ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນ ປກສ ຊັ້ນກາງເລກ I ອວຍພອນຄະນະຊາວໜຸ່ມທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2018-11-13 22:36:08 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 290 | ຄວາມນິຍົມ:



ໃນວັນທີ 5 ພະຈິກ 2018 ນີ້, ຄະນະຊາວໜຸ່ມໂຮງຮຽນ ປກສ ຊັ້ນກາງເລກ I ເຊິ່ງນໍາໂດຍ ພັນໂທ ສີທອງ ແພງຈັນທີ ຄະ ນະພັກຮາກຖານ ຮອງອໍານວຍ ການໂຮງຮຽນ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າ ອວຍພອນຄະນະຊາວໜຸ່ມກອງ ບັນຊາການທະຫານແຂວງຫຼວງ ພະບາງ ໂດຍໄດ້ຮັບການຕ້ອນ ຮັບອັນອົບອຸ່ນຈາກ ພັນໂທ ວິ ກອນ ແກ້ວຕັນລາ ຮອງຫົວໜ້າ ຫ້ອງການເມືອງກອງບັນຊາ ການທະຫານແຂວງ ພ້ອມດ້ວຍ ຄະນະ. ໃນໂອກາດນີ້ ພັນໂທ ສີທອງ ແພງຈັນທີ ໄດ້ ກ່າວວ່າ: ການພົບປະຢ້ຽມຢາມ ແລະ ອວຍພອນໃນຄັ້ງນີ້ແມ່ນ ເນື່ອງໃນໂອກາດ ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີທີ່ຈະໝູນວຽນມາບັນຈົບ ຄົບຮອບໃນມໍ່ໆນີ້ ເຊິ່ງຢູ່ໃນທ່າມ ກາງບັນຍາກາດທີ່ທົ່ວພັກ, ທົ່ວ ກໍາລັງປະກອບອາວຸດ ແລະ ທົ່ວ ປວງຊົນລາວທັງຊາດ ພ້ອມ ອອກແຮງເຄື່ອນໄຫວສ້າງຜົນ ງານໄວ້ຂໍ່ານັບຮັບຕ້ອນວັນປະ ຫວັດສາດທີ່ສໍາຄັນຂອງຊາດ, ຂອງພັກ ໂດຍສະເພາະແມ່ນວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ຈະມາເຖິງ ໃຫ້ມີບັນຍາກາດຟົດຟື້ນກວ້າງ ຂວາງ ແລະ ມີເນື້ອໃນຄວາມ ໝາຍທີ່ສໍາຄັນ. ທັງນີ້ຍັງເປັນ ການສືບທອດມູນເຊື້ອແຫ່ງ ຄວາມສາມັກຄີຮັກແພງ, ການ ພົວພັນຮ່ວມມື, ແລກປ່ຽນບົດ ຮຽນຮອບດ້ານ ແລະ ສະໜັບສະ ໜູນຊ່ວຍເຫຼຶອເຊິ່ງກັນ ແລະ ກັນ ລະຫວ່າງສອງກໍາລັງ ໂດຍສະ ເພາະແມ່ນສອງອົງການຈັດຕັ້ງ ມະຫາຊົນຊາວໜຸ່ມ-ແມ່ຍິງ ໂຮງ ຮຽນ ປກສ ຊັ້ນກາງເລກ I ຄະນະ ຊາວໜຸ່ມກອງບັນຊາການທະ ຫານແຂວງຫຼວງພະບາງ ທີ່ເຄີຍ ຈັດຕັ້ງປະຕິບັດຕະຫຼອດໄລຍະ ຊຸມປີຜ່ານມາໃຫ້ນັບມື້ິເຕີບໃຫຍ່ ຍິ່ງໆຂຶ້ນ. ໂອກາດນີ້, ທາງເຈົ້າພາບກໍ ໄດ້ສະແດງຄວາມຂອບໃຈທີ່ ຍາມໃດຄະນະຊາວໜຸ່ມໂຮງ ຮຽນ ປກສ ຊັ້ນກາງເລກ I ກໍໄດ້ ໃຫ້ຄວາມເປັນຫ່ວງເປັນໃຍແລະ ເຫັນໄດ້ຄວາມໝາຍສໍາຄັນຂອງ ກໍາລັງປ້ອງກັນຊາດຂອງພວກ ເຮົາມາໂດຍຕະຫຼອດ. ຈາກນັ້ນ ທັງສອງຝ່າຍຍັງໄດ້ເຂົ້າຮ່ວມ ກິດຈະກໍາພົບປະສ້າງສັນແຂ່ງ ກີລາຕີບານສົ່ງ ແລະ ກີລາເປຕັງ ດ້ວຍບັນຍາກາດເບີກບານມ່ວນ ຊື່ນຕື່ມອີກ. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ