocked Developing Countries) ຜ່ານລະບົບທາງໄກ.
ກອງປະຊຸມດັ່ງກ່າວ ແມ່ນຈັດຂຶ້ນທຸກໆປີໃນໄລຍະກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ເພື່ອປຶກຫາສາລືແລກປ່ຽນວິໃສທັດ, ການຮັບມື ແລະ ການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອການຟຶ້ນຟູທີ່ຍືນຍົງໃຫ້ຄຽງຄູ່ກັນກັບການຈັດຕັ້ງປະຕິບັດແຜນດໍາເນີນງານຂອງກຸ່ມປະເທດ LLDCs.
ໃນກອງປະຊຸມຄັ້ງນີ້, ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມເປັນຫ່ວງຕໍ່ຜົນກະທົບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ເສດຖະກິດ-ສັງຄົມ ແລະ ຊີວິດຂອງມວນມະນຸດໃນທົ່ວໂລກ ໂດຍສະເພາະບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ (LLDCs) ກໍ່ຍິ່ງໄດ້ຮັບຜົນກະທົບຢ່າງຮອບດ້ານ ໂດຍອີງໃສ່ສະພາບພູມສາດປະເທດທີ່ມີບໍ່ຊາຍແດນຕິດກັບທະເລນັ້ນ ແມ່ນມີຄວາມຫຍຸ້ງຍາກໃນການຟຶ້ນຟູເສດຖະກິດຂອງຕົນ. ນອກຈາກນັ້ນ, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ນໍາສະເໜີຕໍ່ກອງປະຊຸມວ່າ ສປປ ລາວ ກໍ່ເປັນປະເທດໜຶ່ງທີ່ຢູ່ໃນສະຖານນະພາບປະເທດດ້ອຍພັດທະນາ (LDC) ແລະ ທັງເປັນປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ (LLDC). ສະນັ້ນ, ສປປ ລາວ ຈຶ່ງປະເຊີນກັບສິ່ງທ້າທາຍຫຼາຍຢ່າງໂດຍສະເພາະແມ່ນໃນໄລຍະການລະບາດຂອງໂຄວິດ-19, ເຖິງຢ່າງໃດກໍ່ຕາມ ສປປ ລາວ ກໍ່ມີຄວາມພະຍາຍາມສ້າງພື້ນ ຖານໃຫ້ກາຍເປັນປະເທດທີ່ເຊື່ອມຈອດກັບພາກພື້ນ ເພື່ອໃຫ້ສາມາດປະຕິບັດໄດ້ແຜນບູລິມະສິດທີ່ກຳນົດໄວ້ໃນແຜນງານວຽນນາສຳລັບກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ (VPoA). ສິ່ງສຳຄັນພົ້ນເດັ່ນອີກອັນໜຶ່ງໃນໄລຍະໃກ້ໆນີ້ ແມ່ນຈະມີການປະກາດເປີດການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ພາຍໃຕ້ໂຄງການ “ໜຶ່່ງແລວໜຶ່ງເສັ້ນທາງ” ເຊິ່ງຈະກາຍເປັນຂີດໝາຍອັນສຳຄັນຂອງ ສປປ ລາວ ໃນການສ້າງພື້ນຖານໂຄງລ່າງອັນດີ ເພື່ອການເຊື່ອມຈອດທາງດ້ານເສດຖະກິດໃນພາກພື້ນ ແລະ ການຕິດຕໍ່ສື່ສານກັບປະເທດຕ່າງໆ. ພ້ອມດຽວກັນນີ້, ທ່ານ ຮອງລັດຖະມົນຕີ ຮຽກຮ້ອງໃຫ້ຄະນະຍາດສາກົນ ສະໜອງຢາວັກຊີນໃຫ້ແກ່ປະເທດ LLDCs ເພື່ອຮັບ ປະກັນການເຂົ້າເຖິງຢາວັກຊີນທີ່ເທົ່າທຽມ ແລະ ພຽງພໍ, ລວມທັງຮຽກຮ້ອງໃຫ້ບັນດາປະເທດທີ່ເປັນທາງຜ່ານ ໃຫ້ການຮ່ວມມືອຳນວຍຄວາມສະດວກດ້ານການຄ້າ ແລະ ເຊື່ອມໂຍງກັບພາກພື້ນໄດ້ຢ່າງມີປະສິດທິຜົນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ