ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມື້ນີ້ກວດພົບຜູ້ຕິດເຊື້ອ 447 ຄົນ, ນຳເຂົ້າ 20 ຄົນ ແລະ ຊຸມຊົນ 427 ຄົນ
ເວລາອອກຂ່າວ: 2021-09-25 15:06:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 296 | ຄວາມນິຍົມ:



ວັນທີ 25 ກັນຍາ ປີ 2021 ນີ້, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນ ໃນ ສປປ ລາວ ມາຮອດວັນທີ 24 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 7.674 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 447 ຄົນ, ກໍລະນີນໍາເຂົ້າ ມີ 20 ຄົນ ຈາກ ແຂວງ ສະຫວັນນະເຂດ 10 ຄົນ, ສາລະວັນ 7 ຄົນຈໍາປາສັກ 1 ຄົນ, ຄໍາມ່ວນ 1 ຄົນ ແລະ ນະຄອນຫຼວງວຽງຈັນ 01 ຄົນ ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 427 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້: ນະຄອນຫຼວງ 206 ຄົນ, ລາຍລະອຽດມີດັ່ງນີ້: ຈຸດສີເກີດ: ພົບເຊື້ອ 71 ຄົນ, ເມືອງ ໄຊທານີ: ພົບເຊື້ອ 7 ຄົນ, ຈຸດບືງຂະຫຍອງ: ພົບເຊື້ອ 18 ຄົນ; ມສ ເຈົ້າອານຸວົງ: ພົບເຊື້ອ 14 ຄົນ; ມສ ລາວຫວຽດ: ພົບເຊື້ອ 11 ຄົນ; ໂຮງໝໍເຊດຖາທິລາດ ແລະ ໂຮງໝໍ ເດັກ ໃຫ້ຜົນບວກ 09 ຄົນ: ເມືອງຫາດຊາຍຟອງ 03 ຄົນ (ບ້ານສະຫວ່າງ 02 ຄົນ, ສາລາຄຳ 01 ຊື່ງແມ່ນພະນັກງານບໍລິສັດ DKSH), ເມືອງ ສີໂຄດ 02 ຄົນ (ຍະພະ ແລະ ໄຊສະຖານ), ເມືອງ ໄຊເສດຖາ 02 ຄົນ (ບ້ານ ອາມອນ ແລະ ບ້ານ ຊຽງດາ), ບ້ານ ໂພນປາເປົ້າ, ເມືອງ ສີສັດຕະນາກ 01 ຄົນ ແລະ ບ້ານ ສາຍນໍ້າ ເງີນ ເມືອງ ໄຊທານີ 01 ຄົນ. ສ່ວນທີ່ເຫຼືອ ທີມງານລະບາດກຳລັງສອບສວນ ແລະ ເກັບກຳຂໍ້ມູນ ຂໍໃຫ້ທ່ານຕິດຕາມທາງສື່ອອນລາຍ. ຄຳມ່ວນ 72 ຄົນ: ລວມມີພະນັກງານຕຳຫຼວດ 3 ຄົນ ແລະ ບໍລິສັດຄາຍຢວນ 62 ຄົນ. ລາຍງານຈາກ 5 ຕົວເມືອງ: ທ່າແຂກ 57, ຍົມມະລາດ 7, ເຊບັ້ງໄຟ 4, ມະຫາໄຊ 3 ແລະ ຫີນບູນ 1. ຈໍາປາສັກ 50 ຄົນ: ຊື່ງມາຈາກ: ນະຄອນປາກເຊ, ປະທຸມພອນ ແລະ ບາຈຽງ (03 ຄົນ ແມ່ນກໍາມະກອນ ສວນຢາງ ດັກລັກ) ຫຼວງພະບາງ 41 ຄົນ: ເຊິ່ງໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານໜອງຂຽວ, ເມືອງງອຍ ທີ່ໄດ້ລາຍງານ ໃນວັນທີ 22 ກັນຍາ 2021. ບ້ານໜອງຂຽວ ມີ 31 ຄົນ, ບ້ານໜອງອ່ຽນ ມີ 04 ຄົນ, ບ້ານປາກບາກ ມີ 03 ຄົນ, ມີ 03 ຄົນ (ບ້ານພູພຽງ, ບ້ານສົບຮຸນ, ບ້ານຈອມຍີ່ງ ມີບ້ານລະ 01 ຄົນ). ຄົນເຈັບຕິດເຊື້ອມີອາຊີບເປັນທະຫານ, ພະນັກງານຄູ, ພະນັກງານແພດ; ອາຊີບພະນັກງານກະສິກໍາເມືອງ; ເດັກນ້ອຍ; ອາຊີບ: ເຮັດສວນ ແລະ ເຮັດໄຮ່ ມີອາຊີບລະ ແລະ ອາຊີບອື່ນໆ ກໍາລັງສະຫຼຸບສັງລວມຂໍ້ມູນ. ໄຊສົມບູນ 21 ຄົນ ທັງໝົດ ແມ່ນເຊື່ອມໂຍງກັບ ກໍລະນີ ບ້ານໜອງວຽງຄຳ, ເມືອງ ໄຊທານີ; (ພື້ນຖານເປັນຄົນເມືອງລ້ອງຊານ ແຂວງ ໄຊສົມບຸນ); ອາຊີບ ກຳມະກອນ ຢູ່ພະແນກກວດຄຸນນະພາບເຄື່ອງ (QCS) ໂຮງງານຕັດຫຍິບ ອານປີ-ລາວ; ທີ່ໄດ້ ເດີນທາງ ໄປ ບ້ານທ່າເຮືອ, ເມືອງ ລ້ອງຊານ ວັນທີ 13/9/21 (ໃຊ້ລົດຈັກໄປເອງ) ເພື່ອໄປສົ່ງສະການພໍ່ຕູ້. ສະຫວັນນະເຂດ 12 ຄົນ: ພະນັກງານແພດ ມີ 04 ຄົນ (ໄດ້ເຂົ້າປະຈໍາການຢູ່ສູນຫຼັກ 9 ໃນວັນທີ 03 ກັນຍາ 2021 ແລະ ອອກປະຈໍາການທີ່ 15 ກັນຍາ 2021) ຊື່ງກວດເປັນຄັ້ງທີ 03. ບ້ານວົງວິໄລ, ເມືອງເຊໂປນ ມີ 02 ກໍລະນີ (ທັງສອງຄົນເປັນແມ່ລູກກັນ), ບ້ານແກ້ງຢາງ, ເມືອງເຊໂປນ ມີ 02 ກໍລະນີ ທັງສອງຄົນເປັນພະນັກງານຊິບປີ້ງ (ແລ່ນເອກະສານຢູ່ດ່ານແດນສະຫວັນ) ແລະ ຍັງບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ. ບ້ານໂນນສະຫວ່າງ, ເມືອງອຸທຸມພອນ ມີ 01 ກໍລະນີ (ທະຫານ). ບ້ານສະພານເໜຶອ, ນະຄອນໄກສອນ ມີ 01 ກໍລະນີ. ຢູ່ຄ້າຍຄຸມຂັງຫຼັກ 06 ມີ 02 ກໍລະນີ (ກວດຄັ້ງທີ່ 03) ແຂວງວຽງຈັນ 9 ຄົນ: ເມືອງໂພນໂຮງ ມີ 06 ຄົນ (ບ້ານນາເລົ່າ ມີ 02 ຄົນ; ໃນນັ້ນມີ 01 ຄົນ ເປັນພະນັກງານໂຮງໝໍເມືອງ); ບ້ານນາໂພມະລາດ, ບ້ານໂພນງາມ ແລະ ບ້ານໂພນໂຮງ ມີບ້ານລະ 01 ຄົນ) ຊື່ງທັງໜົດມີປະຫວັດສໍາຜັດໃກ້ຊິດກັບຄົນຕິດເຊື້ອ ທີ່ໄປຮ່ວມງານເຮືອນດີ ຢູ່ບ້ານໂພນຫໍ. ເມືອງວັງວຽງ ມີ 03 ຄົນ (ບ້ານປາກເປາະ ມີ 02 ຄົນ ແລະ ບ້ານພູດິນແດງ ມີ 01 ຄົນ) ຊື່ງທັງໜົດມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານໂພນຊູ. ບໍ່ແກ້ວ 6 ຄົນ: ເຂດເສດຖະກິດພິເສດ 4 ຄົນ; ເມືອງ ຕົ້ນເຜີ້ງ 02 ຄົນ (ບ້ານພຽງງາມ 1 ແລະ ບ້ານ ດອນມູນ 01). ບໍລິຄໍາໄຊ 6 ຄົນ: ທັງໜົດມີປະຫັວດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄດ້ລາຍງານໃນວັນທີ 22 ກັນຍາ 2021 (ບ້ານທົ່ງນ້ອຍ, ເມືອງປາກຊັນ) ດັ່ງລຸ່ມນີ້: 01 ຄົນບ້ານສີວິໄລ, ເມືອງປາກຊັນ, 05 ຄົນ ບ້ານທົ່ງນອ້ຍ, ເມືອງປາກຊັນ (ເປັນຄອບຄົວດຽວກັນທັງໝົດ) ຊຽງຂວາງ 3 ຄົນ: ຫລວງນໍ້າທາ 1 ຄົນ: ສັນຊາດຈີນ ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້. ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 21.527 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.403 ຄົນ. ເຂດສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ໃນນະຄອນຫຼວງວຽງຈັນ: ໂຮງງານ ອານປີ ປັດຈຸບັນແຂວງຕ່າງໆມີບ້ານແດງ ດັ່ງນີ້: ນະຄອນຫຼວງວຽງຈັນ ມີ 79 ບ້ານ, ຄໍາມ່ວນ ມີ 47 ບ້ານ, ຈໍາປາສັກ ມີ 36 ບ້ານ, ສະຫວັນນະເຂດ ມີ 15 ບ້ານ, ຫຼວງພະບາງ 6 ບ້ານ, ສາລະວັນ 5 ບ້ານ, ແຂວງວຽງຈັນ 4 ບ້ານ, ບໍ່ແກ້ວ 2 ບ້ານ, ຊຽງຂວາງ 1 ບ້ານ ບ້ານໃໝ່ທີ່ກໍານົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 10 ບ້ານ ໃນ 5 ເມືອງ: ເມືອງໄຊທານີ: ບ້ານ ໂພນໄຮຄໍາ ແລະ ອຸດົມຜົນ, ເມືອງ ໄຊເຊດຖາ: ບ້ານ ເມືອງນ້ອຍ ແລະ ແສງສະຫ່ວາງ, ເມືອງ ສີໂຄດຕະບອງ: ບ້ານ ໜອງບຶກໄຕ້, ວຽງສະຫວັນ ແລະ ໜອງໜ້ຽວ, ເມືອງ ນາຊາຍທອງ: ບ້ານ ນາຊາຍໃຕ້ ແລະ ໂພນສະຫວັນເມືອງ ສີສັດຕະນາກ: ບ້ານ ດົງສະຫວາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ