ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ, ໜ່ວຍພັກຫ້ອງເສນາທິການທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2021-10-09 11:55:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1711 | ຄວາມນິຍົມ:



ພິທີປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ, ໜ່ວຍພັກຫ້ອງເສນາທິການທະຫານແຂວງຫຼວງພະບາງ ໄດ້ຈັດຂື້ນໃນວັນທີ 7 ຕຸລາ 2021 ນີ້, ທີ່ສະໂມສອນຂອງກົມກອງ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ວິລ່ຽມ ວົງທິສານ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ, ສະຫາຍ ພັນໂທ ຄໍາສອນ ໂພທິວັນ ຮອງກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງເສນາທິການທະຫານແຂວງ, ມີຄະນະພັກ - ຄະນະບັນຊາ, ຫົວໜ້າພະແນກ, ຮອງພະແນກພາຍໃນຫ້ອງເສນາທິການເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ທອງຈັນ ທິລາກອນ ຮອງຫົວໜ້າພະແນກຈັດຕັ້ງພັກຫ້ອງການເມືອງທະຫານແຂວງ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະພັກກອງບັນຊາການທະຫານແຂວງຫຼວງພະບາງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ກໍາມະການຄະນະພັກຮາກຖານຫ້ອງເສນາທິການ, ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI , ໝວດທີ II ມາດຕາທີ 13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກແທນຕໍາແໜ່ງຫວ່າງ. ຕາມໜັງສືສະເໜີຂອງຄະນະພັກຮາກຖານຫ້ອງເສນາທິການ ເລກທີ 294 ຄະນະພັກຮາກຖານຫ້ອງເສນາທິການ ຄັ້ງວັນທີ 10 ສິງຫາ 2021 ແລະ ຕາມການແຕ່ງຕັ້ງສັບຊ້ອນໜ້າທີ່ໃໝ່ຂອງພະນັກງານນໍາພາ - ບັນຊາຂອງຫ້ອງເສນາທິການ ຄະນະພັກກອງບັນຊາການທະຫານແຂວງຫຼວງພະບາງ ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ຄໍາສອນ ໂພທິວັນ ເປັນເລຂາຄະນະພັກຮາກຖານ, ແຕ່ງຕັ້ງ ສະຫາຍ ພັນໂທ ຊຽງຕີ ສະວາບຸດ ເປັນກໍາມະການກວດກາຄະນະພັກຮາກຖານ, ສະຫາຍ ພັນໂທ ຄໍາຮ່ອນ ທອງແຊວກໍວິວັນ ເປັນຄະນະພັກຮາກຖານ, ແຕ່ງຕັ້ງສະຫາຍ ພັນຕີ ພອນວັນ ມີປະເສີດ ເປັນເລຂາໜ່ວຍພັກທີ 4 ຂອງຫ້ອງເສນາທິການແທນຕໍາແໜ່ງຫວ່າງ. ໃນໂອກາດດັ່ງກ່າວ ສະຫາຍຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຮຽກຮ້ອງ ແລະ ເນັ້ນໃຫ້ຄະນະພັກຮາກຖານທີ່ຖືກບົ່ງຕົວແຕ່ງຕັ້ງໃໝ່ນີ້ຈົ່ງສືບຕໍ່ສຶກສາອົບຮົມການເມືອງນໍາພາ - ແນວຄິດໃຫ້ພະນັກງານສະມາຊິກພັກ - ນັກຮົບໃຫ້ມີຄວາມຮັບຮູ້ເຊື່ອມຊຶມກໍາແໜ້ນແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ສືບຕໍ່ຊີ້ນໍາ - ນໍາພາເປັນແບບຢ່າງທີ່ດີຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ - ລັດ, ຄົ້ນຄ້ວາປັບປຸງຂອດບັນຫາທີ່ຍັງຄົງຄ້າງໃຫ້ໝົດໄປ, ມີການຄຸ້ມຄອງເສດຖະກິດລາຍຮັບ - ລາຍຈ່າຍຂອງກົມກອງ ແລະ ຕ້ອງມີປະຊາທິປະໄຕໂປ່ງໃສ, ເຊີດຊູຄຸນທາດການເມືອງຂອງຕົນໃຫ້ສູງຂື້ນ,ມີຄວາມເປັນເອກະພາບໃນໝູ່ຄະນະມອບໝາຍບຸກຄົນຮັບຜິດຊອບຢ່າງລະອຽດ, ໃນນີ້ຕ້ອງກໍາໄດ້ກົນອຸບາຍຫຼ່ຽມລາຍຂອງອິດທິກໍາລັງປໍລະປັກຈໍາແນກໄດ້ມິດ - ສັດຕູຢ່າງຈະແຈ້ງ, ຖືເອົາວຽກງານກໍ່ສ້າງພັກ - ພະນັກງານເປັນບັນຫາສໍາຄັນເອົາຄຸນນະພາບເປັນກົກ, ປັບປຸງກໍ່ສ້າງພັກ,ກໍ່ສ້າງຕົນເອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ປະຕິບັດຄໍາສັ່ງທີ່ວ່າ ບ່ອນໃດມີສະມາຊິກພັກຫຼາຍ, ບ່ອນນັ້ນມີຜົນສໍາເລັດ, ມີໄຊຊະນະຮອບດ້ານ, ຕັ້ງໜ້າແກ້ໄຂສະມາຊິກພັກອ່ອນ, ຄວາມຮູ້, ໜ້າທີ່ຕໍາແໜ່ງຕໍ່າຕ້ອງໄດ້ໃຫ້ເຂົາເຈົ້າຕື່ນຕົວບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້, ເອົາໃຈໃສ່ຂະຫຍາຍພັກໃຫ້ຖືກທິດ ແລະ ກໍານົດໃຫ້ໄດ້ເປົ້າໝາຍຂອງພະນັກງານທີ່ຈະສືບທອດປ່ຽນແທນຢ່າງລະອຽດເພື່ອຫຼີກເວັ້ນບັນຫາປະກົດການຫຍໍ້ທໍ້ທີ່ອາດຈະເກີດຂື້ນ, ເພີ່ມທະວີຄວາມສາມັກຄີພາຍໃນຄະນະພັກໃຫ້ມີຄວາມແໜ້ນແຟ້ນ ແລະ ເປັນເອກະພາບກັນຢູ່ໃນມະຕິຈາກບັນຫາດັ່ງກ່າວນັ້ນຕ້ອງໄດ້ວາງລະບຽບກໍານົດກອງປະຊຸມເປັນແຕ່ລະໄລຍະ, ກໍານົດແບບແຜນວິທີເຮັດວຽກ, ມີການຕໍານິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນຫຼີກເວັ້ນແນວຄິດອາດຍາສິດອະຄະຕິທັບຖົມໂຈມຕີກັນ, ມີການກໍານົດແຜນດໍາເນີນງານຂອງຄະນະພັກເພື່ອແບ່ງປັນມອບໝາຍໜ້າທີ່ໃຫ້ຄະນະຮັບຜິດຊອບ, ກໍານົດສິດໜ້າທີ່, ພາລະບົດບາດຂອງຄະນະພັກກໍານົດການສ່ອງແສງລາຍງານບັນຫາໃດທີ່ກວມລວມຕ້ອງໄດ້ຄົ້ນຄ້ວາໃນໝູ່ຄະນະ, ເຮັດວຽກຕ້ອງໄປຕາມຂັ້ນຕອນ, ໄປຕາມບົດບາດ,ສະມາຊິກພັກໜ່ວຍພັກພາຍໃນຫ້ອງເສນາທິການຕ້ອງສືບຕໍ່ຊຸກຍູ້ຊ່ວຍເຫຼືອເພື່ອສ້າງເງື່ອນໄຂຄວາມສະດວກໃຫ້ຄະນະພັກຊຸດໃໝ່ໄດ້ເຮັດສໍາເລັດໜ້າທີ່ວຽກງານ. ໂດຍ: ໄຊຍະສອນ ລັດຕະນະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ