ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງຮ້ອຍ 25 ທະຫານແຂວງຫຼວງນໍ້າທາ ຈັດຕັ້ງປະຕິບັດຍີງເປົ້າໝາຍດ້ວຍລຸກປືນແທ້
ເວລາອອກຂ່າວ: 2021-09-29 10:06:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 956 | ຄວາມນິຍົມ:



ໃນວັນທີ 27 ກັນຍາ 2021 ນີ້, ຢູ່ທີ່ສະໜາມຍິງປືນ ຂອງກອງບັນຊາການທະຫານແຂວງຫຼວງນໍ້າທາ ກອງຮ້ອຍ 25 ທະຫານແຂວງ ໄດ້ຈັດຕັ້ງຊ້ອມຮົບປະສານສຽງແຕກ ແລະ ຍີງເປົ້າໝາຍດ້ວຍລຸກປືນແທ້, ໂດຍການເຂົ້າຮ່ວມຮັບຊົມຂອງສະຫາຍ ພັນໂທ ຈັນທີ ໄຊຍະພອນ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງ ມີພະແນກການກ່ຽວຂ້ອງ, ຄະນະຮັບຜິດຊອບ ຄູ-ອາຈານ ຕະຫຼອດຮອດພະນັກງານ-ນັກຮົບ ກົມກອງດັ່ງກ່າວເຂົ້າຮ່ວມ. ໃນພິທີຄະນະຮັບຜິດຊອບພາກສະໜາມ ກໍ່ໄດ້ຜ່ານແຜນການຈັດຕັ້ງປະຕິບັດຫັດແອບຕົວຈິງ ພາຍຫຼັງທີ່ໄດ້ສໍາເລັດການອົມຮົມຮໍ່າຮຽນທາງດ້ານທິດສະດີຫຼັກການຜ່ານມາ ຈຶ່ງໄດ້ປະຕິບັດຍິງເປົ້າໝາຍດ້ວຍລູກປືນແທ້, ຜ່ານການປະຕິບັດຍິງລູກປືນແທ້ຕົວຈິງ ເຫັນວ່າແຕ່ລະສະຫາຍສາມາດກໍາໄດ້ໃນຈັງຫວະຕ່າງໆ ແລະ ນັກຍິງໄດ້ດັບສູນເປົ້າໝາຍ ກວມເອົາອັດຕາສ່ວນຫຼາຍ, ໃນການຫັດແອບຄັ້ງນີ້ ກໍເພື່ອອົບຮົມໃຫ້ພະນັກງານ-ນັກຮົບ ກໍາໄດ້ທາງດ້ານທິດສະດີ, ຫຼັກການຈັດຕັ້ງກຽມພ້ອມສູ້ຮົບ, ໝູນໃຊ້ຄວາມຮູ້, ຄວາມສາມາດ ແລະ ບົດຮຽນທີ່ໄດ້ຮຽນຜ່ານມາເຂົ້າໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ໄດ້ຮັບຜົນດີ, ຮູ້ໝູນໃຊ້ຍຸດທະວິທີເຂົ້າໃນການເຄື່ອນໄຫວສູ້ຮົບ ກັບເງື່ອນໄຂສະພາບພູມີປະເທດຕົວຈິງ, ການດັບສູນໄດ້ເປົ້າໝາຍຕາມລໍາດັບບາດກ້າວຂອງການຊ້ອມຮົບ ຜ່ານການອົບຮົມຫັດແອບໄດ້ສຳເລັດຕາມແຜນການ ແລະ ມີຄວາມປອດໄພ 100%. ໂດຍ: ສົມສະນຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ