ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຈີດີພີ ສະຫະລັດໃນໄຕມາດ 2 ຂອງປີນີ້ເພີ່ມຂຶ້ນ 6,5%
ເວລາອອກຂ່າວ: 2021-09-28 14:01:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:



ສໍານັກຂ່າວ ຟອກສນິວ ລາຍງານໃນ 29 ກັນຍາ ນີ້, ກະຊວງການຄ້າສະຫະລັດໄດ້ເປີດເຜີຍຕົວເລກຂໍ້ມູນການຄາດຄະເນເປັນຄັ້ງທຳອິດໂດຍສະແດງໃຫ້ເຫັນວ່າ: ລວມຍອດຜະລິດຕະພັນພາຍໃນຕົວຈິງຂອງສະຫະລັດ ຫຼື GDP ໃນໄຕມາດທີສອງຂອງປີນີ້ໄດ້ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ຄ່າສະເລ່ຍຕໍ່ປີ, ແຕ່ຕ່ຳກວ່າຄາດໝາຍທີ່ວາງໄວ້ ຈັງຫວະຄວາມໄວຂອງການເຕີບໂຕດ້ານເສດຖະກິດໃນໄຕມາດທີສອງປີນີ້ຕ່ຳກວ່າຄາດໝາຍເຊິ່ງສະແດງໃຫ້ເຫັນວ່າເສດຖະກິດສ່ວນໜຶ່ງຂອງສະຫະລັດຍັງຢູ່ໃນສະພາບຊຸດໂຊມ, ນອກນີ້, ເຊື້ອພະຍາດກາຍພັນເດວຕາໄດ້ແຜ່ລະບາດຢ່າງວ່ອງໄວ,ຈະເພີ່ມຄວາມບໍ່ແນ່ນອນໃຫ້ກັບເສດຖະກິດ ໃນອະນາຄົດ. ປັດຈຸບັນ, ຈຳນວນຜູ້ຖືກບົ່ງມະຕິຕິດພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ຢູ່ສະຫະລັດມີຫຼາຍພັນກໍລະນີ, ຜູ້ຊ່ຽວຊານເປັນຫ່ວງວ່າ, ຖ້າຈຳນວນຜູ້ຖືກບົ່ງມະຕິເພີ່ມໃໝ່ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງຈະມີຜົນກະທົບຕໍ່ເສດຖະກິດ. ນອກນີ້, ກະຊວງແຮງງານຂອງສະຫະລັດໄດ້ເປີດເຜີຍຕົວເລກສະຖິຕິ ໂດຍສະແດງໃຫ້ເຫັນວ່າ: ຈຳນວນຜູ້ຮ້ອງຂໍເງິນຊ່ວຍເຫຼືອຍ້ອນວ່າງງານໄດ້ຫຼຸດລົງ 24.000 ຄົນເປັນຄັ້ງທຳອິດເມື່ອທຽບໃສ່ອາທິດກ່ອນ,ຫຼຸດລົງເປັນ 4 ແສນຄົນ, ແຕ່ຍັງສູງກວ່າຄາດໝາຍທີ່ຄາດໄວ້ຄື 3,8 ແສນຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ