ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ທີ່ປືກສາປ້ອງກັນຊາດລາວເຂົ້າອວຍພອນຫົວໜ້າກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດຫວຽດນາມ.
ເວລາອອກຂ່າວ: 2021-09-30 16:49:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2816 | ຄວາມນິຍົມ:



ວັນທີ່ 29 ກັນຍາ 2021, ສະຫາຍ ພັນເອກ ວົງໄຊ ອິນທະຄຳ ທີ່ປຶກສາປ້ອງກັນຊາດ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍພະນັກງານຫ້ອງການທີ່ປຶກສາປ້ອງກັນຊາດ ໄດ້ເຂົ້າອວຍພອນ ສະຫາຍ ພັນເອກພິເສດ ຫວູ້ ແທ່ງວັນ, ທີ່ຫ້ອງຮັບແຂກຂອງກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ, ເນື່ອງໃນໂອກາດທີ່ ສະຫາຍ ພັນເອກພິເສດ ຫວູ້ ແທ່ງວັນ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດຫວຽດນາມ. ໂອກາດນີ້, ສະຫາຍ ພັນເອກ ວົງໄຊ ອິນທະຄຳ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີທີ່ສະຫາຍ ພັນເອກພິເສດ ຫວູ້ ແທ່ງວັນ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າກົມພົວພັນຕ່າງປະເທດ, ນີ້ເປັນການສະແດງໃຫ້ເຫັນຄວາມເຊື່ອໝັ້ນ ແລະ ໄວ້ເນື້ອເຊື່ອໃຈຈາກກະຊວງປ້ອງກັນປະເທດຫວຽດນາມ ຕໍ່ຜົນງານ ແລະ ປະສົບການຂອງສະຫາຍ, ເຊື່ອໝັ້ນວ່າສະຫາຍຈະສືບຕໍ່ຜັນຂະຫຍາຍການພົວພັນຮ່ວມມືໃນຂົງເຂດປ້ອງກັນຊາດຫຼາຍຝ່າຍ ແລະ ສອງຝ່າຍນັບມື້ນັບຂະຫຍາຍຕົວໃນເວທີສາກົນ ແລະ ພາກພື້ນ, ພິເສດແມ່ນການພົວພັນຮ່ວມມືລະຫວ່າງສອງກອງທັບ ລາວ - ຫວຽດນາມ,ຫວຽດນາມ-ລາວ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ມີປະສິດທິພາບ ແລະ ມີປະສິດທິຜົນ ບົນຈິດໃຈສາຍພົວພັນມິດຕະພາບ ຄວາມສາມັກຄີອັນເປັນພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັດ-ລັດແລະສອງກອງທັບ ລາວ-ຫວຽດນາມ, ເຊີ່ງຄະນະຫ້ອງການທີ່ປຶກສາທູດປ້ອງກັນຊາດລາວປະຈໍາທີ່ຮ່າໂນ້ຍ ພ້ອມທີ່ຈະເຮັດທຸກສິ່ງທຸກຢ່າງໃນການເສີມສ້າງ, ຊຸກຍູ້ ແລະ ເປັນຂົວຕໍ່ໃນການເປັນເສນາທິການພົວພັນຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ໃຫ້ນັບມື້ຂະຫຍາຍຕົວ ແລະ ກ້າວເຂົ້າສູ່ລວງເລິກ. ພ້ອມນັ້ນ,ສະຫາຍ ພັນເອກພິເສດ ຫວູ້ ແທ່ງວັນ ໄດ້ສະແດງຄວາມຂອບໃຈ ແລະ ດີໃຈທີ່ໄດ້ຕ້ອນຮັບການເຂົ້າອວຍພອນ ໃນຄັ້ງນີ້, ການໄດ້ຮັບແຕ່ງຕັ້ງຖືວ່າເປັນກຽດອັນສູງສົ່ງ ແລະ ກໍ່ເປັນສິ່ງທີ່ທ້າທ້າຍອັນໜຶ່ງໃນການສືບຕໍ່ປະຕິບັດດ້ານນະໂຍບາຍການຕ່າງປະເທດປ້ອງກັນຊາດຂອງຫວຽດນາມ ໃນສະພາບເງື່ອນໄຂໃໝ່ ກໍ່ຄືສະພາບຂອງໂລກ ແລະ ພາກພື້ນມີການຜັນແປຕະຫຼອດ, ພ້ອມທີ່ຈະເພິ່ມທະວີ ແລະ ຫັດແໜ້ນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ