ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ກວດພົບຜູ້ຕິດເຊື້ອໃນຊຸມຊົນ 335 ຄົນ,ເສຍຊິວິດເພີ່ມ 1 ຄົນ.
ເວລາອອກຂ່າວ: 2021-09-30 12:46:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6036 | ຄວາມນິຍົມ:



ອີງຕາມບົດຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດ COVID-19 ປະຈຳວັນພະຫັດ ວັນທີ 30 ກັນຍາ 2021 ທີ່ສະເໜີໂດຍ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກໃຫ້ຮູ້ວ່າ:ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 29 ກັນຍາ 2021: ໄດ້ກວດວິເຄາະທັງໝົດ 6,337 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 358 ຄົນ ຊຶ່ງແຍກເປັນ ກໍລະນີນໍາເຂົ້າ ມີ 23 ຄົນ ແລະ ຕິດເຊື້ອໃນຊຸມຊົນ ມີ 335 ຄົນ.ລາຍລະອຽດ ດັ່ງຕໍ່ໄປນີ້: ນະຄອນຫຼວງ 128 ຄົນ :ເມືອງນາຊາຍທອງ 9 ຄົນ ຈຸດບຶງຂະຫຍອງ 35 ຄົນ ເມືອງຫາດຊາຍຟອງ 5 ຄົນ ເມືອງໄຊເສດຖາ 1 ຄົນ (ບ້ານໂນນຫວາຍ ແລະ ສົມສະຫງ່າ) ເມືອງຈັນທະບູລີ 1 ຄົນ, ບ້ານສີຫອມ ເມືອງສີໂຄດຕະບອງ 18 ຄົນ ໂຮງໝໍ 103 ພົບ 10 ຄົນ ຈຸດເກັບຕົວຢ່າງສີເກີດ 19 ຄົນ ໂຮງໝໍມິດຕະພາບ 7 ຄົນ ຕະຫຼາດໜອງຈັນ 13 ຄົນ ,ແຂວງ ສະຫວັນນະເຂດ 35 ຄົນ ວັດບ້ານໂພໄຊ, ນະຄອນໄກສອນ ມີ 24 ກໍລະນີ, ທັງໝົດເປັນຄູບາ ແລະ ເນນ ຊື່ງພົວພັນໃກ້ຊິດກັບກໍລະນີ ຕິດເຊື້ອລາຍງານໃນວັນທີ 27 ກັນຍາ 2021. ວັດດັ່ງກ່າວ ມີພະສົງທັງໜົດ 64 ອົງ, ຮອດປະຈຸບັນນີ້ ມີຄູບາໃນວັດດັ່ງກ່າວຕິດເຊື້ອທັງໝົດ 32 ກໍລະນີ,ນະຄອນໄກສອນ ມີ 08 ກໍລະນີ,ບ້ານສະພານໃຕ້ ມີ 07 ກໍລະນີ ,ບ້ານໂນນສະຫວາດ ມີ 01 ກໍລະນີ,ຄ້າຍທະຫານຢູ່ເຂດບ້ານຈະເລີນສຸກ 3 ຄົນ, ເມືອງອຸທຸມພອນ ,ບ້ານໂນນຍາງ ເມືອງອຸທຸມພອນ ມີ 01 ກໍລະນີ (ເປັນເພດຍິງ, ອາຍຸ 28 ປີ, ອາຊີບ: ພະນັກງານບໍລິສັດນິກຄອນ) ,ແຂວງຈຳປາສັກ 20 ຄົນ ເມືອງ ບາຈຽງ 7 ຄົນ (ກຸ່ມສຳຜັດຈຸ້ມສວນຢາງ 6 ຄົນ, ບໍລິສັດຂົນສົ່ງ 1 ຄົນ),ນະຄອນປາກເຊ 12 ຄົນ ຈາກ 7 ບ້ານ (ເປັນກຸ່ມສຳຜັດ) ໃນນັ້ນມີທະຫານຍາມສູນ 1 ຄົນ, ທະຫານທ້ອງຖີ່ນ 1 ຄົນ ,ເມືອງປະທຸມພອນ 1 ຄົນ ,ແຂວງ ຄຳມ່ວນ 11 ຄົນ ໃນນັ້ນ ມີແພດ 6 ຄົນ, ທະຫານ 1 ຄົນ ຊື່ງມາຈາກ ເມືອງ ທ່າແຂກ 10 ຄົນ ແລະ ເມືອງ ໜອງບົກ 1 ຄົນ. ,ແຂວງຫຼວງພະບາງ 69 ຄົນ ເມືອງງອຍ ມີ 43 ກໍລະນີ (ບ້ານໜອງຂຽວ ມີ 28 ຄົນ, ບ້ານປາກບາກ ມີ 06 ຄົນ, ບ້ານຜາທອກ ມີ 04ຄົນ, ບ້ານສົບຮຸນ 03 ຄົນ), ມີ 02 ກໍລະນີ ຈາກບ້ານມົກລັກ ແລະ ບ້ານໜອງເບ້ຍ ມີບ້ານລະ 01 ກໍລະນີ ເມືອງນໍ້າບາກ ມີ 24 ຄົນ (ບ້ານນະຄອນ ມີ 23 ຄົນ; ບ້ານທ່າລີ່ ມີ 01 ກໍລະນີ) ນະຄອນຫລວງພະບາງ ມີ 03 ກໍລະນີ (ບ້ານໂພນສະອາດ, ບ້ານຂົວທີ່ 01 ແລະ ບ້ານນາຊາງ ມີບ້ານ ລະ 01 ກໍລະນີ) ເມືອງນານ ມີ 01 ກໍລະນີ (ບ້ານໂພນໄຊ),ແຂວງວຽງຈັນ 24 ຄົນ ເມືອງໂພນໂຮງ ມີ 11 ກໍລະນີ (ທັງໝົດແມ່ນມີປະຫວັດສໍາຜັດໃກ້ຊິດກັບຄົນເຊື້ອທີ່ໄປຮ່ວງານເຮືອນດີຢູ່ບ້ານໂພນຫໍ) ມີ 06 ກໍລະນີ ຈາກບ້ານນາຊູ ແລະ ບ້ານໂພນງາມ ມີບ້ານລະ 03 ກໍລະນີ ບ້ານໂພນໂຮງ ມີ 02 ກໍລະນີ ບ້ານນາໂພເໜຶອ, ບ້ານໂພນຫໍ ແລະ ບ້ານໂພນແກ້ວ ມີບ້ານລະ 01 ກໍລະນີ ເມືອງວຽງຄໍາ ມີ 03 ກໍລະນີ (ບ້ານໂພນໝີເໜຶອ ມີ 03 ກໍລະນີ ແລະ ທັງໜົດແມ່ນມີປະຫວັດສໍາຜັດໃກ້ຊິດກັບຄົນເຊື້ອທີ່ໄປຮ່ວງານເຮືອນດີຢູ່ບ້ານໂພນໝີ). ເມືອງວັງວຽງ ມີ 03 ກໍລະນີ (ບ້ານນໍ້າພ້າວ ມີ 02 ກໍລະນີ ແລະ ບ້ານວຽງແກ້ວ ມີ 01 ກໍລະນີ) ຊື່ງໄດ້ສໍາຜັດໃກ້ຊິດກັບຄົນເຈັບຕິດເຊື້ອຢູ່ບ້ານໂພນຊູ ເມືອງທຸລະຄົນ ມີ 01 ກໍລະນີ (ບ້ານໂພນແຮ່) ຊື່ງໄດ້ສໍາຜັດໃກ້ຊິດກັບຄົນເຈັບຕິດເຊື້ອ (ເປັນສາມີ) ຊື່ງຂາຍຄໍາຢູ່ທ່າງ່ອນ, ເມືອງໄຊທານີ, ນະຄອນຫລວງວຽງຈັນ (ໄປ-ກັບ ລະຫວ່າງແຂວງວຽງຈັນ-ນະຄອນຫລວງ),ແຂວງບໍ່ແກ້ວ 14 ຄົນ ໃນນັ້ນ 08 ຄົນ ຈາກບ້ານພຽງງາມ ແລະ 06 ຄົນ ຈາກ ເຂດເສຖະກິດພິເສດ,ແຂວງບໍລິຄໍາໄຊ 15 ຄົນ ເມືອງປາກກະດິງ ມີ 13 ກໍລະນີ; ບ້ານໂພນສີ ມີ 13 ກໍລະນີ ທັງໜົດອາຊີບເປັນກໍາມະກອນ (ເປັນຄົນລາວ 10 ກໍລະນີ ແລະ ຄົນຈີນ ມີ 03 ກໍລະນີ) ເມືອງປາກຊັນ ມີ 01 ກໍລະນີ; ເພດດຍິງ, ອາຍຸ 53 ປີ, ອາຊີບ: ຄ້າຂາຍ, ບ້ານສີມຸງຄຸນ ,ແຂວງໄຊສົມບູນ 16 ຄົນ ເມືອງທ່າໂທມ ມີ 06 ກໍລະນີ (ບ້ານຊຽງຄົງ) ເມືອງລ້ອງຊານ ມີ 10 ກໍລະນີ ບ້ານພູປ່າມັນ ມີ 04 ກໍລະນີ ບ້ານຄອນມົດ ມີ 02 ກໍລະນີ ມີ 04 ກໍລະນີ ຈາກບ້ານໂພນເລົາ, ບ້ານນໍ້າຄຸ້ຍ, ບ້ານຖໍ້າດິນ ແລະ ບ້ານທ່າເຮືອ ມີບ້ານລະ 04 ກໍລະນີ.ທັງໝົດ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານຖໍ້າດິນ ທີ່ມາງານເຮືອນດີ ແລະ ໄດ້ລາຍງານໃນວັນທີ 25 ກັນຍາ 2021,ແຂວງອັດຕະປຶ 3 ຄົນ ປັດຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້. ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 23,846 ຄົນ ເສຍຊີວິດສະສົມ 18 ຄົນ (ໃໝ່ 1 ຄົນ): ເພດຊາຍ, ອາຍຸ 75 ປີ, ບ້ານແກ້ງຢາງ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ ປັດຈຸບັນ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,441 ຄົນ ແລະ ຫາຍດີອອກໂຮງໝໍໃນມື້ວານນີ້ ມີ 296 ຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ