ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕ້ອນຮັບຄະນະວິຊາການກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2021-09-25 10:55:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 175 | ຄວາມນິຍົມ:



ໃນຕອນເຊົ້າວັນທີ 24 ກັນຍາ ປີ 2021 ນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ພັນເອກພິເສດ ຫງວຽນກວາງຮັວນ ຫົວໜ້າພະແນກເຕັກໂນໂລຢີ ແລະ ຂໍ້ມູນຂ່າວສານ ກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະວິຊາການ, ມີຄະນະນໍາກົມ, ຫ້ອງການ, ພະແນກການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພົນຕີ ຄໍາເພັດ ສີຊານົນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຍ້ອງຍໍຊົມເຊີຍ ສະຫາຍ ພັນເອກພິເສດ ຫງຽນກວາງຮວັນ ພ້ອມດ້ວຍຄະນະວິຊາການ ທີ່ໄດ້ເດີນທາງມາເຮັດວຽກງານຢູ່ ສປປ ລາວ ໃນຄັ້ງນີ້, ຍ້ອນອີງໃສ່ໜ້າທີ່ຄວາມຮຽກຮ້ອງຕ້ອງການຂອງວຽກງານທີ່ມີການຂະຫຍາຍຕົວທາງດ້ານວິທະຍາສາດ ແລະ ເຕັກໂນໂລຢີ, ໂດຍສະເພາະຂົງເຂດວຽກງານເສນາຮັກ ແລະ ທາງດ້ານວຽກງານອຸປະໂພກ-ບໍລິໂພກ ຂອງກອງທັບ ໃຫ້ມີຄວາມສະດວກສະບາຍຂື້ນກວ່າເກົ່າ ໃນການປະຕິບັດເຂົ້າວຽກງານວິຊາສະເພາະຂອງກົມກອງ ກໍ່ຄືການຮັບປະກັນດ້ານພະລາທິການກອງທັບ ໃຫ້ໄດ້ຮັບຜົນສູງທາງປະລິມານ ແລະ ຄຸນນະພາບທີ່ດີ, ການປະກອບສ່ວນອັນສໍາຄັນຊ່ວຍເຫຼືອເຂົ້າໃນວຽກງານຂອງກອງທັບໃນການຕິດຕັ້ງເຄື່ອງສື່ສານການແພດທາງໄກ ໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ ແລະ ການຕິດຕັ້ງລະບົບເຕົາທີ່ໃຊ້ນໍ້າມັນກະຊວນລຸ່ນ 150-K18, ຂະໜາດຂອງເຕົາມີ 3 ຂະໜາດຄື, ຂະໜາດ 275, 200 ແລະ 150 ເຊີ່ງເປັນເຊື້ອເພີງເຂົ້າໃນວຽກງານຮັບປະກັນການຕົ້ມຫຸງປຸງແຕ່ງອາຫານໃຫ້ບັນດາວິທະຍາຄານ, ໂຮງຮຽນຂອງກອງທັບໃຫ້ທ່ວງທັນກັບສະພາບການກິນຢູ່ ທີ່ດີຂອງພະນັກງານ-ນັກຮົບໃນຂອງກັບ, ສ່ວນການຕິດຕັ້ງເຄື່ອງສື່ສານການແພດທາງໄກນີ້ ເພື່ອອໍານວຍຄວາມສະດວກເຂົ້າໃນການປິ່ນປົວພະຍາດຂອງຄົນເຈັບ ແລະ ການສຶກສາຮໍ່າຮຽນ, ສິດສອນຕ່າງໆຢູ່ບັນດາວິທະຍາຄານ, ໂຮງໝໍໃຫ້ມີຄວາມກ້າວໜ້າທັນສະໄໝ, ເຊີ່ງຜົນງານດັ່ງກ່າວນີ້, ໄດ້ເປັນການປະກອບ ສ່ວນອັນສໍາຄັນ ແລະ ເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ກໍ່ຄືປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ໝັ້ນຄົງທະນົງແກ່ນຕະຫຼອດໄປ, ຈາກນັ້ນໃນພິທີ, ສະຫາຍ ພັນເອກ ຄໍາແຫວນ ຫຼ້າບົວມະຫາໄຊ ຫົວໜ້າຫ້ອງການກົມໃຫຍ່ພະລາທິການກອງທັບ ໄດ້ຂື້ນອ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານຊັ້ນ III ແລະ ຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ແກ່ຄະນະວິຊາການກົມໃຫຍ່ພະລາທິການ ກອງທັບປະຊົນຫວຽດນາມ, ກະ ຊວງປ້ອງກັນປະເທດ ຕົກລົມອບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ສະຫາຍພັນເອກພິເສດ ຫງວຽນກວາງຮັວນ ຫົວໜ້າພະແນກເຕັກໂນໂລຢີ ແລະ ຂໍ້ມູນຂ່າວສານ ກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ແລະ ຫຼຽນກາມິດຕະພາບກອງທັບປະຊາຊົນລາວໃຫ້ຄະນະວິຊາການ 10 ສະຫາຍ, ເຊີ່ງໃຫ້ກຽດມອບ ແລະ ປະດັບຫຼຽນໂດຍສະຫາຍພົນຕີ ຄໍາເພັດ ສີຊານົນ ຢ່າງສົມກຽດ. ໂອກາດນີ້, ສະຫາຍ ພັນເອກພິເສດ ຫງວຽນກວາງຮວັນ ຕາງໜ້າໃຫ້ຄະນະວິຊາການ, ກ່າວສະເເດງຄວາມຂອບໃຈ ມາຍັງຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະທີ່ໄດ້ໃຫ້ກຽດຕ້ອນຮັບຄະນະວິຊາການຂອງພວກເຮົາຢ່າງອົບອຸ່ນ ແລະ ອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານຈົນສໍາເລັດຕາມແຜນການທີ່ວາງໄວ້ ແລະ ໃນໂອກາດທີ່ມີຄວາມສໍາຄັນນີ້, ຂໍກ່າວຄໍາອວຍໄຊອັນປະເສີດມາຍັງການນໍາກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນໍາກົມໃຫຍ່ພະລາທິການກອງທັບທຸກຂັ້ນ ຈົ່ງມີສຸຂະພາບເຂັ້ມແຂງ ພ້ອມກັນເຮັດສໍາເລັດໃນໜ້າທີ່ວຽກງານການເມືອງອັນສູງສົ່ງ ທີ່ການຈັດຕັ້ງຂັ້ນເທິງພັກ-ລັດ ມອບໝາຍໃຫ້ມີຜົນສຳເລັດຢ່າງຈົບງາມ ແລະ ພ້ອມກັນສືບຕໍ່ສາຍພົວພັນມິດຕະພາບທີ່ດີ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ກໍ່ຄື ສອງກອງທັບລາວ-ຫວຽດນາມຕະຫຼອດໄປ. ໂດຍ: ຄໍາປະສົງ ລາດຊະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ