ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມື້ນີ້ມີຜູ້ຕິດເຊືື້ອໂຄວິດໃໝ່ 425 ຄົນ ຕິດເຊື້ອພາຍໃນ 419 ຄົນ, ເສຍຊີວິດເພີ່ມ 2 ຄົນ
ເວລາອອກຂ່າວ: 2021-10-09 12:51:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 296 | ຄວາມນິຍົມ:



ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຮັບການມອບໝາຍ ຈາກຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈໍາວັນທີ 9 ຕຸລາ 2021, ກ່ຽວກັບສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ແລະໃນໂລກ. ເຊິ່ງວັນທີ 8 ຕຸລາ, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ ໂຄວິດ-19 ທັງໝົດ 5,081 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 425 ຄົນ ໃນນັ້ນ ຕິດເຊື້ອພາຍໃນ 419 ຄົນ ນໍາເຂົ້າ 6 ຄົນ ແລະ ເສຍຊີວິດເພີ່ມ 2 ຄົນ. ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 419 ຄົນ ຊຶ່ງມີລາຍລະອຽດດັ່ງນີ້: o ນະຄອນຫຼວງ 273 ຄົນ: ມີ 7 ເມືອງ ແລະ 78 ບ້ານ 1) ເມືອງຈັນທະບູລີ ມີ 12 ຄົນ, 7 ບ້ານ 2) ເມືອງສີໂຄດຕະບອງ ມີ 70 ຄົນ, 29 ບ້ານ 3) ເມືອງໄຊເສດຖາ ມີ 62 ຄົນ, 12 ບ້ານ 4) ເມືອງສີສັດຕະນາກມີ 45 ຄົນ, 9 ບ້ານ 5) ເມືອງນາຊາຍທອງ ມີ 55 ຄົນ, 9 ບ້ານ 6) ເມືອງໄຊທານີ ມີ 17 ຄົນ, 5 ບ້ານ 7) ເມືອງຫາດຊາຍຟອງ ມີ 11 ຄົນ, 7 ບ້ານ o ຫຼວງພະບາງ 51 ຄົນ: 1. ນະຄອນຫລວງພະບາງ ມີ 12 ບ້ານ (27 ຄົນ) 2. ເມືອງຊຽງເງີນ ມີ 02 ບ້ານ (09 ຄົນ) 3. ເມືອງງອຍ ມີ 03 ບ້ານ (06 ຄົນ) 4. ເມືອງຈອມເພັດ ມີ 02 ບ້ານ (04 ຄົນ) 5. ເມືອງນໍ້າບາກ ມີ 04 ບ້ານ (04 ຄົນ) 6. ບ້ານນໍ້າມີ້, ເມືອງວຽງຄໍາ ມີ 01 ຄົນ o ສະຫວັນນະເຂດ 20 ຄົນ: 1. ເມືອງອຸທຸມພອນ ມີ 5 ບ້ານ (11 ຄົນ) 2. ນະຄອນໄກສອນ ມີ 07 ບ້ານ (09 ຄົນ) o ແຂວງວຽງຈັນ 19 ຄົນ: 1). ເມືອງແກ້ວອຸດົມ ມີ 06 ບ້ານ (09 ຄົນ) 2). ເມືອງວັງວຽງ ມີ 04 ບ້ານ (07 ຄົນ) 3). ເມືອງຫີນເຫີບ ມີ 02 ບ້ານ (03 ຄົນ) o ບໍ່ແກ້ວ 18 ຄົນ: - ເມືອງຕົ້ນເຜິ້ງ: ບ້ານພຽງງາມ 11 ຄົນ; ບ້ານດອນມູນ 02 ຄົນ; ແລະ ເຂດພິເສດ 01 ຄົນ. - ເມືອງຫ້ວຍຊາຍ: ບ້ານມົກກະຈອກ 02 ຄົນ; ບ້ານອຸດົມ 02 ຄົນ o ບໍລິຄຳໄຊ 13 ຄົນ - ເມືອງປາກກະດິງ ມີ 8 ຄົນ - ເມືອງປາກຊັນ ມີ 05 ຄົນ o ຫຼວງນໍ້າທາ 7 ຄົນ: - ຄົນຈີນ ແມ່ນ ການລັກລອບເຂົ້າເມືອງ ໃນຊ່ວງປີ ຜ່ານມາເພື່ອມາເຮັດວຽກຢູ່ ສາມລ່ຽມຄໍາ - ສ່ວນຄົນລາວ 04 ຄົນນັ້ນ (03 ຄົນ ແມ່ນ ມີອາຊີບຂັບລົດບັນທຸກ ລົດພ່ວງຍາວ ຢູ່ ດ່ານ ບໍ່ເຕັນ ແລະ ອີກ01 ແມ່ນ ກໍາມະກອນ ເຂດພິເສດ ສາມລ່ຽມຄຳ). o ຈໍາປາສັກ 7 ຄົນ: 1. ນະຄອນປາກເຊ ມີ 03 ບ້ານ (04 ຄົນ) 2. ເມືອງປະທຸມພອນ ມີ 02 ບ້ານ (02 ຄົນ) 3. ເມືອງບາຈຽງຈະເລີນສຸກ 01 ຄົນ o ຄຳມ່ວນ 6 ຄົນ - ເມືອງທ່າແຂກ ມີ 05 ຄົນ - ສູນກັກກັນເມືອງຍົມມະລາດ ມີ 1 ຄົນ o ສາລະວັນ 3 ຄົນ - ບ້ານໂນດູ, ເມືອງເລົ່າງາມ ມີ 02 ຄົນ (ເປັນຄົນຫວຽດ) - ບ້ານຫຼັກສອງ, ເມືອງສາລະວັນ ມີ 01 ຄົນ (ເປັນຄົນລາວ) o ຊຽງຂວາງ 2 ຄົນ ບ້ານຫໍສິມ, ເມືອງຜາໄຊ ມີ 02 ຄົນ (ນັກຮຽນ ແລະ ປະຊາຊົນ ທັງສອງຄົນ ແມ່ນມີຄົນໃນຄອບຄົວຕິດເຊື້ອ) ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 6 ຄົນ ຄື: ນະຄອນຫຼວງວຽງຈັນ 5 ຄົນ ແລະ ສະຫວັນນະເຂດ 1 ຄົນ, ເຊິ່ງທັງໝົດ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້. • ມາຮອດວັນທີ 8 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 28,032 ຄົນ, ເສຍຊີວິດສະສົມ 26 (ໃໝ່ 2), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 295 ຄົນ, ກໍາລັງປິ່ນປົວ 6,027 ຄົນ. ສຳລັບຄົນເຈັບເສຍຊີວີດ 2 ຄົນ, ລາຍລະອຽດ ດັ່ງນີ້: o ຜູ້ທີ1: ເພດຊາຍ, ອາຍຸ 80 ປີ, ອາຊີບ: ຜູ້ເຖົ້າ, ບ້ານໂພນສະຫວັນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ມີພະຍາດປະຈໍາໂຕ ຄື ຄວາມດັນເລືອດສູງ ແລະ ເປັນອໍາມະພາດ. ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19 (ລູກຊາຍ ແລະ ລູກໄພ້ ຕິດເຊື້ອ). ວັນທີ 1 ຕຸລາ 2021 ຜູ້ກ່ຽວມີອາການໄອ ແລະ ຫາຍໃຈຝຶດ, ວັນທີ 6 ຕຸລາ 2021 ຜູ້ກ່ຽວ ພ້ອມດ້ວຍພັນລະຍາ ຈຶ່ງໄດ້ໄປເກັບຕົວຢ່າງກວດ ແລະ ຜົນກວດພົບເຊື້ອໃນວັນທີ 8 ຕຸລາ 2021 ໃນມື້ດຽວກັນ ທີມງານໄດ້ໂທແຈ້ງຜົນກວດ ແລະ ປະສານພົວພັນລົດ ແຕ່ຄົນເຈັບໄດ້ເສຍຊີວິດລົງຢູ່ບ້ານ ໃນເວລາ 16:00 ໂມງ. o ຜູ້ທີ 2: ເພດຊາຍ, ອາຍຸ 58 ປີ, ອາຊີບ: ຂາຍດິນບ໋ອກເຮັດເສົາ, ບ້ານທ່າແຂກ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ມີພະຍາດປະຈໍາໂຕ: ໄຂ່ຫຼັງຊຸດໂຊມ. ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19. ວັນທີ 8 ຕຸລາ 2021: ຜູ້ກ່ຽວໄດ້ໄປຟອກໄຂ່ຫຼັງໃນຕອນທ່ຽງ, ພາຍຫຼັງຟອກແລ້ວ ໃນເວລາ 16:00 ໂມງ ມີອາການເມື່ອຍ ແລະ ງ້ວງຊືມ, ເວລາ 18:00 ໂມງ ມາກວດຢູ່ໂຮງໝໍມີດຕະພາບ (ຄົນເຈັບບໍ່ໄດ້ສະຕິ), ເວລາ 19:00 ໂມງ ເກັບຕົວຢ່າງກວດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19, ເວລາ 20:00 ໂມງ ຜູ້ກ່ຽວເສຍຊີວິດ.  ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19 • ສໍາລັບຢູ່ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່. • ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:  ຈຸດກວດຄົງທີ່: ໃຫ້ບໍລິການເກັບຕົວຢ່າງ ທຸກວັນ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ ປະກອບມີ: - ສະໜາມກິລາໃນຮົ່ມ ບຶງຂະຫຍອງ - ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ - ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ  ທີມກວດເຄື່ອນທີ່: - 01 ທີມ ຂອງສາທາເມືອງໄຊທານີ - 01 ທີມ ຂອງສາທາ ເມືອງ ສີສັດຕະນາກ - 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ - ສາທາເມືອງນາຊາຍທອງ 02 ທີມ - ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ • ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື : 1. ໂຮງໝໍສູນກາງ 2. ໂຮງໝໍເມືອງ 9 ຕົວເມືອງ 3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ) 4. ສໍາລັບຈຸດບໍລິການ ສູນການຄ້າລາວໄອເຕັກ ຈະໄດ້ເປີດໃຫ້ບໍລິການທ່ານ ເລິ່ມແຕ່ວັນທີ 11-15 ຕຸລາ 2021.  ສະພາບຕິດເຊືື້ອພະຍາດ ໂຄວິດ-19 ຢູ່ໃນໂລກ: ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ ເຮັດໃຫ້ຕົວເລກຜູ້ຕິດເຊືື້ອສະສົມໃນທົ່ວໂລກ ມີທັງໝົດ 237.952.883 (462.339 ໃໝ່), ເສຍຊິວິດທັງໝົດ 4.855.929 (7.720 ໃໝ່), ປີ່ນປົວຫາຍດີ 214.962.175 (399.879 ໃໝ່). • 3 ປະເທດ ທີ່ມີຄົນຜູ້ຕິດເຊືື້ອສູງກວ່າໝູ່ໃນໂລກ: ສະຫະລັດອາເມຣິກາ, ອິນເດຍ ແລະ ບຣາຊິນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ