ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ຫ້ອງພະລາທິການ ວພກ ຈັດພິທີມອບຮັບໜ້າທີ່
ເວລາອອກຂ່າວ: 2021-10-11 12:37:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 848 | ຄວາມນິຍົມ:



ໃນຕອນແລງຂອງວັນທີ 1 ຕຸລາ 2021 ຜ່ານມານີ້ ຫ້ອງພະລາທິການ ວິທະຍາຄານພະລາທິການກອງທັບ(ວພກ) ໄດ້ຈັດພິທີມອບຮັບໜ້າທີ່ ຮອງຫົວໜ້າຫ້ອງພະລາທິການ ຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພັນເອກ ບຸນກ້ຽງ ວົງສາລາດ ຫົວໜ້າການເມືອງ ວິທະຍາຄານພະລາທິການກອງທັບ ມີຮອງຫົວໜ້າ ຜູ້ເກົ່າ ແລະ ຜູ້ໃໝ່ ມີຄະນະພັກຮາກຖານ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ອີງຕາມຂໍ້ຕົກລົງແຕ່ງຕັ້ງ ຂອງຄະນະພັກກະຊວງປ້ອງກັນປະເທດ ສະບັບເລກທີ 3766/ກປທ ລົງວັນທີ 31 /8/2021 ວ່າດ້ວຍການປະກາດການຈັດຕັ້ງ ຂັ້ນບັນຊາ ຢູ່ວິທະຍາຄານພະລາທິການກອງທັບ ອີງຕາມທິດທາງການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກໍາລັງປະກອບອາວຸດ ໃຫ້ເຂັ້ມແຂງ, ໜັກແໜ້ນ ແລະ ຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍປະຕິບັດຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍ ນາຍທະຫານກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ຄຳເຟືອງ ທິບດາມອນ ໄປເປັນຫົວໜ້າຫ້ອງ ການບໍລິຫານ ປ່ຽນແທນ ພັນໂທ ສົມເພັດ ວົງພະຈັນ ໄປຮັບໜ້າທີ່ໃໝ່, ພັນໂທ ວົງເພັດ ກວ່ານມະນີວົງ ເປັນຮອງຫົວໜ້າຫ້ອງພະລາ ປ່ຽນແທນສະຫາຍ ພັນໂທ ຄໍາເຟືອງ ທິບດາມອນ ພ້ອມນີ້ກໍ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານຖືກຕ້ອງຕາມຫຼັກການນໍາພາຂອງພັກ ແລະ ແບບແຜນວິທີເຮັດວຽກ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງຮອບດ້ານ, ເຮັດສຳເລັດໜ້າທີ່ການເມືອງ ທີ່ພັກ-ລັດ ມອບໝາຍໃຫ້ຢ່າງມີຜົນສໍາເລັດ ຈາກນັ້ນໄດ້ເຊັນບົດບັນທຶກ ແລະ ມອບຮັບໜ້າທີ່ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່. ໂອກາດນີ້ ສະຫາຍ ພັນເອກ ບຸນກ້ຽງ ວົງສາລາດ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ເຊິ່ງສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານໃນການເຄື່ອນໄຫວເຮັດໜ້າທີ່ໃນໄລຍະທີ່ຜ່ານມາ ພ້ອມທັງເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້ ຈົ່ງຍົກສູງນ້ຳໃຈຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍໃຫ້ສູງເດັ່ນ, ຕັ້ງໜ້າຄົ້ນຄ້ວາ ຄວາມຮູ້, ຄວາມສາມາດ, ແບບແຜນວິທີເຮັດວຽກ ທີ່ທັນສະໄໝ. ລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ເອົາໃຈໃສ່ທາງດ້ານການເມືອງ-ແນວຄິດ ຕິດພັນແໜ້ນກັບວິຊາສະເພາະໜ້າທີ່ການເມືອງຂອງກົມກອງໃຫ້ມີຜົນສຳເລັດ ເພື່ອພ້ອມກັນພັດທະນາກົມກອງ ໃຫ້ມີປະລິມານ ແລະ ຄຸນນະພາບສູງ ທັງບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ແລະ ພ້ອມກັນປັບປຸງກົມກອງໃຫ້ມີແບບແຜນທັນສະໄໝຂຶ້ນເທື່ອລະກ້າວ. ໂດຍ: ພັນໂທ ບຸນມີ ເພັງມີໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ