ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານນະຄອນຫຼວງວຽງຈັນ ລຸລ່ວງພະນັກງານພັກການຮັບເບ້ຍບຳນານ
ເວລາອອກຂ່າວ: 2021-09-27 16:03:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 354 | ຄວາມນິຍົມ:



ວັນທີ 24 ກັນຍາ 2021 ນີ້,ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີປະກາດລຸລ່ວງພະນັກງານພາຍໃນກົມກອງຂອງຕົນ ພັກການຮັບເບ້ຍບຳນານ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ ຈາກອົງການ 05 ຫ້ອງ,ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານທີ່ລຸລ່ວງເຂົ້າຮ່ວມ. ພັນໂທ ເຂັມເພັດ ຫັນທະວົງ ຫົວໜ້າພະແນກພະນັກງານ ທະຫານນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນພັກການເພື່ອກຽມຮັບເບ້ຍບຳນານ, ໂດຍອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ ) ໃນພາກທີ III ໝວດທີ 01 ມາດຕາ 33 ວ່າດ້ວຍອາຍຸກະສຽນຮັບເບ້ຍບຳນານຂອງນາຍທະຫານ,ອີງຕາມໜັງສືສະເໜີຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ແລະ ອີງຕາມການຄົ້ນຄວ້ານຳສະເໜີຂອງກົມໃຫຍ່ການເມືອງກອງທັບ ດັ່ງນັ້ນກະຊວງປ້ອງກັນປະເທດຈຶ່ງໄດ້ຕົກລົງເຫັນດີອະນຸມັດໃຫ້ພະນັກງານທີ່ປະຈຳຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຈຳນວນ 13 ສະຫາຍ ພັກການເພື່ອກຽມຮັບເບ້ຍບໍານານ ຢ່າງເປັນທາງການ. ໂອກາດນີ້ສະຫາຍ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຕີລາຄາສູງຕໍ່ຜົນງານໃນການປະກອບສ່ວນອັນສຳຄັນຂອງບັນດາພະ ນັກງານໃນຄັ້ງນີ້ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເປັນຕົ້ນແມ່ນການປະກອບສ່ວນໃນໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍໄດ້ພ້ອມກັນສຸມໃສ່ໃນການປົກປັກຮັກສາປະເທດຊາດ ຢ່າງຕັ້ງໜ້າດ້ວຍຜົນສຳເລັດ ແລະ ມີຄວາມສະຫງົບປອດໄພເລື້ອຍໆມາ. ພ້ອມນັ້ນຍັງໄດ້ເນັ້ນໜັກຕື່ມອີກວ່າ: ເມື່ອບັນດາສະຫາຍໄດ້ຮັບນະໂຍບາຍພັກການບຳນານຈາກຂັ້ນເທິງແລ້ວ ກໍຕ້ອງໄດ້ພ້ອມກັນເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ-ນັກຮົບ ຮຸ່ນສືບທອດ ເພື່ອເຮັດໃຫ້ເຂົາເຈົ້າກາຍເປັນຜູ້ທີ່ມີຜົນງານ ໃນການປະກອບສ່ວນເຮັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ດ້ວຍຜົນສຳເລັດອັນສູງສົ່ງ,ພ້ອມນັ້ນກໍຕ້ອງໄດ້ພ້ອມກັນສືບຕໍ່ເປັນເຈົ້າການໃນການປະກອບສ່ວນເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນບ້ານທີ່ຕົນຢູ່ໃນປະຈຸບັນໃຫ້ມີຄວາມປອດໄພ 100%. ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ