ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງເສນາທິການ ກອງພົນທີ 2 ສະຫຼຸບຕີລາຄາການນຳພາຂອງຄະນະພັກຮາກຖານ ປະຈຳໄຕມາດ II-III
ເວລາອອກຂ່າວ: 2021-10-05 11:36:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 590 | ຄວາມນິຍົມ:



ວັນທີ 1 ຕຸລາ 2021 ນີ້, ຫ້ອງເສນາທິການ ກອງພົນທີ 2 ໄດ້ຈັດຕັ້ງກອງປະຊຸມສະຫຼຸບຕີລາຄາການນຳພາຂອງຄະນະພັກຮາກຖານ ປະຈຳໄຕມາດ II - III ແລະ ຜ່ານທິດທາງແຜນການ ປະຈໍາໄຕມາດ IV ໂດຍການເປັນປະທານຂອງສະຫາຍ ພັນໂທ ສອນເພັດ ຈັນສົມ ຄະນະພັກກອງພົນ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງເສນາທິການກອງພົນທີ 2 ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກສົມບູນ ແລະ ສຳຮອງເຂົ້່າຮ່ວມ. ໃນກອງປະຊຸມ ສະຫາຍ ພັນໂທ ເຂັມເພັດ ສັກສີໃຈ ຄະນະພັກຮາກຖານຫ້ອງເສນາທິການ ໄດ້ຂື້ນຜ່ານບົດສະຫຼຸບຕີລາຄາການນໍາພາຂອງຄະນະພັກນຮາກຖານໃນໄລຍະ 6 ເດື່ອນຜ່ານມາ ເຊິ່ງຄະນະພັກຮາກຖານຫ້ອງເສນາທິການ ໄດ້ຊີ້ນຳ ມອບໝາຍໜ້າທີ່ໃຫ້ແຕ່ລະໜ່ວຍພັກ,ແຕ່ລະພະແນກການຊີ້ນຳບັນດາກົມກອງເຫຼົ່າຮົບ ເຄື່ອນໄຫວຕິດຕາມກໍາແໜ້ນສະພາບການຕ່າງໆ ພົວພັນປະສານສົມທົບແໜ້ນກັບອຳນາດການປົກຄອງທ້ອງຖີ່ນ ເພື່ອແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂື້ນໃຫ້ທ່ວງທັນກັບສະພາບການ ແລະ ສະກັດກັ້ນການແຜ່ລະບາດຂອງພະ ຍາດໂຄວິດ 19 ຕາມຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ໄດ້ຊີ້ນຳພະແນກສູ້ຮົບສ້າງແຜນການ ລົງກວດກາລະບົບປະຈໍາການກຽມພ້ອມສູ້ຮົບຢູ່ບັນດາອົງການ ແລະ ກົມກອງ ພ້ອມທັງໄດ້ສ້າງແຜນການຊ່ວຍໜູນ ແລະ ກອບກູ້ໄພພິບັດທາງທໍາມະຊາດທີ່ເກີດຂື້ນໃຫ້ທັນເວລາ ແລະ ສ້າງແຜນການເຄື່ອນໄຫວຊຸກຍູ້ ກວດກາວຽກງານອົບຮົມຫັດແອບ ປະຈໍາໄມາດ ຢູ່ອົງການ ກົມກອງ ແລະ ສະຫຼຸບຕີລາຄາປະເມີນຜົນລາຍງານໃຫ້ຂັ້ນເທິງເປັນປະຈຳ. ຄຽງຄູກັນນັ້ນ, ຍັງໄດ້ຖືສໍາຄັນຕໍ່ວຽກງານກໍ່ສ້າງພັກ-ພະນັກງານທັງ 3 ດ້ານ,ດ້ານການເມືອງ,ແນວຄິດ ແລະ ການຈັດຕັ້ງ ຖືເອົາຄຸນນະພາບເປັນກົກ ບົນພື້ນຖານປະຕິບັດຕາມແນວທາງຂອງພັກ ຢືດໜັ້ນແບບແຜນວິທີເຮັດວຽກນໍາພາເປັນໝູ່ຄະນະ ຕິດພັນກັບວຽກງານຕົວຈີງ. ປັດຈຸບັນທົ່ວຫ້ອງເສນທິການ ມີຈໍານວນສະມະຊິກພັກທັງໝົດ 100 ກວ່າສະຫາຍ,ຍີງ 11 ສະຫາຍ, ສົມບູນ 102 ສະຫາຍ,ສໍາຮອງ 5 ສະຫາຍ, ສະມາຊິກແຂງ 104 ສະຫາຍ, ກາງ 3 ສະຫາຍ, ນອກນັ້ນຍັງໄດ້ສຸມໃສ່ຍູ້ແຮງຂະບວນການປູກຝັງ-ລ້ຽງສັດໃຫ້ເປັນສິນຄ້າ ເຂົ້າໃນການປັບປຸງແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບພາຍໃນກົມກອງໃຫ້ດີຂື້ນ. ຈາກນັ້ນບັນສະດາສະຫາຍ ຄະນະພັກ ແລະ ສະມະຊິກພັກ ກໍໄດ້ປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການໃຫ້ມີເນື້ອໃນຄົບຖ້ວນ ເພື່ອພ້ອມກັນສືບຕໍ່ແກ້ໄຂ ແລະ ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ບັນລຸໄດ້ຕາມລະດັບຄາດໝາຍທີ່ວ່າງໄວ້. ໃນຕອນທ້າຍກອງປະຊຸມ ສະຫາຍ ຫົວໜ້າຫ້ອງເສນາທິການກອງພົນທີ 2 ໄດ້ເນັ້ນໜັກໃຫ້ບັນດາສະຫາຍໃນຄະນະພັກຮາກຖານ ແລະ ໜ່ວຍພັກ ຈົ່ງພ້ອມກັນເອົາໃຈໃສ່ ຍົກສູງຄວາມຮັບຜິດຊອບ ເປັນເຈົ້າການໃນການປະຕິບັດໃນການຊີ້ນໍາ-ນໍາພາວຽກງານໃນຂົງເຂດຄວາມຮັບຜິດຊອບຂອງຕົນໃຫ້ເປັນຢ່າງດີ ກໍາແໜ້ນຫຼັກການນໍາພາຂອງພັກ ລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ຮັກສາຄວາມສາມັກຄີເປັນປືກແຜ່ນແໜ້ນໜາໃນໝູ່ຄະນະ ແລະ ສູ້ຊົນເຮັດສຳເລັດໜ້າທີ່ ທີ່ການຈັດຂັ້ນເທິງມອບໝາຍໃຫ້ ພ້ອມກັນປັບປຸງກໍ່ສ້າງພັກໃຫ້ມີຄວາມ ປອດໃສ ເຂັ້ມແຂງ ໜັກແໜ້ນຂື້ນ ເລື້ອຍໆ. ໂດຍ ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ