ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ທະຫານແຂວງຫຼວງພະບາງ ປະກາດແຕ່ງຕັ້ງ-ມອບໝາຍໜ້າທີ່ຂັ້ນພະແນກການ
ເວລາອອກຂ່າວ: 2021-10-11 12:33:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2164 | ຄວາມນິຍົມ:



ໃນວັນທີ 8 ຕຸລາ 2021 ນີ້, ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດພິທີປະກາດແຕ່ງຕັ້ງໜ້າທີ່ຫົວໜ້າພະແນກ ແລະ ຮອງພະແນກການເງິນຂື້ນ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ວິລ່ຽມ ວົງທິສານ ຫົວໜ້າການທະຫານ, ກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງອ້ອມຂ້າງຕະຫຼອດຮອດພະນັກງານພາຍໃນພະແນກການເງິນເຂົ້າຮ່ວມ. ໃນພິທີ ສະຫາຍ ພັນຕີ ອຸ່ນ ລັດຕະນະ ຮອງຫົວໜ້າພະແນກພະນັກງານ, ຫ້ອງການເມືອງ, ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ພັກການເພື່ອກຽມຮັບບໍານານ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ III ໝວດ 1 ມາດຕາ 33 ວ່າດ້ວຍອາຍຸກະສຽນຮັບເບ້ຍບໍານານຂອງນາຍທະຫານ, ຕາມໜັງສືສະເໜີຂອງກົມການເງິນກະຊວງປ້ອງກັນປະເທດ ສະບັບເລກທີ 2266, ລົງວັນທີ 16 ສິງຫາ 2021 ແລະ ຕາມການສະເໜີຂອງກົມພະນັກງານ, ກົມໃຫ່ຍການເມືອງກອງທັບຕົກລົງອະນຸຍາດໃຫ້ ພັນໂທ ບຸນຈັນ ໄຊວົງສານ ຫົວໜ້າພະແນກການເງິນ ກອງບັນຊາການທະຫານແຂວງຫຼວງພະບາງ ພັກການ ເພື່ອກຽມຮັບເບ້ຍບໍານານ, ມອບວຽກທັງໝົດໃຫ້ຄະນະເປັນຜູ້ສືບຕໍ່, ຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຫຼວງພະບາງ ແລະ ກົມໃຫ່ຍການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການຢູ່ກອງບັນຊາການທະຫານແຂວງເຊິ່ງໃນນີ້ໄດ້ແຕ່ງຕັ້ງ ພັນໂທ ນາງຍອດທິດາ ບຸດຈັນແພງ ເປັນຫົວໜ້າພະແນກການເງິນ, ພັນຕີ ສະຫຼອງໄຊ ວິໄລທອງ ເປັນຮອງພະແນກການເງິນ, ແຕ່ງຕັ້ງ ພັນຕີ ສົມສຸກ ຄໍາໄຊຫົງ ການເງິນກອງພັນນ້ອຍ 413 ມາຊ່ວຍວຽກຢູ່ພະແນກການເງິນກອງບັນຊາການທະຫານແຂວງຫຼວງພະບາງ. ໃນໂອກາດທີມີຄວາມໝາຍສໍາຄັນນີ້ ສະຫາຍ ພັນເອກ ວິລ່ຽມ ວົງທິສານ ໄດ້ຮຽກຮ້ອງ ແລະ ເນັ້ນໜັກໃຫ້ຜູ້ທີ່ໄດ້ຖືກແຕ່ງຕັ້ງໜ້າທີ່ໃໝ່ຂອງພະແນກການເງິນ ຕ້ອງໄດ້ຍົກສູງການຊີ້ນໍາ-ນໍາພາເຄື່ອນໄຫວປະຕິບັດໜ້າທີ່ວຽກງານການປັບປຸງການຈັດຕັ້ງໃນຄັ້ງນີ້ ມັນແມ່ນຄວາມຈໍາເປັນພາວະວິໄສແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງກໍາລັງປະກອບອາວຸດ ແລະ ທັງແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ, ສະນັ້ນຜູ້ທີ່ໄດ້ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ ຕ້ອງໄດ້ອອກແຮງຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ແບບແຜນການຊີ້ນໍາ-ນໍາພາຕ້ານແນວຄິດເອກະເທດ, ແນວຄິດໃນຕົວ ແລະ ພະຍາດອາດຍາສິດຕ່າງໆ ກໍາແໜ້ນແນວທາງແຜນນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ສືບຕໍ່ປັບປຸງຊັບຊ້ອນການຈັດ ຕັ້ງຢູ່ພາຍໃນພະແນກຂອງຕົນໃຫ້ຖືກຕ້ອງເໝາະສົມຕາມຄວາມຮູ້, ຄວາມສາມາດຂອງແຕ່ລະຄົນ, ສືບຕໍ່ເຊີດຊູມູນເຊື້ອຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ບົນພື້ນຕ້ອງນອນຢູ່ໃນແຜນການ, ມະຕິຂອງພັກ, ເອົາໃຈໃສ່ຊີ້ນໍາ-ນໍາພາວິຊາສະເພາະການເງິນກົມກອງໃຫ້ເຂັ້ມງວດ ຮັບປະກັນບໍ່ໃຫ້ວັດຖຸເງິນ-ຄໍາມີການຕົກເຮ່ຍເສຍຫາຍ ໂດຍບໍ່ມີເຫດຜົນ ໃຊ້ຈ່າຍໄປໃນທາງທີ່ບໍ່ຖືກຕ້ອງ ເຊິ່ງສ້າງຄວາມຫຸ້ຍງຍາກໃຫ້ກັບຜູ້ບັນຊາ ແລະ ກົມກອງ ພ້ອມນີ້ກໍ່ຮັບປະກັນໃຫ້ໄດ້ລະບົບເງິນເດືອນອັດຕາຂອງພະນັກງານ-ນັກຮົບ ໃນທົ່ວກອງບັນຊາການທະຫານແຂວງຫຼວງພະບາງ ໃຫ້ເປັນປົກກະຕິ, ເອົາ ໃຈໃສ່ຄຸ້ມຄອງຊັບສິນອັນລວມຂອງລັດ, ຂອງກົມກອງບໍ່ໃຫ້ຮົ່ວໄຫຼ ແລະ ມີການຕິດຕາມກວດກາເປັນປະຈໍາ ເພື່ອຮັບ ປະກັນບໍ່ໃຫ້ມີການຕົກເຮ່ຍເສຍຫາຍ. ໂດຍ: ໄຊຍະສອນ ລັດຕະນະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ