ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຖາບັນອະນາໄມກັນພະຍາດກອງທັບ ລົງເຄຶ່ອນໄຫວປ້ອງກັນ-ຄວບຄຸມພະຍາດ ໂຄວິດ-19 ຢູ່ກົມກອງທີ່ມີຜູ້ຕິດເຊຶ້ອ
ເວລາອອກຂ່າວ: 2021-09-25 10:52:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2262 | ຄວາມນິຍົມ:



ໃນວັນທີ 24 ກັນຍາ 2021 ນີ້ ສະຫາຍ ພັນໂທ ເພັດສະໝອນ ແກ້ວສຸວັນ ຮອງຫົວໜ້າພະແນກລະບາດວິທະຍາ, ທັງເປັນຄະນະສະເພາະກິດປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ສະຖາບັນອະນາໄມກັນພະຍາດກອງທັບໄດ້ນໍາພາພະນັກງານວິຊາການ ລົງເຄຶ່ອນໄຫວສືບສວນ-ສອບສວນ, ເກັບຕົວຢ່າງ ແລະ ພົ່ນຢາຂ້າເຊຶ້ອພະຍາດໂຄວິດ-19 ຢູ່ກອງພັນໃຫຍ 641, ສູນ 13, ກອງພັນ 172 ແລະ ບັນດາຄອບຄົວທີ່ມີຜູ້ຕິດເຊຶ້ອ ແລະ ຄອບຄົວໃກ້ຄຽງທີ່ມີຄວາມສ່ຽງສູງ. ການລົງເຄຶ່ອນໄຫວໃນຄັ້ງນີ້ ພະງານນັກວິຊາການສະເພາະກິດປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ສະຖາບັນອະນາໄມກັນພະຍາດກອງທັບ ໄດ້ເຮັດການສືບສວນ-ສອບສວນຫາສາເຫດທີ່ພາໃຫ້ມີຜູ້ຕິດເຊຶ້ອ, ສືບສວນທາມລາຍເພື່ອໃຫ້ຮູ້ແລ້ວຊອກວິທີປ້ອງກັນຄວບຄຸມ, ນໍາເອົາອຸປະກອນການແພດເພຶ່ອຕ້ອຍດັງ-ຄໍ ເກັບເອົາຕົວຢ່າງຈໍານວນ 32 ສະຫາຍໄປວິເຄາະ ແລະ ນໍາເອົາພາຫະນະລົດປາບເຊຶ້ອ, ອຸປະກອນພົ່ນຢາຂ້າເຊຶ້ອພາຍໃນບໍລິເວນຄ້າຍຄູກົມກອງຂອບເຂດຄວາມສ່ຽງ ໂດຍສະເພາະໃນອາຄານຫ້ອງການ, ຫ້ອງປະຊຸມ, ຫ້ອງຮອງຮັບ, ສະຖານທີ່ພັກຜ່ອນ, ຫ້ອງນອນ, ຫ້ອງຄົວກິນ, ຫ້ອງນໍ້າ, ຫ້ອງເກັບມ້ຽນເຄຶ່ອງຂອງ, ຕາມຮາວຂັ້ນໄດ, ລຸກບິດປະຕູ ແລະ ບັນດາເຮຶອນຂອງຜູ້ຕິດເຊຶ້ອ, ເຮຶອນໃກ້ຄຽງທີ່ຢູ່ໃນເປົ້າໝາຍຄວາມສ່ຽງສູງ, ແນະນໍາການກັກກັນຕົນເອງ, ຮັກສາໄລຍະຫ່າງທາງສັງຄົມຕາມລະບຽບການຂອງຄະນະສະເພາະກິດປ້ອງກັນໂຄວິດ-19 ວາງອອກຢ່າງເຂັ້ມງວດ, ການພົ່ນຢາໃນຄັ້ງນີ້ລວມມີເນຶ້ອທີ່ທັງໝົດ 2.200 ຕາແມັດ, ໝົດນໍ້າຢາປະສົມຄຼໍລີນຈໍານວນ 50 ລິດ ແລະ ແອລກໍຮໍຈໍານວນ 10 ລິດ, ນອກນັ້ນຄະນະນັກວິຊາການຍັງໄດ້ໃຫ້ຄວາມຮູ້ພື້ນຖານກ່ຽວກັບການປ້ອງກັນຄວບຄຸມພະຍາດ ໂຄວິດ-19 ອີກດ້ວຍ, ການຈັດຕັ້ງລົງເຄຶ່ອນໄຫວພົ່ນຢາດັ່ງກ່າວກໍ່ເພຶ່ອປະຕິບັດຕາມຄໍາສັ່ງຊີ້້ນໍາຂອງຄະນະສະເພາະກິດປ້ອງກັນຄວບຄຸມພະຍາດ Covid-19 ຂັ້ນກະຊວງປ້ອງກັນປະເທດ, ກໍ່ຄືປະຕິບັດຕາມການຊີ້ນໍາຂອງຄະນະພັກ-ຄະນະບັນຊາສະຖາບັນອະນາໄມກັນພະຍາດກອງທັບ ກ່ຽວການປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຮອບໃໝ່ຂອງພະຍາດ Covid-19, ເພຶ່ອເປັນການຄວບຄຸມ, ກໍາຈັດບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດໄປໃນວົງກວ້າງ ແລະ ນັບມື້ຄົງທີ່, ຫຼຸດໜ້ອຍຖອຍລົງ, ທັງນີ້ກໍ່ເພຶ່ອປ້ອງກັນ, ສົ່ງເສີມສຸຂະພາບໃຫ້ບັນດານາຍ ແລະ ພົນທະຫານໃນຖັນແຖວກອງທັບເຮົາ ໃຫ້ມີສຸຂະພາບແຂງແຮງ, ປອດຈາກເຊື້ອພະຍາດ Covid-19, ພ້ອມກັນເຮັດສໍາເລັດພາລະກິດທີ່ພັກ-ລັດ, ປະເທດຊາດ ແລະ ປະຊາຊົນໄດ້ມອບໝາຍໃຫ້. ໂດຍ. ອ້ອຍພັນ ແພງບຸນມີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ