ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ຣັດເຊຍ ມອບວັກຊີນ ສະປຸດນິກ ໃຫ້ ສປປ ລາວ ຈໍານວນ 30.000 ໂດສ
ເວລາອອກຂ່າວ: 2021-10-09 12:05:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2396 | ຄວາມນິຍົມ:



ວັນທີ 6 ຕຸລາ 2021, ທີ່ກະຊວງສາທາລະນະສຸກ ສປປ ລາວ ໄດ້ຈັດພິທີມອບ-ຮັບວັກຊີນໂດຍທ່ານ ວີລາດິເມຍ ກາລິນິນ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳລາວ ພ້ອມດ້ວຍຄະນະ, ຝ່າຍລາວແມ່ນທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກແຫ່ງ ສປປ ລາວ ຕາງໜ້າກ່າວຮັບ. ໃນພິທີ ທ່ານເອກອັກຄະລັດຖະທູດຣັດເຊຍກ່າວວ່າ: ສາຫະພັນຣັດເຊຍໄດ້ປະກອບສ່ວນວັກຊີນສະປຸດນິກ ໄລທ ໃຫ້ແກ່ ສປປ ລາວ ຈໍານວນ 30.000 ໂດສ ໂດຍຂົນສົ່ງດ້ວຍຖ້ຽວບິນພິເສດຂອງກະຊວງສະຖານະການສຸກເສີນແຫ່ງຣັດເຊຍ ສົ່ງກົງເຖິງ ສປປ ລາວ. ກ່ອນໜ້ານີ້, ສະຫະພັນຣັດເຊຍ ໄດ້ມອບວັກວັກຊີນ ແລະອຸປະກອນການແພດຈໍານວນໜຶ່ງໃຫ້ແກ້ລັດຖະບານລາວເພື່ອຕ້ານພະຍາດໂຄວິດ-19 ທີ່ກຳລັງລະບາດຢູ່ ສປປ ລາວ. ທ່ານທູດໄດ້ກ່າວຕື່ມອີກວ່າ: ມາຮອດປັດຈຸບັນສະຫະພັນຣັດເຊຍໄດ້ສົ່ງວັກຊີນສະປຸກນິກ-ວີ ຊ່ວຍເຫລືອຫລາຍກ່ວາ 70 ປະເທດ ກວມເອົາເຄິ່ງໜຶ່ງຂອງປະຊາກອນໂລກ. ນອກນີ້, ຣັດເຊຍຍັງໄດ້ແບ່ງປັນຂັ້ນຕອນການຜະລິດວັກຊີນສະປຸດນິກ-ວີ ໃຫ້ແກ່ປະເທດໃນເຂດອາຊີເຊັ່ນ: ອິນເດຍ ແລະ ຫວຽດນາມ ໃນຂະນະທີ່ ສປ ຈີນ ແລະ ສ ເກົາຫຼີ ຄາດວ່າຈະໄດ້ຮັບວັກຊີນດັ່ງກ່າວໃນທ້າຍປີນີ້. ຕອນທ້າຍຂອງພິທີ ທ່ານ ດຣ ບຸນແຝງ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ກາລິນິນ ຕາງໜ້າລັດຖະບານມົດສະກູ ທີ່ໄດ້ນໍາເອົາວັກຊີນມາຊ່ວຍເຫລືອປະຊາຊົນລາວເພື່ອປ້ອງກັນພະຍາດໂຄວິດ-19 ແລະຫວັງວ່າຣັດເຊຍຈະໃຫ້ການຊ່ວຍເຫລືອ ສປປ ລາວຕໍ່ໄປ. ສາຍເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ