ພິທີມອບ-ຮັບ ເງິນຊ່ວຍເຫຼືອຈາກ ບໍລິສັດຜາແດງ ອີນດັສຕຣີ ປະເທດລາວ ຈໍາກັດ ໃຫ້ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2021-09-29 15:29:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2128 | ຄວາມນິຍົມ: ![]()
ໃນວັນທີ 29 ກັນຍາ 2021 ນີ້, ຢູ່ກະຊວງປ້ອງກັນປະເທດໄດ້ຈັດທິພີມອບ-ຮັບ ເງິນຊ່ວຍເຫຼືອຈາກ ບໍລິສັດຜາແດງ ອີນດັສຕຣີ ປະເທດລາວ ຈໍາກັດ ມູນຄ່າ 600.000.000 ກີບ ເພື່ອປະກອບສ່ວນເຂົ້າໃນວຽກງານສະກັດກັ້ນ ແລະ ປ້ອງກັນພະຍາດ ໂຄວິດ-19 ໃຫ້ກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ ໂມດ ເອນິ ບິນ ອັບຕັ້ນ ເອກກອັກຄະລັກຖະທູດມາເລເຊຍ ໂດຍການກ່າວມອບຂອງ ທ່ານ ຕິ່ງໂດໂກ້ ປະທານບໍລິສັດຜາແດງ ອີນດັສຕຣີ ປະເທດລາວ ຈໍາກັດ ແລະ ກ່າວຮັບໂດຍ ທ່ານພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມນີ້ກໍ່ກ່າວໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ບັນດາບໍລິສັດ ທີ່ໄດ້ປະກອບສ່ວນທຶນຮອນ ຕາມຄວາມສາມາດຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ, ຊຶ່ງການປະກອບສ່ວນດັ່ງກ່າວ ໄດ້ສະແດງເຖິງຄວາມເສຍສະຫຼະ, ຄວາມເປັນຫ່ວງເປັນໃຍ, ຄວາມສາມັກຄີ ແລະ ກາຍເປັນກຳລັງແຮງ-ກຳລັງໃຈອັນໃຫຍ່ຫຼວງ ໃຫ້ພັກ-ລັດ ແລະ ປວງຊົນລາວທັງຊາດ ໂດຍສະເພາະ ພະນັກງານແພດໝໍ ແລະ ເຈົ້າໜ້າທີ່ ທີ່ພວມປະຕິບັດໜ້າທີ່ ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19, ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະນໍາໃຊ້ເງິນດັ່ງກ່າວ ໃຫ້ຖືກກັບຈຸດປະສົງ-ເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ.
ໂດຍ: ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















