ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 1 ຈັດຕັ້ງສັກວັກຊີນໃຫ້ນາຍ ແລະ ພົນທະຫານເພື່ອຕ້ານໂຄວິດ ຊຸດທີ 2
ເວລາອອກຂ່າວ: 2021-10-09 11:54:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1093 | ຄວາມນິຍົມ:



ໃນລະຫວ່າງວັນທີ 5-7 ຕຸລາ 2021 ນີ້, ກອງພົນທີ 1 ໄດ້ຈັດຕັ້ງສັກວັກຊີນປ້ອງກັນເຊື້ອພະຍາດໂຄວິດ-19, ໂດຍແມ່ນຄະນະໜ່ວຍສະເພາະກິດຕ້ານ ແລະ ສະກັດກັ້ນ ໂຄວິດ-19 ຂອງໂຮງໝໍ 108 ທີ່ຂຶື້ນກັບກອງພົນທີ 1 ເຊິ່ງນຳພາໂດຍ ສະຫາຍ ຮ້ອຍເອກ ຂາວພອນ ຄຳທິບ ຊ່ວຍວຽກພະແນກເສນາຮັກກອງພົນ ພ້ອມດ້ວຍທີມງານແພດໝໍ. ປັດຈຸບັນປະເທດເຮົາກໍາລັງປະເຊີນໜ້າກັບພະຍາດໂຄວິດ-19 ເຊີ່ງມັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ການດຳລົງຊີວິດຂອງມວນມະນຸດທຸກຄົນໃນທົ່ວໂລກ, ດັ່ງນັ້ນ ພວກເຮົາ ຕ້ອງໄດ້ພ້ອມກັນເປັນເຈົ້າການໃນການຕ້ານ ແລະ ສະກັດກັ້ນເພື່ອປ້ອງກັນບໍ່ໃຫ້ເຊື້ອພະຍາດແຜ່ລາມອອກສູ່ວົງກ້ວາງ ໂດຍສະເພາະຂອບເຂດກອງພົນຕັ້ງທັບ ເຫັນວ່າຍັງມີການແຜ່ລາມໃນແຕ່ລະວັນ ສະນັ້ນຄະນະພັກ, ຄະນະບັນຊາກອງພົນ ຈື່ງໄດ້ໄດ້ອອກແຈ້ງການ, ຂໍ້ກຳນົດ, ກົດລະບຽບຕ່າງໆ ກໍເພື່ອປາສະຈາກພະຍາດແຜ່ລາມໃນປະຈຸບັນ. ການສັກວັກຊີນໃຫ້ບັນດາ ນາຍ ແລະ ພົນທະຫານ ທົ່ວກອງພົນທີ 1 ຄັ້ງນີ້, ກໍເພື່ອໃຫ້ຮ່າງກາຍມີພູມຕ້ານທານທີ່ດີ, ສຸຂະພາບແຂງແຮງ, ຕອບສະໜອງໃນການຕ້ານພະຍາດທີ່ກຳລັງແຜ່ລະບາດຢູ່ທົ່ວໂລກໃນປະຈຸບັນ, ໃນໄລຍະຜ່ານມາເຫັນໄດ້ວ່າ ກອງພົນໄດ້ເອົາໃຈໃສ່ຊີ້ນຳບັນດາແຕ່ລະຫົວໜ່ວຍກົມກອງ ກ່ຽວກັບການເພີ່ມທະວີມາດຕະການປ້ອງກັນ ແລະ ສະກັດກັ້ນໃນການແຜ່ລະບາດຂອງເຊື້ພະຍາດໂຄວິດ-19 ຢ່າງເຂັ້ມງວດ, ໂດຍສືບຕໍ່ປະຕິບັດຕາມຄຳສັ່ງເລກທີ 15/ນຍ ແລະ ທິດທາງໃນການປ້ອງກັນຂອງກະຊວງສາທາລະນະສຸກວາງອອກຢ່າງໜັກແໜ້ນ, ແຕ່ລະກົມກອງໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດມາດຕະການຢ່າງເຂັ້ມງວດໂດຍສະເພາະແມ່ນການເຂົ້າ-ອອກ ມີການຈັດຕັ້ງມອບໝາຍໃຫ້ໜ່ວຍງານແພດ-ໝໍ, ປະຈຳການກົມກອງໃຫ້ມີການຜັດປ່ຽນໃນການລົງກວດກາແຕ່ລະກົມກອງ ພ້ອມທັງວັດແທກອຸນຫະພູມ, ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ໃຊ້ເຈວລ້າງມື ແລະ ທຳຄວາມສະອາດເປັນປະຈຳ. ໃນການສັກວັກຊີນໃຫ້ພະນັກງານ-ນັກຮົບທົ່ວກອງພົນໃນຄັ້ງນີ້, ແມ່ນສັກເຂັມທີ 2, ຊຸດທີ 2 ແລະ ວັກຊີນທີ່ນຳມາສັກແມ່ນ ແອດສຕຣາເຊເນກາ (AstraZeneca). + ໂດຍ: ຕິກ ມູນຄໍາເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ