ກອງປະຊຸມທາງໄກ ຫົວໜ້າວິທະຍາຄານປ້ອງກັນຊາດ ເວທີພາກພື້ນອາຊຽນ ຄັ້ງທີ 24
ເວລາອອກຂ່າວ: 2021-10-09 12:03:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2389 | ຄວາມນິຍົມ: ![]()
ໂດຍປະຕິບັດຕາມການຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ແຈ້ງການຂອງກົມພົວພັນຕ່າງປະເທດ, ຄະນະທາງການ ແລະ ວິຊາການ ໂດຍແມ່ນສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ຫົວໜ້າວິທະຍາຄານປ້ອງກັນຊາດ ເວທີພາກພື້ນອາຊຽນ (ARF HDUCIM) ຄັ້ງທີ 24. ໂດຍການເປັນເຈົ້າພາບຮ່ວມຂອງມະຫາວິທະຍາໄລປ້ອງກັນຊາດ ປາກິດສະຖານ ແລະ ມະຫາວິທະຍາ ໄລປ້ອງກັນຊາດມາເລເຊຍ.
ກອງປະຊຸມໄດ້ດຳເນີນເປັນເວລາ 4 ວັນ, ນັບແຕ່ວັນທີ 4 - 7 ຕຸລາ 2021, ກອງປະຊຸມພາຍໃຕ້ຄຳຂວັນ: ການສະແຫວງຫາສັນຕິພາບ, ເບິ່ງບັນຫາທີ່ນອກເໜືອຈາກແນວຄວາມຄິດ ແລະ ຄົ້ນຄວ້າລົງເລິກ 3 ຫົວຂໍ້ຄື: ຫົວຂໍ້ທີ 1: ເຕັກໂນໂລຊີເພື່ອສັນຕິພາບ, ການຫັນປ່ຽນແນວຄວາມຄິດຕໍ່ກັບໄພຂົ່ມຂູ່ ແລະ ຄວາມຂັດແຍ່ງທົ່ວໂລກ. ຫົວຂໍ້ທີ 2: ການນຳພາດ້ານການທະຫານ ແລະ ການກໍ່ສ້າງສັນຕິພາບ. ຫົວຂໍ້ທີ 3: ການຮ່ວມມືເພື່ອສັນຕິພາບ. ຜູ້ແທນເຂົ້າຮ່ວມກອງປະຊຸມມີ: ປາກິດສະຖານ, ມາເລເຊຍ, ຍີປຸ່ນ, ສປ ຈີນ, ສິງກະໂປ, ບຣູໄນ, ມຽນມາ, ສປປ ລາວ, ສີລັງກາ, ອິນໂດເນເຊຍ, ໄທ, ສ ເກົາຫຼີ, ຟິລິບປິນ, ອົດສະຕຣາລີ ແລະ ສສ ຫວຽດນາມ.
ໃນວາລະກອງປະຊຸມ ແຕ່ລະປະເທດໄດ້ສະເໜີບົດລາຍງານຕາມຫົວຂໍ້ທີ່ໄດ້ເລືອກ. ສຳຫຼັບວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ເລືອກເອົາຫົວຂໍ້ທີ 2: ການນຳພາດ້ານການທະຫານ ແລະ ການກໍ່ສ້າງສັນຕິພາບ, ລົງເລິກ 3 ເນື້ອໃນຄື: ການສຶກສາ ແລະ ການເຝິກອົບຮົມດ້ານເຕັກໂນໂລຊີ ເພື່ອພັດທະນາດ້ານຍຸດທະສາດນຳພາດ້ານການທະຫານ, ສາຍພົວພັນລະຫວ່າງຄວາມໝັ້ນຄົງຮອບດ້ານ ແລະ ສັນຕິພາບແບບຍືນຍົງ, ພາລະບົດບາດຂອງການນຳພາດ້ານການທະຫານໃນການຮັກສາສັນຕິພາບ ແລະ ການພັດທະນາແບບຍືນຍົງ. ສະເໜີໂດຍ ສະຫາຍ ຫົວໜ້າວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ.
ບົດຂ່າວໂດຍ: ດາວວິນ ໂສພາພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















