ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງເຈົ້າແຂວງ ເຊກອງ ລົງຕິດຕາມການເຝົ້າລະວັງຜົນກະທົບຈາກໄພທຳມະຊາດ ຢູ່ເມືອງ ທ່າແຕງ
ເວລາອອກຂ່າວ: 2021-09-28 13:37:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 272 | ຄວາມນິຍົມ:



ໃນວັນທີ 24 ກັນຍາ 2021 , ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ພ້ອມຄະນະກໍາມະການຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ລົງເຄື່ອນໄຫວຕິດຕາມເຝົ້າລະວັງຜົນກະທົບໜັກຂອງພະຍຸດີເປຣຊັນທີ່ຜັດຜ່ານເຂົ້າພາກໃຕ້ ໂດຍສະເພາະ ຢູ່ເມືອງທ່າແຕງ ໃນລະຫວ່າງວັນທີ 24-25 ກັນຍາຜ່ານມານີ້. ໃນການລົງຕິດຕາມ ຂອງ ທ່ານຮອງເຈົ້າແຂວງ ເຊກອງ ພ້ອມດ້ວຍຄະນະກໍາມະການແຕ່ລະຂັ້ນໃນຄັ້ງນີ້ ໄດ້ສໍາຫຼວດເບິ່ງຈຸດຂົວຂ້າມຫ້ວຍ,ຈຸດສ່ຽງທີ່ຈະເກີດຜົນກະທົບຈາກນໍ້າລົ້ນຫ້ວຍ ແລະ ຕະຝັ່ງໂດຍສະເພາະ ຂົວຂ້າມຫ້ວຍ ບ້ານ ທ່າແຕງເໜືອຫາບ້ານທ່າແຕງໄຕ້,ຂົວຂ້າມຫ້ວຍ ບ້ານ ຊາຍຫາຄຸ້ມບ້ານ ຕະລຽງ,ຂົວຂ້າມໂຮງແຮມແຖວຄໍາ,ຂົວຂ້າມຫຼັງຄຸ້ມບ້ານຕະລຽງ ແລະ ຈຸດນໍ້າລົ້ນທາງລົງໂຮງຂ້າສັດຂອງເມືອງທ່າແຕງ ອັນເນື່ອງມາຈາກມີລົມພະຍຸດີເປຣຊັນທີ່ມີຄວາມແຮງຍັງສືບຕໍ່ເຮັດໃຫ້ມີຝົນຕົກໜັກຢູ່ພາກໃຕ້ ໂດຍສະເພາະ ຢູ່ແຂວງ ເຊກອງ,ອັດຕະປື,ສາລະວັນ ແລະ ແຂວງ ຈໍາປາສັກ ມີຝົນຕົກຕິດຕໍ່ກັນຫຼາຍວັນ,ເຮັດໃຫ້ປະລິມານຂອງນໍ້າຫຼາຍສາຍຢູ່ເມືອງທ່າແຕງໄຫຼໂຮມເຂົ້າກັນເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໂອກາດນີ້ ,ທ່ານ ຮອງເຈົ້າແຂວງ ເຊກອງ ຍັງໄດ້ເນັ້ນໜັກໃຫ້ຄະນະກໍາມະການຂັ້ນເມືອງ,ຂັ້ນແຂວງ ປະສານສົມທົບຢ່າງທັນເຫດການ ແລະ ເອົາໃຈໃສ່ຕິດຕາມສະພາບຂອງອາກາດ ແລະ ລະດັບນໍ້າຢ່າງໃກ້ຊິດ ພ້ອມແຈ້ງເຕືອນປະຊາຊົນໃຫ້ທ່ວງທັນເວລາ,ກະກຽມຄວາມພ້ອມຮັບມືຮອບດ້ານ,ຄຽງຄູ່ກັນນີ້ ຕ້ອງເພີ່ມທະວີມາດຕະການປ້ອງກັນຄວາມປອດໄພດ້ານຊີວິດ,ຊັບສິນຂອງຜູ້ປະສົບໄພ,ບໍ່ໃຫ້ເກີດການຕົກເຮ່ຍເສຍຫາຍ,ເລັ່ງເກັບກໍາຂໍ້ມູນຜົນເສຍຫາຍຢ່າງລະອຽດ ເພື່ອວາງແຜນໃຫ້ການຊ່ວຍເຫຼືອ,ຟື້ນຟູຜົນກະທົບທັງສະເພາະໜ້າ ແລະ ຍາວນານ ເພື່ອຮັບປະກັນການດຳລົງຊີວິດຂອງປະຊາຊົນໃຫ້ຄືນສູ່ປົກກະຕິ. ໂດຍ: ພອນ ບຸນອຸທິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ