ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊີຣີຮຽກຮ້ອງໃຫ້ສະຫະລັດຄວນຖອນທະຫານອອກຈາກຊີຣີໂດຍໄວ
ເວລາອອກຂ່າວ: 2021-09-28 14:02:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:



ສໍານັກຂ່າວຊິນຮວາລາຍງານໃນວັນທີ 27 ກັນຍາ 2021 ນີ້ວ່າ: ທ່ານ ໄຟຊາວ ແມັກດັດ ລັດຖະມົນຕີກະຊວງການຕ່າງປະເທດຊີຣີໄດ້ປະກອບຄຳເຫັນກ່ຽວກັບສະຖານະການຢູ່ຊີຣີໃນປັດຈຸບັນ, ເຊິ່ງທ່ານໄດ້ປຽບທຽບການຂວ້ຳບາດຝ່າຍດຽວຂອງປະເທດຕາເວັນຕົກທີ່ມີຕໍ່ຊີຣີວ່າເປັນ “ການກະທຳຂອງຜີສາດ”. ເນື່ອງຈາກ ການຂວ້ຳບາດຝ່າຍດຽວໃດໆລ້ວນແຕ່ແມ່ນການທຳຮ້າຍປະຊາຊົນຜູ້ບໍລິສຸດ. ປັດຈຸບັນ, ຊີຣີພວມປະເຊີນກັບການຂາດແຄນເຄື່ອງໃຊ້ຈຳເປັນໃນຊີວິດປະຈຳວັນຕ່າງໆ, ຍ້ອນການຂວ້ຳບາດດ້ານເສດຖະກິດ, ຊີຣີບໍ່ສາມາດໃຊ້ຈ່າຍເງິນຕາຕ່າງປະເທດໄດ້, ທັງບໍ່ສາມາດສັ່ງຊື້ເຄື່ອງໃຊ້ຕ່າງໆຈາກຕ່າງປະເທດໄດ້, ເຊັ່ນ: ຢາ, ອຸປະກອນທາງການແພດ ແລະ ອື່ນໆ. ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ສະພາບການນີ້ຍິ່ງໜັກໜ່ວງກວ່າເກົ່າ. ທ່ານ ໄຟຊາວ ແມັກດັດ ກ່າວເນັ້ນວ່າ: ສະຫະລັດຖອນທະຫານອອກຈາກອາຟະການິດສະຖານຢ່າງຟ້າວຟັ່ງ ແລະໜ້າອັບອາຍ, ສະນັ້ນ, ຄວນສຳຫຼວດຕົນເອງຄືນຈາກເລື່ອງດັ່ງກ່າວ. ດັ່ງນັ້ນ, ທະຫານອາເມຣິກາກໍຄວນຖອນອອກຈາກຊີຣີໂດຍໄວເຊັ່ນກັນເພື່ອໃຫ້ປະຊາຊົນຊີຣີແກ້ໄຂບັນຫາດ້ວຍຕົນເອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ