ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ໂຮງຮຽນທະຫານຊາຍແດນ 712 ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດ
ເວລາອອກຂ່າວ: 2021-09-29 10:03:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1491 | ຄວາມນິຍົມ:



ວັນທີ 28 ກັນຍາ ນີ້, ໂຮງຮຽນທະຫານຊາຍແດນ 712 ໄດ້ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 71 ປີ, ວັນຍຶດອໍານາດ ວັນທີ 23 ສິງຫາ 1945 ຄົບຮອບ 76 ປີ ແລະ ວັນ ລັດຖະທໍາມະນູນແຫ່ງຊາດ ຄົບ ຮອບ 30 ປີ, ໂດຍການເປັນປະທານ ປາຖະກະຖາຂອງ ສະຫາຍ ພັນເອກ ຄໍາພັນ ເຊໃຫຍ່ທຸ່ມມະແສງ ຫົວໜ້າການເມືອງ ໂຮງຮຽນ, ມີສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ຫົວໜ້າການທະຫານໂຮງຮຽນ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ 5 ພະແນກການ ແລະ ກອງພັນນັກຮຽນ ເຂົ້າ ຮ່ວມ. ສະຫາຍ ພັນເອກ ຄໍາພັນ ເຊໃຫຍ່ທຸ່ມມະແສງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ຄວາມໝາຍສໍາຄັນຂອງລັດ ຖະທໍາມະນູນແຫ່ງ ສປປ ລາວ ເຊິ່ງ ເປັນກົດໝາຍພື້ນຖານຂອງຊາດ, ເປັນການຫັນແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານ ທີ່ມີຫຼັກການຂອງພັກປະຊາຊົນປະຕິວັດ ລາວ ມາເປັນກົດໝາຍພື້ນຖານ ຂອງລະບອບປະຊາທິ ປະໄຕ ປະຊາຊົນລາວ ເພື່ອສຶກສາອົບຮົບພະ ນັກງານ-ນັກຮົບ, ລັດຖະກອນ ກໍຄືຮຸ່ນສືບທອດ ໃຫ້ຮັບຮູ້ເຂົ້າໃຈ ເລິກເຊິ່ງ ກ່ຽວກັບມູນເຊື້ອອັນສະຫງ່າງາມແຫ່ງການຊີ້ນຳ-ນຳພາ ອັນສະຫຼາດສ່ອງໃສຂອງພັກ ທີ່ປະກາດໃຊ້ລັດຖະທຳມະນູນ ຢ່າງເປັນທາງການໃນວັນທີ 15 ສິງຫາ 1991 ມາຮອດປັດຈຸບັນ ຄົບຮອບ 30 ປີ, ເຊິ່ງເປັນເຫດ ການການເມືອງທີ່ສຳຄັນຂອງຊາດ ທັງເປັນຂີດໝາຍອັນໃໝ່ ແຫ່ງການຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ສ້າງລັດແຫ່ງກົດໝາຍຢ່າງແທ້ຈິງ. ຫຼັງຈາກນັ້ນຍັງໄດ້ຫວນຄືນເລົ່າມູນເຊື້ອວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 71 ປີ ເຊິ່ງໄດ້ຍົກໃຫ້ເຫັນມູນເຊື້ອ ການເຕີບໃຫຍ່ເຂັ້ມແຂງຂອງ ແນວລາວອິດສະຫຼະໃນເມື່ອ ກ່ອນ, ປະຈຸບັນແມ່ນແນວລາວສ້າງຊາດ, ໄດ້ຮັບການສ້າງ ຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 ທີ່ແຂວງຕຽນກວາງ ສສ ຫວຽດນາມ ເປັນໄລຍະ ທີ່ພວກຈັກກະພັດລ່າເມືອງ ຂຶ້ນແບບເກົ່າໄດ້ເຂົ້າມາຮຸກຮານ ແລະ ຄອບຄອງປະເທດລາວ ຂອງພວກເຮົາ, ປະຊາຊົນລາວບັນດາເຜົ່າ ຖືກກົດຂີ່ຂູດຮິດຢ່າງໜັກໜ່ວງ, ຈິ່ງເກີດມີຂະບວນການຕ່າງໆ ລຸກຮືຂື້ນ ຕໍ່ສູ້ຢ່າງອົງອາດກ້າຫານ ເພື່ອຍາດເອົາຄວາມເປັນເອກະລາດ, ອິດສະຫຼະພາບແຫ່ງຊາດ ພາຍໃຕ້ການນຳພາຂອງແນວລາວອິດສະຫຼະ ແລະ ລັດຖະບານລາວຕໍ່ຕ້ານ ເຊີ່ງການນຳພາຢ່າງຖືກຕ້ອງ ແລະ ປີຊາສາມາດຂອງແນວລາວອິດສະຫຼະ ໄດ້ປະຕິບັດບົດບາດ ຂອງແນວໂຮມຄື: ສຳພັນທະພາບລະຫວ່າງຊົນຊັ້ນກຳມະກອນ-ຊາວກະສິກອນ ແລະ ນັກຮຽນຮູ້ປັນຍາຊົນທີ່ຮັກຊາດ ແລະ ບັນດາກຳລັງການເມືອງ, ກຳລັງຈັດຕັ້ງສັງຄົມຕ່າງໆ, ອອກແຮງ ເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນ ອ້ອມຂ້າງພັກ, ເປັນພື້ນຖານການເມືອງໃຫ້ອຳນາດການປົກຄອງ, ປະຊາຊົນ ສຳພັນແບບພິເສດກັບກອງທັບ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ, ສຳພັນກັບ 3 ປະເທດອິນດູຈີນ ເຮັດສຳເລັດໜ້າທີ່ພາລະກຳປະຫວັດສາດ ອັນສະຫງ່າອົງອາດຄື: ປົດປ່ອຍປະເທດຊາດອອກຈາກການປົກຄອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໜ່. ພ້ອມດຽວກັນນັ້ນຍັງໄດ້ເລົ່າມູນເຊື້ອວັນ ຍຶດອຳນາດ 23 ສິງຫາ ເຊິ່ງເປັນ ຂີດໝາຍສຳຄັນທາງປະຫວັດສາດ ສຳລັບປວງຊົນລາວທັງຊາດ, ສະແດງໃຫ້ເຫັນເຖິງມູນເຊື້ອການຕໍ່ສູ້ອັນພິລະອາດຫານ ບໍ່ຍອມຈໍານົນ, ມີໄຫວພິບ ແລະ ຄວາມປີຊາສາມາດຂອງນັກປະຕິວັດຮຸ່ນກ່ອນ ໃນການຕໍ່ສູ້ຕ້ານ ຈັກກະພັດຜູ້ຮຸກຮານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ສາມາດຍາດ ເອົາໄຊຊະນະ ແລະ ຍຶດອໍານາດ ການປົກຄອງໃນທົ່ວປະເທດແບບ “ບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ” ໄຊຊະນະ ດັ່ງກ່າວແມ່ນໝາກຜົນແຫ່ງການ ຕໍ່ສູ້ຍືດເຍື້ອຍາວນານຂອງປະຊາຊົນລາວບັນດາເຜົ່າ, ແມ່ນໄຊຊະນະຂອງແນວທາງການປະຕິວັດ ອັນຖືກຕ້ອງ ແລະ ການນໍາພາທີ່ ສະຫຼາດສ່ອງໃສຂອງພັກ ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກໍາຕົວຈິງຂອງການປະຕິວັດລາວ ຢ່າງປະດິດສ້າງ, ແມ່ນໄຊຊະນະຂອງກໍາລັງແຮງແຫ່ງ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວຂອງ ກອງທັບ ແລະ ປະຊາຊົນບັນດາເຜົ່າ, ຄວາມສາມັກຄີຮ່ວມສໍາພັນສູ້ຮົບ ລະຫວ່າງ ປະຊາຊົນລາວ, ປະຊາຊົນຫວຽດນາມ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ຄຽງບ່າຄຽງໄຫຼ່ ຕ້ານສັດຕູໂຕດຽວກັນ, ຕະຫຼອດໄລຍະການປະຕິວັດປົດ ປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ໂດຍ:ສົມພອນ ດວງສີລາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ